Homeຂ່າວພາຍ​ໃນສູນບໍລິການຈັດຫາງານ ຕ້ອງການຂື້ນທະບຽນຕຳແໜ່ງງານວ່າງ ແລະ ຜູ້ຕ້ອງການວຽກເຮັດງານທຳ

ສູນບໍລິການຈັດຫາງານ ຕ້ອງການຂື້ນທະບຽນຕຳແໜ່ງງານວ່າງ ແລະ ຜູ້ຕ້ອງການວຽກເຮັດງານທຳ

Published on

ສູນບໍລິການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີໜ້າທີ່ຈັດຫາງານພາຍໃນ ແລະ ສົ່ງໄປເຮັດວຽກຢູ່ຕ່າງປະເທດ, ເປັນບ່ອນເກັບກຳຂໍ້ມູນ ແລະເຜີຍແຜ່ຂໍ້ມູນຂ່າວສານຕະຫຼາດແຮງງານ, ເປັນໃຈກາງ ປະສານງານ ລະຫວ່າງ ຜູ້ຕ້ອງການແຮງງານ, ຜູ້ຕ້ອງການວຽກເຮັດ ແລະ ສູນຝຶກວິຊາຊີບຕ່າງໆ ທັ້ງພາກລັດ ແລະ ເອກະຊົນ.

ແຈ້ງມາຍັງ ໂຮງຈັກ ໂຮງງານ, ໂຄງການ, ເຂດເສດຖະກິດພິເສດ, ຜູ່ປະກອບການ ທີ່ຕ້ອງການແຮງງານ, ນັກຮຽນ, ນັກສຶກສາທີ່ກຳລັງຈະຮຽນຈົບ ແລະ ຈົບໃໝ່, ຜູ້ວ່າງງານ, ຜູ້ຕ້ອງການປ່ຽນອາຊີບ ຈົ່ງໄດ້ໄປລົງທະບຽນກັບສູນບໍລິການຈັດຫາງານ ພວກເຮົາມີຄວາມຍິນດີຈະເປັນສື່ກາງໃນການປະສານງານ ແລະ ອຳນວຍຄວາມສະດວກ ໃຫ້ພວກທ່ານໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຕ່າງໆ ກ່ຽວກັບແຮງງານ ໃຫ້ພວກທ່ານໄດ້ເພື່ອນຮ່ວມງານທີ່ດີ ແລະ ແຮງງານໄດ້ວຽກຕາມຄວາມເໝາະສົມ.

ສົນໃຈກະລຸນາຕິດຕໍ່: ສູນບໍລິການຈັດຫາງານ ຖະໝົນເຈົ້າສຸພານຸວົງ, ບ້ານ ອຸບມຸງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 222 255, 021 250 993 ເບີແຟັກ: 021 222 635 ອີເມວ: laosee@hotmail.com

ທີ່ມາ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...