spot_img
Homeຄົມຄິດຄົມຄົນຄຳສຸພາສິດ10 ນິໄສ ຂອງຄົນທີ່ສະຫລາດກວ່າເຮົາ

10 ນິໄສ ຂອງຄົນທີ່ສະຫລາດກວ່າເຮົາ

Published on

  1. ພວກເຂົາມັກຈະບໍ່ເວົ້າຫລາຍກວ່າເຮົາ ເພາະຮູ້ຕົວເອງດີວ່າ ສາມາດສະຫລາດຂຶ້ນໄດ້ຈາກການຟັງ.
  2. ພວກເຂົາມີຄວາມຮູ້ມາກມາຍມະຫາສານ ໃນດ້ານທີ່ມັກ ແລະຖະໜັດ ມີຄວາມຊ່ຽວຊານເປັນພິເສດ ເຂົາ

ສົນໃຈຮຽນຮູ້ ແລະການພັດທະນາຕົນເອງຢູ່ສະເໝີ.

  1. ພວກເຂົາມີຄວາມສາມາດໃນການຈັດສັນເວລາຢ່າງສູງ ເພື່ອສ້າງຄວາມສຸກ ໃນການໃຊ້ຊີວິດໃນແຕ່ລະມື້ ທັງ

ວຽກງານ, ການເງິນ, ຄອບຄົວ, ສຸຂະພາບ ແລະຄວາມສົນໃຈສ່ວນຕົວ. ທຸ່ມເທເວລາ ແລະຄວາມສາມາດ 100% ໃຫ້ກັບທຸກສິ່ງທີ່ເຮັດ ແລະທຸກກິດທີ່ທໍາ.

  1. ພວກເຂົາຮູ້ຈັກສ້າງເຄືອຂ່າຍທາງສັງຄົມ, ການເກື້ອກູນເຊິ່ງກັນ ແລະກັນ ນອກຈາກນີ້ຍັງໃຊ້ Social Media

ເພື່ອເປັນຊ່ອງທາງເຜີຍແຜ່ແນວຄິດ ແລະຮັບຟັງສຽງຂອງສັງຄົມ.

  1. ພວກເຂົາຍິ້ມໄດ້ ເຖິງຈະມີສິ່ງຮ້າຍໆເກີດຂຶ້ນໃນຊີວິດ ອາດຈະຫລົ້ມແຫລວ ຫລືຜິດພາດ ແຕ່ເຂົາສາມາດພາຕົນ

ເອງອອກຈາກຄວາມຫາຍະນະໄດ້ຢ່າງວ່ອງໄວ.

  1. ພວກເຂົາຮູ້ວ່າຕົນເອງສະຫລາດ ແລະພະຍາຍາມເຮັດໃຫ້ຄົນອື່ນສະຫລາດໄປພ້ອມ.
  2. ເມື່ອພວກເຂົາເປັນນັກບໍລິຫານ ເຂົາຈະເປັນຜູ້ນຳທີ່ດີ ເພື່ອພັດທະນາວຽກ ແລະພັດທະນາຄົນໃຫ້ດີຂຶ້ນ ດຶງ

ສັກກະຍະພາບຂອງທີມງານອອກມາ ເຮັດໃຫ້ເກີດປະໂຫຍດສູງສຸດ ສາມາດເຊື່ອມໂຍງທຸກຄົນທີ່ມີແນວຄິດແຕກຕ່າງ ໃຫ້ກາຍເປັນທີມງານທີ່ສຸດຍອດໄດ້.

  1. ພວກເຂົາບໍ່ອວດອ້າງສັບພະຄຸນຂອງຕົນເອງ ແຕ່ທຳຕົນໃຫ້ເປັນເໝືອນຮວງເຂົ້າ ທີ່ຍິ່ງສູງກໍຍິ່ງກົ້ມລົງຕໍ່າ.
  2. ພວກເຂົາອາດຈະບໍ່ໄດ້ສຶກສາ ໃນສະຖານທີ່ສຶກສາສູງໆລະດັບປະເທດ ແຕ່ຜົນງານຂອງເຂົາຍິ່ງໃຫຍ່ລະດັບ

ປະເທດ.

  1. ພວກເຂົາບໍ່ສະແດງອາການດູຖູກຢຽດຫຍາມຄົນອື່ນ ເມື່ອເຮັດຜິດພາດ ແຕ່ຈະໃຫ້ຄຳເປິກສາ ແລະຄຳແນະນຳ

ດີໆເປັນຮາງວັນຕອບແທນກັບຄືນໄປ.

ຂໍ້ມູນອ້າງອີງ : succeed lifestyle.com

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...