spot_img
Homeວັນນະກຳຫ້ອງຜີສິງ

ຫ້ອງຜີສິງ

Published on

image.jpgເລື່ອງສັ້ນແນວສະເທືອນຂັວນ ຂອງນາມປາກກາ ສ. ສາຍບຸນມີ

          (ເລື່ອງນີ້ໄດ້ຮັບແນວຄວາມຄຶດຈາກເລື່ອງ “ຫ້ອງເຊົ່າທີ່ມີເຄື່ອງເຮືອນຄົບ” ຂຽນໂດຍ ໂອແຮນຣີ)

ຊາຍໜຸ່ມຄົນນີ້ ເຂົາເດີນທາງໄປໃສມາໃສຈົນທົ່ວແລ້ວບໍ່ວ່າຈະເປັນເມືອງສິງຢູ່ຜົ້ງສາລີເໜືອສຸດປະເທດລາວ ເຂົາກະໄປມາແລ້ວ ເມືອງ ໄຊເຊດຖາຢູ່ແຂງອັດຕະປືໃຕ້ສຸດເຂົາກະໄປຢຽບມາແລ້ວຄືກັນ ແຕ່ຍັງມີສະຖານທີ່ບ່ອນໜຶ່ງ ທີ່ເຂົາຍັງບໍ່ທັນໄດ້ເລາະໃຫ້ທົ່ວເຖິງ ນັ້ນກໍຄື ນະ ຄອນຫລວງວຽງຈັນ.

ມື້ນີ້…..

ຕໍ່ໜ້າຫ້ອງແຖວຫລັງໜຶ່ງ ຊາຍໜຸ່ມທີ່ຊື່ ຄຳສີ ເດີນອອກຈາກລົດຈໍາໂບ້ທີ່ມາສົ່ງດ້ວຍອາການເມື່ອຍອ່ອນ ພາຍຫລັງທີ່ເດີນທາງມາແລ້ວໝົດມື້ ເຂົາຈ່າຍເງິນກັບໂຊເຟີຜູ້ຂັບລົດ ແລ້ວກ່າວຄຳຂອບໃຈ ທີ່ບອກສະຖານທີ່ພັກ ຜ່ອນໃຫ້ ເຂົາຮູດຜ້າຈາກບ່າລົງໜ້ອຍໜຶ່ງ ຫລຽວຫລັງໄປເບິ່ງໜ້າລູກນ້ອຍທີ່ຖືກເຈ່ຍໄວ້ນັ້ນ ເດັກຄົນນັ້ນຍັງລັບໄຫລ ຢູ່ ແກ້ມແດງໆ ຮີມສົບອັນໜ້າຈູບນັ້ນ ເຮັດໃຫ້ຄຳສີຊື່ນອົກຊື່ນໃຈຂຶ້ນອີກຄັ້ງ ເຂົາຟ້າວຈັບເອົາກະເປົາເສື້ອຜ້າ ແລ້ວ ຍ່າງໄປຫາເຮືອນຫລັງໜຶ່ງ ທີ່ຢູ່ຂ້າງຫ້ອງແຖວ ຕາມທີ່ໂຊເຟີລົດຈຳໂບ້ບອກ ວ່າເຮືອນຫລັງນັ້ນຄືເຮືອນເຈົ້າຂອງຫ້ອງ ແຖວ.

“ກ໋ອກໆໆ” ສຽງເຄາະປະຕູຂອງຄໍາສີ ພ້ອມກັບເວົ້າວ່າ “ມີໃຜຢູ່ບໍ່?”

“ແອດດດດດ” ປະຕູເປີດອອກ ຜູ້ຍິງຕຸ້ຍ ເຕ້ຍ ຄົນໜຶ່ງປາກົດຕົວ “ມີຫຍັງໃຫ້ຊ່ອຍບໍ່? ”

“ຄືວ່າ ຂ້ອຍຢາກໄດ້ຫ້ອງພັກຈັກຫ້ອງໜຶ່ງ! ເຈົ້າຈັດການໃຫ້ຂ້ອຍແດ່?”

