spot_img
Homeຂ່າວພາຍ​ໃນວາງສະແດງສິນຄ້າໂອດັອບ ແລະ ສິນຄ້າຄອບຄົວຕົວແບບ

ວາງສະແດງສິນຄ້າໂອດັອບ ແລະ ສິນຄ້າຄອບຄົວຕົວແບບ

Published on

ວັນ​ທີ 27 ພຶດ­ສະ­ພາ​ຜ່ານ​ມາ​ພະ​ແນກອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຮ່ວມ​ກັບ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໄດ້​ຈັດ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ໂອດັອບ ແລະ​ ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ​ຂອງ​ນະຄອນ​ຫຼວງ​ວຽງ​ຈັນ​ຄັ້ງ​ທີ III ປະ­ຈຳ​ປີ 2016, ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ​ໂດຍ​ພາຍ​ໃຕ້​ການເຂົ້າ​ຮ່ວມ​ຂອງ​ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ ຄ້າ, ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ, ພ້ອມ​ດ້ວຍພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ແລະ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ເຂົ້າ​ຮ່ວມ.

ທ່ານ ເບີ​ລິນ ເພັດ​ຈັນ­ທະ​ລາດ ຫົວ­ໜ້າ​ພະ​ແນກ ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ, ກ່າວ​ວ່າ: ການ​ຈັດ​ງານ​ດັ່ງ­ກ່າວ​ກໍ່​ເພື່ອ​ຈັດ​ຕັ້ງ​ປະ­ຕິບັດ​ນະ­ໂຍ­ບາຍ​ໃນ​ການ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນສິນ­ຄ້າ ແລະ​ການ​ໂຄ­ສະ­ນາ​ສິນ­ຄ້າ​ໃຫ້​ແກ່​ບັນ­ດາ​ຫົວໜ່ວຍ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ​ກາງ​ທົ່ວ​ປະເທດ, ໂດຍ​ສະ­ເພາະ​ພາຍ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ໃຫ້​ມີ​ຕາ​ໜ່າງ​ຮອງ​ຮັບຜະ­ລິດ​ຕະ​ພັນ​ພາຍ​ໃນ ແລະ​ເສີມ​ສ້າງ​ທ່າ ແຮງ​ໃຫ້​ແກ່​ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດ ຕະ​ພັນ​ທີ່​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ສິນ­ຄ້າກາ​ໝາຍ​ໂອ​ດັອບ​ຂອງ​ນະ­ຄອນ­ຫຼວງວຽງ​ຈັນ​ກໍ​ຄື​ໃນ​ທົ່ວ​ປະ­ເທດ​ໃຫ້​ມີ​ພື້ນ­ຖານໂຄງ​ລ່າງ​ໃນ​ການ​ເປີດ​ຕະ­ຫຼາດ​ຈຳ­ໜ່າຍ ຜະ­ລິດ​ຕະ​ພັນ​ຂອງ​ຕົ້ນ​ເອງ ແລະ​ກ້າວ​ຂຶ້ນເປັນ​ທຸ­ລະ​ກິດ​ທີ່​ສາ­ມາດ​ຈຳ­ໜ່າຍ​ສິນ­ຄ້າ ທັງ​ພາຍ​ໃນ ແລະ​ສົ່ງ​ອອກ​ຕ່າງ­ປະ­ເທດໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ພ້ອມ​ດຽວ​ກັນ​ນັ້ນກໍ່​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ບັນ­ດາຫົວໜ່ວຍ​ທຸ­ລະ​ກິດ​ທີ່​ເຮັດ​ການ​ຜະ­ລິດ​ເປັນ ສິນ­ຄ້າ, ທັງ​ເປັນ​ການ​ໂຄ­ສະ­ນາ​ແລກປ່ຽນ​ບົດ­ຮຽນ​ລະ­ຫວ່າງ​ຫົວ­ໜ່ວຍ​ທຸ­ລະ ກິດ​ໂອ​ດັອບ​ດ້ວຍ​ກັນ, ໃນ​ນັ້ນ​ກໍ​ເພື່ອ​ເປັນການ​ຊຸກ­ຍູ້​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ​ຄອບ­ຄົວ ຕົວ​ແບບ​ໃຫ້​ມີ​ການ​ພັດ­ທະ­ນາ​ສິນ­ຄ້າ​ຂອງ ຕົນ​ກາຍ­ເປັນ​ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດຕະ​ພັນ (ໂອ​ດັອບ) ແຫ່ງ​ຊາດ​ໃຫ້​ມີຄວາມ​ຍືນ​ຍົງ​ຕະ­ຫຼອດ​ໄປ.

