spot_img
Homeຂ່າວທ້ອງຖິ່ນແມ່ນ້ຳຊອງໄດ້ຮັບການປັບປຸງ ລະບົບນິເວດວິທະຍາດີຂຶ້ນ

ແມ່ນ້ຳຊອງໄດ້ຮັບການປັບປຸງ ລະບົບນິເວດວິທະຍາດີຂຶ້ນ

Published on

ຊີວິນາໆພັນ, ລະບົບນິເວດວິທະຍາຂອງສາຍນ້ຳຊອງໄດ້ມີຄຸນນະພາບດີຂຶ້ນ ພາຍຫຼັງໂຄງການຈັດການລຸ່ມນ້ຳຊອງ ດ້ວຍການຮ່ວມມືສາມຝ່າຍຄື: ເຢຍລະມັນ, ໄທ ແລະ ລາວ( GIZ) ເພື່ອຊ່ວຍປັບປຸງລະບົບນິເວດວິທະຍາໃນແມ່ນ້ຳຊອງໃຫ້ມີ ຄວາມສຳຄັນສະອາດ ແລະ ເປັນແຫຼ່ງ ດຶງດູດນັກທ່ອງທ່ຽວ ແລະ ຊຸມຊົນດຳລົງຊີ ວິດຂອງປະຊາຊົນຢູ່ຕາມແມ່ນ້ຳສາຍ ນີ້ໄດ້ມີການປັບປຸງດີຂຶ້ນ.

ທ່ານ ມີໄຊ ທັນຕະວົງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງວັງວຽງ ແຂວງວຽງ ຈັນ ໄດ້ລາຍງານຕໍ່ສື່ມວນຊົນລາວ ແລະ ໄທ ທີ່ໄດ້ໄປທັດສະນະສຶກ ສາຢູ່ໂຄງການ ດັ່ງກ່າວໃນວັນທີ 26 ຫາ 27 ພຶດສະພານີ້  ໃຫ້ຮູ້ວ່າ: ນ້ຳຊອງມີເນື້ອທີ່ 1 ແສນກວ່າ ເຮັກຕາ ເປັນລຸ່ມແມ່ນ້ຳ ຍ່ອຍ ແລະ ແມ່ນ້ຳງື່ມ ຊຶ່ງເປັນແຫຼ່ງຊັບພະຍາກອນທຳມະ ຊາດທີ່ສຳຄັນຕໍ່ການພັດທະນາເສດຖະກິດ ແລະ ຄວາມໝັ້ນຄົງທາງລະບົບ ນິເວດໃນລາວເຂດທີ່ແມ່ນ້ຳດັ່ງ ກ່າວໄຫຼຜ່ານ, ຊຶ່ງເປັນສະຖານ ທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ ແລະ ເພື່ອການຜະລິດທີ່ດີ

ຂອງປະຊາຊົນ, ປັດຈຸບັນ 90% ຂອງປະຊາ ຊົນທີ່ອາໄສໃນລຸ່ມແມ່ນ້ຳແຫ່ງນີ້ແມ່ນອາໃສການເຮັດໄຮ່, ເຮັດນາ, ກະສິກຳ, ຫາປາ ແລະ ທຸລະກິດທ່ອງທ່ຽວຊຶ່ງລ້ວນແຕ່ ຕ້ອງການແຫຼ່ງນ້ຳທີ່ສະອາດ, ໃນໄລຍະຜ່ານມາເຫັນວ່າປະຊາຊົນໄດ້ພົບກັບບັນ ຫາທ້າທາຍຫຼາຍຢ່າງ, ການຂະຫຍາຍໂຕຂອງ ອຸດສາຫະກຳ, ການເພີ່ມ ຂຶ້ນຂອງປະຊາຊົນ ແລະ ການ ພັດທະນາດ້ານການ ທ່ອງທ່ຽວຢ່າງໄວ, ໂດຍໄດ້ມີການຖີ້ມສິ່ງເສດເຫຼືອລົງແມ່ນ້ຳ ແລະ ການ ຫາປາແບບດັບສູນ, ຊຶ່ງສົ່ງຜົນຕໍ່ ຄຸນນະພາບ ແລະ ປະລິມານຂອງນ້ຳໂດຍກົງ, ລວມທັງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ, ຕໍ່ສະພາບດັ່ງກ່າວອຳນາດການ ປົກຄອງເມືອງວັງວຽງ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈຶ່ງໄດ້ມີການໂຄງການບໍລິຫານຈັດການ ລຸ່ມນ້ຳຊອງເປັນໜຶ່ງໃນໂຄງການຮ່ວມ ມືລະຫວ່າງສາມປະເທດຄື: ເຢຍລະມັນ, ໄທ ແລະ ລາວ ຊຶ່ງເລີ່ມດຳເນີນມາແຕ່ປີ 2012 ແລະ ສຳເລັດໃນປີນີ້ ໂດຍມີກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວເປັນໜ່ວຍງານຫຼັກ ໃນການປະຕິບັດງານຮ່ວມກັບກົມຊັບພະ ຍາກອນນ້ຳຂອງໄທທາງວິຊາການບໍລິຫານນ້ຳ ແລະ ການສະໜັບສະໜູນແຫຼ່ງທຶນ ຈາກ ສ. ເຢຍລະມັນ ໂດຍໄດ້ແນະນຳ ແລະ ໃຫ້ຊຸມ ຊົນມີສ່ວນຮ່ວມໃນການປັກຮັກສາ, ພ້ອມທັງຊ່ວຍໃນການສ້າງ ບໍ່ບຳ ບັດນ້ຳ ແລະ ການຮັກສາສິ່ງແວດລ້ອມໃນ ເຂດໃກ້ຄຽງຊຶ່ງເປັນໂຄງການຕົວແບບທີ່ໄດ້ຮັບຜົນດີ ແລະ ເຮັດໃຫ້ນ້ຳຊອງມີ ຄຸນນະພາບທາງດ້ານລະບົບນິເວດດີຂຶ້ນ.