“ໄດ້ຕວ່າ! ຟັງສຽງເຈົ້າເວົ້າແລ້ວ ເຈົ້າຄືຊິແມ່ນເປັນຄົນຕ່າງແຂວງເນາະ!”

“ແມ່ນແລ້ວຂ້ອຍເປັນຄົນຕ່າງແຂວງ! ຂ້ອຍມີວຽກກໍເລີຍໄດ້ເດີນທາງໄປທົ່ວທຸກບ່ອນ!” ຄໍາສີສະເໜີຄວາມປະ ສົງຂອງຕົນ

“ມັນແມ່ນວຽກອິຫຍັງຄືເດີນທາງໄປທົ່ວແທ້! ບໍ່ແມ່ນເຮັດແນວຜິດກົດໝາຍເບາະ” ນາງຄົນນັ້ນຕໍ່ວ່າ

“ບໍ່ແມ່ນແນວນັ້ນດອກ! ຄືວ່າຂ້ອຍມາຕາມຫາເມຍຂອງຂ້ອຍ ລາວໜີຈາກຂ້ອຍມາແຕ່ປີກາຍປີກ່ອນພຸ້ນນ່າ! ຕອນນີ້ກະບໍ່ຮູ້ຂ່າວວ່າໄປຢູ່ໃສ?”

“ປາຕິໂທບ່ອນແມ່ນເລື່ອງທຳມະດາໄດ້ນິ! ເຈົ້າມີບັດປະຊາຊົນບໍ່? ຂ້ອຍຂໍເບິ່ງແດ່?”

ຄຳສີຈົກເອົາບັດປະຊາຊົນອອກມາ ພ້ອມກັບຮູບນ້ອຍໃບໜຶ່ງຍື່ນໃຫ້ຍິງຄົນນັ້ນ “ນີ້ເດີບັດປະຊາຊົນ ແລ້ວອັນນີ້ ແມ່ນຮູບເມຍຂອງຂ້ອຍ!”

“ຜູ້ຍິງຄົນນີ້ຂ້ອຍເຄີຍເຫັນໄດ໋!” ນາງຄົນນັ້ນເວົ້າຂຶ້ນ

“ແມ່ນອີຫລີຫວະ! ເຈົ້າເຫັນຢູ່ໃສ? ບອກຂ້ອຍມາໄວໆ!” ຄໍາສີຖາມຄືນດ້ວຍຄວາມຟ້າວຟັ່ງ

“ເອີ!ເອີ! ຂ້ອຍຈື່ບໍ່ໄດ້ຊ້ຳ ມັນດົນມາ ແລ້ວຄືຊິຈື່ບໍ່ໄດ້ດອກ! ບາງເທື່ອກະຊິຫລົງຄົນກະເປັນໄດ້” ນາງເວົ້າພ້ອມ ດ້ວຍສີໜ້າອັນຫລ່າເຫລືອງ ກຸກໆ! ກັກໆ!

“ເຈົ້າເວົ້າແທ້ຕິວ່າບໍ່ເຄີຍເຫັນ!”

“ກະແທ້ຫັ້ນແລ້ວ!”

“ດຽວຂ້ອຍຊິໄປເປີດຫ້ອງໃຫ້ເຈົ້າເດີ!” ນາງຍ່າງມຸ່ງໜ້າໄປຫາຫ້ອງຢູ່ທາງຂ້າງສຸດໝູ່

ຄວາມມືດສະລົວເລີ່ມເຂົ້າມາແທນທີ່ຄວາມແຈ້ງສະຫວ່າງ ດວງຕາເວັນທີ່ເຄີຍສາດແສງສີແດງເຄື່ອນຍ້າຍ ຫາຍໄປ ຜູ້ຍິງເຈົ້າຂອງຫ້ອງແຖວຈັບກຸນແຈອອກຈາກຖົງເສື້ອ ນາງຟ້າວສອດໃສ່ໜ່ວຍຂອງມັນທີ່ປ້ອງກັນປະຕູຢູ່ ສຽງປະຕູເປີດອອກຄ່ອຍໆດັງ “ແອດດດ”

