Homeສຸຂະພາບ ແລະ ສີ່ງແວດລ້ອມການດູແລສຸຂະພາບໃຫ້ແຂງແຮງ ໃນຍາມລະດູຝົນ

ການດູແລສຸຂະພາບໃຫ້ແຂງແຮງ ໃນຍາມລະດູຝົນ

Published on

ລະດູຝົນມາພ້ອມກັບຄວາມເຢັນຊຸ່ມຊ້ຳຂອງສາຍນ້ຳ ແລະ ເປັນລະດູທີ່ເຮັດໃຫ້ຄົນເຈັບປ່ວຍໄດ້ງ່າຍ ໂດຍສະເພາະເດັກນ້ອຍ ສຳລັບຄົນທີ່ມີສຸຂະພາບບໍ່ແຂງແຮງອາດຈະເຈັບປ່ວຍໄດ້ງ່າຍ ວັນນີ້ເຮົາເລີຍມີວິທີການດູແລສຸຂະພາບໃຫ້ແຂງແຮງ ໃນຍາມລະດູຝົນມາຝາກກັນ

ອອກຈາກເຮືອນທຸກຄັ້ງຢ່າລືມຖືຄັນຫົ່ມ, ເສື້ອກັນຝົນ ໄປພ້ອມ

ກ່ອນອື່ນເຮົາຕ້ອງດູແລຕົວເອງບໍ່ໃຫ້ປຽກຝົນ ເພາະເຮົາບໍ່ຮູ້ວ່າຝົນຈະຕົກລົງມາໃນຊ່ວຍເວລາໃດ ສະນັ້ນການກຽມອຸປະກອນປະເພດຄັນຫົ່ມ, ເສື້ອກັນຝົນໄປນຳໃນລະດູຝົນມັນຈິ່ງເປັນສິ່ງສຳຄັນຫຼາຍ ຖ້າເຮົາປຽກຝົນຕະຫຼອດກໍ່ຈະເປັນໄຂ້, ເປັນໄອ, ເປັນຫວັດໄດ້ງ່າຍໆ ແລະ ທີ່ສຳຄັນເຮົາຈະບໍ່ເສຍເວລາໄປຢືນລົບຝົນຖ້າໃຫ້ຝົນເຊົາຕົກໄດ້ອີກດ່ວຍ

water-1

ດື່ມນ້ຳລ້າຫຼາຍໆ 

ການດື່ມນ້ຳຈະຊ່ວຍຮັກສາພູມຄຸ້ມກັນໃນຮ່າງກາຍໃຫ້ຢູ່ໃນລະກັບທີ່ເໝາະສົມຢູ່ສະເໝີ ແລະ ເພື່ອປ້ອງກັນຮ່າງກາຍສູນເສຍນ້ຳຈາກການທີ່ເຫື່ອອອກຫຼາຍຈົນເກີນໄປ

foot (1)

ຫຼີກລ່ຽງການລຸຍນ້ຳຄັງ

ເມື່ອຝົນຕົກແຮງຕິດຕໍ່ກັນ ຈະເຮັດໃຫ້ເກີດມີນ້ຳຄັງ ແລະ ນ້ຳເປື້ອນຖ້າຫຼີກລ່ຽງໄດ້ທ່ານຄວນຫຼີກ ເພາະອາດເຮັດໃຫ້ຕີນຂອງທ່ານເກີດເປັນຕີນຫໍໄດ້ ແລະ ເວລາລຸຍນ້ຳເປື້ອນມາທຸກຄັ້ງທ່ານຕ້ອງລ້າງຕີນລ້າງມືໃຫ້ສະອາດ ເພາະນ້ຳເປື້ອນຈະມີເຊື້ອພະຍາດຢູ່ຫຼາຍ ເຊິ່ງມັນຈະນຳມາແກ່ ໂຣກອະຫິວາ, ໂຣກມືຕີນເປື່ອຍ, ແຜອັກເສບ ເປັນຕົ້ນ

