Homeຍ້ອງຍໍຄົນດີເດັ່ນເຈົ້າຂອງໂຮງງານນ້ຳດື່ມໂລມາຄຳ ຊ່ວຍເມືອງຈຳພອນ ລຶບລ້າງຄວາມທຸກຍາກ 27 ຄອບຄົວເປົ້າໝາຍ!

ເຈົ້າຂອງໂຮງງານນ້ຳດື່ມໂລມາຄຳ ຊ່ວຍເມືອງຈຳພອນ ລຶບລ້າງຄວາມທຸກຍາກ 27 ຄອບຄົວເປົ້າໝາຍ!

Published on

ຂປລ. ​ໂລມາ​ຄຳ ​ແມ່ນ​ໂຮງງານຜະລິດ​ນ້ຳ​ດື່ມ ​ແລະ ນ້ຳກ້ອນຂອງ​ ທ່ານ ​ເກ​ຍ ອູ໊ສິດທິ​ເດດ ​ຕັ້ງ​ຢູ່​ບ້ານ​ ລັດຕະນະລັງສີ​​ໃຕ້ ​ເມືອງ​ໄກສອນ​ ພົມວິຫານ ​ແຂວງ​ສະ​ຫວັນນະ​ເຂດ ​ໂຮງງານ​ດັ່ງກ່າວ​, ໄດ້​ຮັບ​ການ​ຢັ້ງຢືນ ຈາກ​ມາດຕະຖານ​ສາກົນໃນ​ປີ 2014 (IOS) ​ແລະ ​ໄດ້​ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ ​ແມ່ນ​ແນ່​ໃສ່​ລຶບລ້າງຄວາມທຸກ​ຍາກຂອງປະຊາຊົນ 27 ຄອບຄົວ​ເປົ້າ​ໝາຍ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ການ​ດຳລົງ​ຊີວິດ​​ດີ​ຂຶ້ນ, ​ຫຍັບ​ຫ່າງ​ອອກ​ຈາກ​ການ​ໄປ​ຂໍທານ, ຮູ້​ອອກ​ແຮງ​ງານເພີ່ມ​ພູນ​ຜະລິດຜົນ ສ້າງ​ເສດຖະກິດ​ຄອບຄົວ​ແບບ​ກຸ້ມ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ສ້າງ​ຄວາມ​​ເຂັ້ມ​ແຂງໃຫ້​ຕົນ​ເອງ.

ເຊິ່ງ​ໂຄງການ​ດັ່ງກ່າວ​, ໄດ້​ສະໜອງເຂົ້າ​ກິນຈຳ​ນວນ 9.200 ກິ​ໂລ, ​ເຈາະ​ນ້ຳ​ບາ​ດານ ຈຳນວນ 49 ໜ່ວຍ, ​ແອ່ງ​ໃສ່​ນ້ຳ 120 ໜ່ວຍ, ບຸກ​ເບີກ​ເນື້ອ​ທີ່​ນາ 63,5234 ​ເຮັກຕາ, ຈັດ​ສັນ​ເນື້ອ​ທີ່​ສວນ​ປູກ​ພືດ​ຕ່າງໆ 90 ຕອນ 42.870 ​ເຮັກຕາ, ສ້ອມ​ແປງ​ໂຮງຮຽນບ້ານ​ຄຳ​ປ່າ​ແໜ, ​ແລະ ຊ່ວຍ​ເຄື່ອງນຸ່ງ​ຫົ່ມ, ອຸປະກອນ​ການ​ຮຽນ,  ໜໍ່ກ້ວຍ 2,556 ໜໍ່, ລຳ​ມັນ​ຕົ້ນ, ໜໍ່​ພ້າວ ​ແລະ ອື່ນໆ ລວມມູນ​ຄ່າ​ທັງໝົດ ປະມານ 750 ລ້ານ​ກ່ວາ​ກີບ. ພ້ອມ​ດຽວ​ກັນ ​ກໍ​ໄດ້​ເຊີນ​ວິຊາ​ການດ້ານ​ປູກ​ເຂົ້າ ລົງ​ວິ​ໄຈ​ດິນ​ນາ ​ແລະ ​ແນວ​ພັນ​ເຂົ້າທີ່​ຈະ​ປູກ ພ້ອມ​ທັງ​ແນ​ະ​ນຳ​ວິທີ​ການ​ປູກ, ການ​ບົວລະບັດ​ຮັກສາ ​ແລະ ​ເກັບ​ກ່ຽວ​ຜົນລະປູກ, ນອກຈາກ​ນັ້ນ, ​ໄດ້​ຮ່ວມ​ມື​ກັບ​ ສູນ​ຈັດ​ສັນ​ອາຊີບ​ຄົງ​ທີ່ ​ຂອງ​ເມືອງ​ຈຳ​ພອນ ​ເກັບ​ຊື້​ຜົນ​ຜະລິດຈາກ​ຊາວບ້ານ ​ເພື່ອ​ສ້າງ​ລາຍ​ຮັບໃຫ້​ເຂົາ​ເຈົ້າ.

ທ່ານ ​ເກ​ຍ ອູ໊ສິດທິ​ເດດ ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ວ່າ: ການ​ຈັດ​ຕັ້ງປະຕິບັດໂຄງການ​ດັ່ງກ່າວ ​ມາ​ຮອດ​ປັດຈຸບັນ​ຍັງ​ສືບ​ຕໍ່​ສ້າງ​ສ້ວມ​ຖ່າຍ​ ໃຫ້​ຄອບຄົວ​ເປົ້າ​ໝາຍ ​ແລະ ນອກ​ເປົ້າ​ໝາຍ ທີ່​ໄດ້​ອະນຸມັດຈຳນວນ 30 ຄອບຄົວ, ອີກ​ຈຳນວນ​ໜຶ່ງ ​ແມ່ນ​ກຳລັງຂຸດ​ປະມານ 40 ກ່ວາ​ຄອບຄົວ, ​ຂະຫຍາຍ​ໂຮງ​ຮຽນບ້ານ​ປ່າ​ກ້ວຍ ອອກ​ຕື່ມ​ອີກ 1 ຫ​້ອງຮຽນ ​ແລະ ​ຂະຫຍາ​ຍສຸກສາລາ ຢູ່​ບ້ານ​ປ່າ​ກ້ວຍອອກ​ຕື່ມ 1 ຫ້ອງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...