“ໃຫ້ເຈົ້າຄ່ອຍມ້ຽນມັດເອົາເດີ! ເຖິງວ່າມັນຊິເກົ່າແດ່ ແຕ່ກະພໍຢູ່ໄດ້! ບາດມື້ອື່ນຂ້ອຍຊິມາເກັບເງິນຄ່າເຊົ່າ! ຂ້ອຍໄປກ່ອນລະເດີ!” ຜູ້ຍິງເຈົ້າຂອງຫ້ອງເວົ້າ

“ຂອບໃຈຫລາຍໆ” ຄຳສີຕອບກັບໄປພ້ອມດ້ວຍຮອຍຍິ້ມ

ຄຳສີຍ່າງກ້າວເຂົ້າໄປພາຍໃນຫ້ອງ ສາຍຕາທັງສອງຂອງເຂົາສັງເກດເຫັນວ່າ ພາຍໃນຫ້ອງນີ້ມັນບໍ່ຄ່ອຍສະອຽດ ຮຽບຮ້ອຍພໍເທົ່າໃດເລີຍ ມີຂີ້ຝຸ່ນຈັບຢູ່ທົ່ວທຸກບ່ອນ ບໍ່ວ່າຈະເປັນຕຽງທີ່ຢູ່ທາງຂວາຂອງຫ້ອງແລະຕັ່ງໄມ້ໜ່ວຍໜຶ່ງຕິດ ຢູ່ແຄມປ່ອງຢ້ຽມທາງຊ້າຍຂອງຫ້ອງ ແຕ່ໃນຈິດໃຈເຂົາຊ້ຳພັດຮູ້ສຶກແປກໆຄ້າຍຄືກັບວ່າ ມີສິ່ງໃດສິ່ງໜຶ່ງກຳລັງສື່ສານ ກັບເຂົາ ຄວາມຮູ້ສຶກຕ່າງໆມັນເຂົ້າມາສຸມໃນຫົວໃຈ ວຸ່ນວາຍມົ້ວໄປໝົດ ເຂົາຟ້າວຈັດແຈງເຄື່ອງຂອງເທື່ອລະນ້ອຍ ປັດກວາດໄປໆມາໆ ບໍ່ທັນເທົ່າໃດນາທີ ຫ້ອງກໍສະອາດພໍຈະເຮັດໃຫ້ສາຍຕາບໍ່ຂຸ່ນເຄືອງຄືກ່ອນໜ້ານີ້ ເຂົາຈັບເອົາ ກ່ອງນ້ຳນົມສີຂາວນັ້ນອອກຈາກຖົງເຄື່ອງ ຂະຫຍັ່ນມັນໄປມາ ແລ້ວຈັບໃສ່ປາກລູກນ້ອຍ ທີ່ຕອນນີ້ເລີ່ມມືນຕາຂຶ້ນມາ ແດ່ແລ້ວ ເພາະຮູ້ສຶກວ່າຄວາມຫິວມັນມາລົບກວນ ເມື່ອອີ່ມອົກອີ່ມໃຈແລ້ວ ກໍມ້ອຍຫລັບໄປອີກ ໂດຍທີ່ບໍ່ງໍແງຂັດ ຂວາງພໍ່ໃຫ້ເດືອດຮ້ອນນຳ ຄຳສີປະຄອງລູກວາງລົງໃສ່ຕຽງນອນຄ່ອຍໆ ເຂົາຈ້ອງເບິ່ງໜ້າລູກຢູ່ດົນເຕີບ ແລະພາບ ເຫລົ່ານັ້ນໃນອະ ດີດກໍໄຫລຫລັ່ງເຂົ້າສູ່ສະໝອງ :