ໃນ​ງານ​ວາງ­ສະ­ແດງ ແລະ​ຈຳ­ໜ່າຍ ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດ​ຕະ​ພັນ (ໂອດັອບ) ແລະ​ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ ຄັ້ງ​ທີ III ປະ­ຈຳ​ປີ 2016 ນີ້, ແມ່ນ​ມີ​ທຸລະ​ກິດ​ເຂົ້າ​ຮ່ວມ​ງານ​ທັງ​ໝົດ 123 ຫົວ ໜ່ວຍ​ສົມ​ທຽບ­ໃສ່​ປີ 2015 ຜ່ານ​ມາ ຈຳ­ນວນ 80 ຫົວ­ໜ່ວຍ​ເພີ່ມ​ຂຶ້ນ 58% ຈຳ­ນວນ​ຫ້ອງ​ມີ 181 ຫ້ອງ, ທຽບ­ໃສ່​ປີ ຜ່ານ​ມາ​ເພີ່ມ​ຂື້ນ 16%, ໃນ​ນັ້ນ​ເຫັນ​ວ່າ: ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດ​ຕະ​ພັນ (ໂອ ດັອບ) ເຂົ້າ​ຮ່ວມ​ງານ​ທັງ​ໝົດ​ຈຳ­ນວນ   32 ຫົວ­ໜ່ວຍ (ຈາກ 34 ຫົວ­ໜ່ວຍ​ທີ່ ໄດ້​ຮັບ​ກາ​ໝາຍ​ໂອ​ດ໋ອບ​ຂອງ ນວ ລວມ​ມີ 46 ຫ້ອງ, ສ່ວນ​ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບຂອງ ນວ ມີ​ຈຳ­ນວນ 65 ຫົວ­ໜ່ວຍ, ລວມ​ມີ 99 ຫ້ອງ, ສົມ​ທຽບ­ໃສ່​ປີ 2015 ເຫັນ​ວ່າ​ຈຳ­ນວນ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່ໄດ້​ຮັບ​ກາ​ໝາຍ​ສິນ­ຄ້າ​ໂອ​ດັອບ​ເຂົ້າ​ຮ່ວມ ງານ​ເພີ່ມ​ຂຶ້ນ 40% ແລະ​ຫົວ­ໜ່ວຍ​ຄອບ ຄົວ​ຕົວ​ແບບ​ເພີ່ມ​ຂຶ້ນ 12% ນອກ​ນັ້ນ​ຍັງມີ​ຫົວ​ໜ່ວ​ທຸ­ລະ​ກິດ ແລະ​ຄອບ­ຄົວ​ຕົວແບບ​ຈາກ​ຕ່າງ​ແຂວງ​ໃນ​ທົ່ວ​ປະ­ເທດ​ເຂົ້າ ຮ່ວມ 29 ຫົວ­ໜ່ວຍ, ລວມ​ມີ 36 ຫ້ອງ.

ທັງ​ນີ້​ໃນ​ງານ​ຄັ້ງ​ນີ້​ຍັງ​ໄດ້​ມີ​ພິ­ທີ​ຈັດງານ​ປະ​ກວດ​ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ ລິດ ຕະ​ພັນ (ໂອ​ດັອບ) ທີ່​ສະ­ໝັກ​ເຂົ້າ​ແຂ່ງຂັນ​ປະ​ກວດ, ກຳ­ນົດ​ສະ­ເພາະ​ຂອງ ນວ, ລວມ​ມີ​ຈຳ­ນວນ 25  ຫົວ­ໜ່ວຍ​ໃນ​ຈຳ ນວນ​ໂອ​ດັອບ​ທັງ​ໝົດ 34 ຫົວ­ໜ່ວຍ​ລວມ ມີ 46 ຜະ­ລິດ​ຕະ​ພັນ​ທີ່​ສົ່ງ​ເຂົ້າ​ຮ່ວມ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...