ພົ້ນເດັ່ນແມ່ນໄດ້ກຳນົດເອົາ 3 ເມືອງຄື: ເມືອງກາສີ, ເມືອງວັງວຽງ ແລະ ເມືອງຫີນເຫີບ ເປັນ ບ່ອນຈັດຕັ້ງປະຕິບັດຕົວຈິງ

ທ່ານ ປິ່ນທອງ ສະເຫຼີມໄຊ ຜູ້ບໍລິຫານໂຄງການ, ກົມຊັບພະຍາກອນນ້ຳຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຍົກໃຫ້ເຫັນວ່າ: ຫຼັງ ຈາກໄດ້ມີການດຳເນີນໂຄງການມາສອງປີໂຄງການດັ່ງກ່າວປະສົບຜົນສຳເລັດຫຼາຍ ດ້ານຄື: ມີການຈັດຕັ້ງຄະນະເຮັດວຽກລຸ່ມແມ່ນ້ຳຊອງ, ຊຶ່ງປະກອບມີພະນັກງານທ້ອງຖິ່ນ, ຕົວແທນຊຸມຊົນ ແລະ ພາກເອ ກະຊົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໄດ້ຜ່ານການແນະນຳທາງທິດສະດີ ແລະ ການປະຕິບັດຕົວຈິງໃນການບໍລິຫານຈັດການ ແບບມີສ່ວນຮ່ວມ ດັ່ງກ່າວມີການພັດທະນາ ແລະ ປະກາດໃຊ້ລະບຽບຄຸ້ມຄອງຄຸນ ນະພາບນ້ຳ, ມີການບຳບັດນ້ຳເສຍ, ວິທີ ການຫາປາທີ່ເປັນມິດຕໍ່ສິ່ງແວດລ້ອມ, ການຜະ ລິດຝຸ່ນຊີວະພາບ ແລະ ອື່ນໆ ຊຶ່ງເຫັນວ່າປະຊາຊົນມີຄວາມຕື່ນຕົວ ແລະ ເປັນເຈົ້າການຮ່ວມ ກັນໃນການຮັກສາລະບົບນິເວດວິທະຍາຂອງແມ່ນ້ຳຊອງ.

ປະຊາຊົນ ເມືອງວັງວຽງ ຍົກໃຫ້ເຫັນວ່າ: ພາຍຫຼັງການມີສ່ວນຮ່ວມປົກປັກສາແມ່ນ້ຳຊອງ ໄດ້ຊ່ວຍໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນໄດ້ປັບປຸງດີຂຶ້ນ, ຊີວະນາໆພັນໃນແມ່ນ້ຳໄດ້ມີການຂະຫຍາຍຕົວ  ແລະ ສິ່ງສຳຄັນແມ່ນການທ່ອງທ່ຽວໄດ້ ຮັບຄວາມດຶງດູດຫຼາຍຂຶ້ນ, ສະນັ້ນ ໃນຕໍ່ໄປນີ້ເຖິງວ່າໂຄງການໄດ້ສີ້ນສຸດລົງ ແຕ່ປະຊາຊົນກໍຈະສືບຕໍ່ຊ່ວຍກັນປົກປັກຮັກສາ ແຫຼ່ງນ້ຳແຫ່ງນີ້ໃຫ້ມີຄຸນນະພາບເພື່ອເປັນປະໂຫຍດລວມຂອງຊຸມຊົນ.

ທີ່ມາ http://laophatthananews.blogspot.com/2014/05/blog-post_5404.html

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...