“ເມື່ອປະມານສາມປີຜ່ານມາແລ້ວ ຄຳສີໄດ້ສ້າງຄອບຄົວກັບຍິງຄົນໜຶ່ງອ່າວຢາກວ່າງາມ ຖານະເທົ່າທຽມກັນ ເມື່ອເວລາຜ່ານເລີຍໄປປີທີສອງ ຍ້ອນຄວາມຮັກ ຄວາມສະເໜ່ຫາ ທັງສອງກໍໃຫ້ກຳເນີດລູກຄົນໜຶ່ງ ເຊິ່ງທັງໜ້າຮັກ ໜ້າເອັນດູແລະເປັນສາຍຜູກພັນລະຫວ່າງທັງສອງຄົນໃຫ້ແໜ້ນແຟ້ນ ຍ່າງເຂົ້າປີທີສາມ ບໍ່ຮູ້ວ່າເປັນຫຍັງ? ໂລກມັນ ກັບຕາລະປັດ ຄຳສີປ່ຽນຈາກຄົນເດີມກາຍເປັນຄົນໃໝ່ ໃນແຕ່ລະມື້ເຂົາມັກໄປຊຸມແຊວກັບໝູ່ເລື້ອຍໆ ກັບມາເຮືອນ ໃນເວລາຄໍ່າມືດຈືດຕາ ຊ້ຳບໍ່ໜຳຜິດຖຽງກັບເມຍຕະຫລອດ ຈົນເຖິງຂັ້ນຕົບຕີ”

ເມຍຂອງຄຳສີໃນແຕ່ລະມື້ຕ້ອງນອນນັ່ງກິນນ້ຳຕາ ແລະເຈັບຊ້ຳທາງກາຍໃຈຢ່າງທີ່ສຸດ ນາງບໍ່ຄິດບໍ່ຝັນເລີຍວ່າ ເສັ້ນທາງຊີວິດຂອງຄູ່ຜົວເມຍຈະມາເປັນແບບນີ້ ຈາກທີ່ເຄີຍຫວັງໄວ້ວ່າ ຊີວິດຂອງຄົວຄົວຈະມີຄວາມສຸກ, ຮັ່ງມີລ້ຳ ລວຍ ແລະມີທຸກສິ່ງທຸກຢ່າງພຽບພ້ອມ ມາຕອນນີ້ມັນເປັນພຽງແຕ່ຄວາມຝັນລົມໆແລ້ງໆຂອງຕົນ ຜູ້ຊາຍຄົນນັ້ນທີ່ ເປັນສຸພາບບູລຸດໃນດວງໃຈ ກໍກັບກາຍເປັນພະຍາມານຜູ້ໂຫດຮ້າຍ ແລະມັກກິນແຕ່ນ້ຳຢາພິດ ຈົນເຜົາຜານຊັບສິນ ທີ່ດິນໄປຈົນໝົດ.

ມີວັນໜຶ່ງ ທີ່ຄຳສີເມົາມາຢ່າງໄຮ້ສະຕິສຳປະຊັນຍະ ເຂົາຮ້ອງໂວຍວາຍຈົນຄັບຄັ່ງເຮືອນ ປ້ອຍດ່າລູກເມຍຢ່າງ ເຜັດຮ້ອນ ຊ້ຳບໍ່ໜຳຍັງທຸບຕີເມຍຢ່າງໄຮ້ມະນຸດສະທຳ ເຮັດໃຫ້ຜູ້ເປັນເມຍອົດທົນບໍ່ໄດ້ເປັນທີ່ສຸດ ນາງໄດ້ຕັດສິນໃຈ ຢ່າງທ່ຽງແທ້ວ່າ ຈະໜີໄປຈາກບ່ອນນີ້ ໄປໄກໆຈົນຮອດບ່ອນທີ່ສຸດຂອບຟ້າ ກ່ອນໄປ ນາງໄດ້ເວົ້າກັບຄຳສີ ເໝືອນກັບ ເປັນຄຳສັ່ງລາເທື່ອສຸດທ້າຍວ່າ “ນີ້ຄືຄັ້ງສຸດທ້າຍທີ່ເຮົາຈະໄດ້ເຫັນກັນ ເລື່ອງທີ່ຜ່ານມານັ້ນ ຂ້ອຍຈະຄິດວ່າມັນເປັນ ພຽງອະດີດອັນເນົ່າເໝັນ ທີ່ຄວນລືມໃຫ້ໝົດ ແລະຕໍ່ຈາກນີ້ໃນອະນາຄົດຕໍ່ໄປ ຂ້ອຍຈະໄປໃຊ້ຊີວິດແບບໃໝ່ ຢາກ ສ້າງຄວາມຝັນທີ່ເຄີຍຝັນນັ້ນໃຫ້ມັນເປັນຈິງ ຂ້ອຍຂໍຝາກລູກນ້ອຍໆໄວ້ໃຫ້ເຈົ້າດີແລ ບາງເທື່ອໃນຍາມທີ່ເຈົ້າຄິດເຖິງ ຂ້ອຍ ຂໍໃຫ້ເບິ່ງໜ້າລູກ ມັນກໍຄືກັບແວ່ນແຍງທີ່ສ່ອງເຫັນໂຕຂ້ອຍ ອີກຢ່າງໜຶ່ງຄັນມີລູກຢູ່ເຈົ້າອາດຈະກັບກາຍຄົນ ເປັນລະຄົນຄືກັບຕອນນີ້ໄດ້ ຂ້ອຍຂໍລາກ່ອນ”

