Homeຂ່າວເຫດການປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດກຳປູເຈຍ ເຂົ້າຢ້ຽມຂ່ຳນັບ

ປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດກຳປູເຈຍ ເຂົ້າຢ້ຽມຂ່ຳນັບ

Published on

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຕຍບັນ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນວັນທີ 27 ພຶດສະພາຜ່ານມາ ທີ່ທຳນຽບປະທານປະເທດ; ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ແຕ່ວັນທີ 24-27 ພຶດສະພາທີ່ ສປປ ລາວ ເປັນ ເຈົ້າພາບ.

ໃນໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີອັນເປັນມູນເຊື້ອ ລະຫວ່າງລາວ-ກຳປູ ເຈຍ ໂດຍສະເພາະແມ່ນ ການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດລາວ-ກຳປູເຈຍ ໃຫ້ນັບມື້ຂະຫຍາຍຕົວຂຶ້ນ ເລື້ອຍໆ. ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືອາຊຽນ ໂດຍສະເພາະວຽກງານດ້ານຄວາມໝັ້ນຄົງ ຂອງບັນດາປະເທດອາຊຽນ ຈະໄດ້ຮັບການພັດທະນາໃຫ້ດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...