dryhair

ພະຍາຍາມເຮັດຕົວໃຫ້ແຫ້ງຢູ່ສະເໝີ

ຫາກວັນໃດທີ່ທ່ານປຽກຝົນມາ ຢ່າຟ້າວຍ່າງເຂົ້າຫ້ອງແອ ຫຼື ຍ່າງຜ່ານພັດລົມເດັດຂາດ ເພາະຈະເຮັດໃຫ້ຮ່າງກາຍປັບຕົວບໍ່ທັນ ທ່ານຄວນປ່ຽນເຄື່ອງ ແລະ ເຊັດຜົມໃຫ້ແຫ້ງກ່ອນ ຫຼື ເຮັດໃຫ້ໂຕທ່ານແຫ້ງທີ່ສຸດ ແລະ ຄວນດື່ມນ້ຳອຸ່ນໃສ່ ເພາະວິທີນີ້ຈະຊ່ວຍໃຫ້ອຸນຫະພູມໃນຮ່າງກາຍກັບມາເປັນປົກກະຕິ

cookingpan

ກິນອາຫານໃຫ້ສະອາດ

ນອກຈາກຈະເຮັດໃຫ້ຮ່າງກາຍສະອາດແລ້ວ ອາຫານທີ່ກິນລົງໄປຕ້ອງສະອາດອີກດ້ວຍ ເພາະລະດູຝົນຈະມີອຸນຫະພູມທີ່ເໝາະກັບການຈະເລີຍເຕີບໂຕຂອງເຊື້ອໂຣກ, ແບັກທີເຣຍ ແລະ ຈຸລິນຊີທັງຫຼາຍ ແລະ ຈະມີໂອກາດເຂົ້າມາໃນອາຫານການກິນຂອງທ່ານໄດ້ສູງ ເຊິ່ງຖ້າຫາກທ່ານກິນອາຫານທີ່ມີເຊື້ອໂຣກເຂົ້າໄປໃນຮ່າງກາຍແລ້ວ ບາງທ່ານອາດຈະເກີດອາການຖອກທ້ອງຮຸນແຮງໄດ້

spray

ຢ່າໃຫ້ຍຸງກັດ

ເຮົາຮູ້ກັນດີຢູ່ວ່າໃນຊ່ວງລະດູຝົນຍຸງມີຫຼາຍເປັນພິເສດ ເນື່ອງຈາກສະພາບອາກາດຄວາມຊຸ່ມ ຈິ່ງອຳນວຍຄວາມສະດວກໃຫ້ແກ່ການຈະເລີນພັນຂອງຍຸງ ແລະ ຍຸງໃນລະດູຝົນຈະເປັນພາຫະນະນຳໂຣກຮ້າຍແຮງມາສູ່ຄົນໄດ້ເຊັ່ນ: ໄຂເລືອດອອກເປັນຕົ້ນ

woman with orange

ກິນສະໝຸນໄພເປັນປະຈຳ

ສະໝຸນໄພເຊັ່ນ: ຫົວສີໃຄ, ຂ່າ, ຂີງ, ກະທຽມ ແລະ ຂິມິ້ນ ລ້ວນມີຄຸນສົມບັດຮັກສາອຸນຫະພູມຂອງຮ່າງກາຍ ແລະ ສົ່ງເສີມລະບົບພູມຄຸຸ້ມກັນຂອງຮ່າງກາຍໄດ້ເປັນຢ່າງດີ

cold_3

ຫາກໄອ ຫຼື ຈາມ ໃຫ້ໃຊ້ຜ້າອັດປາກທຸກຄັ້ງ

ເມື່ອມີອາການໄອ ຫຼື ຈາມ ໃຫ້ໃຊ້ຜ້າອັດປາກທຸກຄັ້ງເພື່ອບໍ່ໃຫ້ເຊື້ອໂຣກແຜ່ກະຈາຍໄປສູ່ຄົນອື່ນ ຫຼື ເຮັດໃຫ້ເຊື້ອໂຣກແຜ່ກະຈາຍໄປຕາມຮ່າງກາຍໄດ້

 

ທີ່ມາ: http://health.kapook.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...