ເຊົ້າວັນຕໍ່ມາ ເມຍຂອງຄຳສີໄດ້ຫອບຫິ້ວເອົາເຄື່ອງຂອງຈຳນວນໜຶ່ງບັນຈຸໃສ່ກະເປົາ ແລ້ວກໍເດີນ ທາງຈາກ ບ້ານ ໄປຢ່າງໄຮ້ຮ່ອງຮອຍ ປະໄວ້ພຽງລູກແລະຜົວໃຫ້ຢູ່ນຳກັນພຽງສອງຄົນ.

ສັນດານຂອງມະນຸດມັກເປັນແນວນີ້ ຍາມທີ່ມີໂອກາດ ຍາມທີ່ມີຄວາມຫວັງພັດບໍ່ສ້າງແລະເພີ່ມພູນກັບມັນ ເມື່ອສິ່ງທີ່ວ່າມານັ້ນຫລຸດຫລອຍໄປ ຊ້ຳພັດມາໂງເງງົມຫາ ຄົງເຫລືອພຽງແຕ່ອາກາດແລະຄວາມຫວ່າງເປົ່າເທົ່ານັ້ນ ປຽບສະເໝືອນກັບຄຳສີ ທີ່ບໍ່ໄດ້ໄຂວ່ຄວ້າເອົາສິ່ງລ້ຳຄ່າໄວ້ໃນມື ເມື່ອມັນຫລຸດລອຍໄປແລ້ວ ຈຶ່ງມາຄິດໄດ້ ແຕ່ມັນກໍ ສາຍເກີນໄປແລ້ວທີ່ຈະແກ້ໃຫ້ກັບມາເປັນແບບເດີມ. ຄຳສີ ເຂົາເລີ່ມຄິດເຖິງອະດີດດີໆທີ່ເຄີຍສ້າງມາກັບເມຍ ຮອຍ ຍິ້ມ, ຄວາມຮັກແລະສຽງຫົວຂອງຜູ້ຍິງທີ່ເຄີຍຮັກ ມັນຜຸດຂຶ້ນມາໃນສະໝອງເລື້ອຍໆ ຈົນເຮັດໃຫ້ຫົວໃຈດວງນ້ອຍ ຂອງເຂົາ ແຕກສະຫລາຍລົງ ເພາະວ່າບໍ່ມີສິ່ງເຫລົ່ານັ້ນມາຄ້ຳຈຸນມັນໄວ້.

ບາງຄັ້ງ ເຂົາເຖິງກັບຮ້ອງໄຫ້ກິນເຂົ້າກັບນ້ຳຕາ ຄິດເຖິງຄວາມຫລັງຕອນທີ່ເມຍຍັງຢູ່ ໃນຕອນນັ້ນອາຫານການ ກິນບໍ່ວ່າຍາມເຊົ້າ ສວາຍ ແລງ ຕ່າງກໍເປັນອາຫານທີ່ແຊບຊ້ອຍ ມີຫລາກຫລາຍຢ່າງ ຕອນນີ້ເຂົາພັດກິນເຂົ້າໜຽວ ກັບເກືອ ເຄື່ອງຂອງຕ່າງໆ ເປັນຕົ້ນວ່າ ຜ້າຫົ່ມ-ເສື່ອ-ໝອນ, ຖ້ວຍໂຖໂອຊາມ ຕ່າງກໍສະອາດສະອ້ານທັງນັ້ນ ມາຕອນ ນີ້ພັດມີລາຄີສີດຳຈັບເຕັມໄປໝົດ.

ຄຳສີໝົກໝຸ້ນຢູ່ກັບສະພາບນີ້ຢູ່ເປັນເວລາດົນ ອາການຊ້ຳເຮື້ອຂອງຫົວໃຈ ເຮັດໃຫ້ເຂົາຢູ່ບໍ່ເປັນສຸກເລີຍ ເຂົາຮູ້ ຊຶ້ງກັບຄຳວ່າ ເຫງົາ ຢ່າງທີ່ສຸດ. ນອນໃນແຕ່ລະຄືນມີແຕ່ຝັນເຫັນເມຍ ເມຍທີ່ເຄີຍຄຽງຂ້າງ ຍ້ອນເວນກຳຕາມໄປສະ ໜອງ ໃນຄວາມຝັນນັ້ນ ເຂົາຖືກເມຍດ່າ ວ່າ ເວົ້າ ແລະຖິ້ມເຂົາໄປມີຄົນໃໝ່. ເມື່ອຕື່ນຈາກຝັນຕອນກາງຄືນ ເຂົາ ຮ້ອງໄຫ້ດ້ວຍຄວາມລະທົມທຸກເປັນທີ່ສຸດ.

ຄຳສີ ເລີຍຕັດສິນໃຈທີ່ຈະໄປນຳເອົາເມຍກັບຄືນມາ ບໍ່ວ່າເມຍຈະຢູ່ແຫ່ງຫົນໃດກໍຈະເອົາຄືນມາໃຫ້ໄດ້ ເຖິງວ່າຈະ ພົບກັບບັນຫາ ຫລືຂວາກໜາມໃດໆ ເຂົາກໍຈະຕ້ອງສູ້ໃຫ້ເຖິງທີ່ສຸດ ເພື່ອ “ເມຍ” ຄົນດຽວເທົ່ານັ້ນ.

“ແອັງແງ! ແອັງແງ! ແອັງແງ!” ສຽງລູກຂອງຄຳສີຮ້ອງໂວຍວາຍຂຶ້ນ ທັນໃດນັ້ນຄຳສີກໍຕື່ນອອກຈາກພະວັງໃນ ຄວາມຄິດ.

“ໂອ່ ບັກຫລ້າ! ຫລັບຕາພໍ່ຊິກ່ອມ! ພໍ່ຊິກ່ອມໃຫ້ເຈົ້າ ຫລັບແລ້ວຊື່ນສະບາຍ” ຄຳສີກ່ອມລູກທັງຈົ່ມເວົ້າເປັນຄຳ ກອນ

ລູກຄ່ອຍໆມ້ອຍຫລັບໄປ ເມື່ອຖືກພໍ່ກ່ອມດ້ວຍຄວາມຖະໜຸຖະໜອມ ຄຳສີຫລຽວໄປທົ່ວຫ້ອງ ເຂົາສັງເກດ ເຫັນວ່າ ພາຍໃນຫ້ອງນີ້ເຖິງຈະບໍ່ເລີດຫລູປະດັບປະດາໄປດ້ວຍສິ່ງຂອງອັນລ້ຳຄ່າກໍຕາມ ແຕ່ມັນມີສະເໜ່ແນວໃດ ແນວໜຶ່ງສະເພາະເປັນຂອງມັນເອງ ອັນນັ້ນແມ່ນເຕົ້າດອກໄມ້ນ້ອຍ ທີ່ຕັ້ງຢູ່ປະຕູປ່ອງຢ້ຽມ ເຖິງວ່າມັນຈະຂາດແຄນ ນ້ຳມາດົນນານແລ້ວກໍຕາມ ແຕ່ມັນກໍຍັງອອກດອກ ເບັ່ງບານໃຫ້ໂລກໄດ້ຊົມ ສົມຊື່ວ່າເປັນດອກໄມ້ ໂຕນີ້ແມ່ນຕຽງ ນອນແລະຕັ່ງ ທີ່ຖືກສ້າງມາຈາກໄມ້ຊະນິດໃດໜຶ່ງ ເຖິງວ່າມັນຈະບໍ່ໜາ ເຫລື້ອມແມບມາບກໍຕາມ ມັນກໍສະແດງ ຄວາມມີປະໂຫຍດແລະຄວາມມີຄຸນຄ່າອອກມາໃຫ້ເຫັນ ຢູ່ຂ້າງຝາແຕ່ລະດ້ານມີໜັງສືພິມຕິດຢູ່ເປັນຈຳນວນຫລາຍ ໃບ ມີສີສັນໃນແບບຕ່າງໆ ເປັນຕົ້ນວ່າ ຂ່າວທາງເສດຖະ ກິດ-ການເມືອງ, ວິຖີຊີວິດຂອງຜູ້ຄົນ, ບົດວັນນະກຳກາບ ກອນ, ເລື່ອງລາວກ່ຽວກັບສຸຂະພາບ-ຄວາມງາມ ແລະຮູບພາບໂຄສະນາຫລູຫລາເຫລືອເຊື່ອ.

ທັນໃດນັ້ນ ກໍມີກິ່ນແນວໃດແນວໜຶ່ງມາເຕະດັງຂອງຄຳສີທັນທີ ເຂົາຮູ້ສຶກເຢັນວາບໄປເຖິງຂົ້ວຂອງຫົວໃຈ ເຂົາ ຄິດວ່າມັນຄົງຈະແມ່ນກິ່ນຂອງດອກໄມ້ທີ່ຢູ່ປ່ອງຢ້ຽມ ເມື່ອດົມເບິ່ງ  ມັນຊ້ຳພັດບໍ່ມີກິ່ນເອົາສາເລີຍ ເຂົານຳຫາກິ່ນນັ້ນ ຫລົບໄປຫລົບມາຫລາຍຕ່າວ ແຕ່ທີ່ມາຂອງມັນກໍຍັງບໍ່ພົບ. ເຂົາອອກມານອກຫ້ອງ ວ່າຊິດົມຫາກິ່ນນັ້ນ ແຕ່ມັນກໍ ຫາຍໄປ ເມື່ອເຂົ້າໄປໃນຫ້ອງຊ້ຳພັດໂຊຍເຂົ້າມາຫາຮູດັງທັນທີ ຄວາມຈິງແລ້ວກິ່ນນີ້ ມັນແມ່ນກິ່ນເສັ້ນຜົມເມຍຂອງ ເຂົາ ເຂົາຈື່ໄດ້ດີຍິ່ງກວ່າໃຜ? ຍາມຫລັບນອນນຳກັນ ເຂົາມັກປິ່ນໜ້າໃສ່ເມຍ ແລ້ວກໍສູບດົມເສັ້ນຜົມເຫລົ່ານັ້ນ.

“ເມຍເອີຍເຈົ້າຢູ່ໃສ? ເຈົ້າຢູ່ແຫ່ງຫົນໃດ? ຮູ້ບໍ່ວ່າຂ້ອຍຄິດເຖິງເຈົ້າທີ່ສຸດ ໃນຕອນນີ້ຂ້ອຍກຳລັງຕາມຫາເຈົ້າຢູ່! ຫລືວ່າເຈົ້າເຄີຍມາພັກຢູ່ໃນຫ້ອງນີ້! ເປັນຫຍັງກິ່ນຜົມຂອງເຈົ້າຄືມາປາກົດຢູ່ບ່ອນນີ້” ຄໍາສີລຳພັນຢູ່ຄົນດຽວ

ທັນໃດນັ້ນ ຄຳສີແລ່ນອອກຈາກຫ້ອງໄປຫາເຈົ້າຂອງຫ້ອງແຖວທັນທີ.

“ກ໋ອກໆ!” ຄຳສີເຄາະປະຕູ “ເຈົ້າຂອງຫ້ອງແຖວເອີຍຢູ່ບໍ່?”

“ມີອິຫຍັງນໍ້?” ເຈົ້າຂອງຫ້ອງແຖວຖາມມາດ້ວຍຄວາມສຸພາບ

“ຄືວ່າໃນຫ້ອງຂ້ອຍຫັ້ນນະ! ຂ້ອຍໄດ້ກິ່ນຜົມເມຍຂອງຂ້ອຍ ລາວເຄີຍມາພັກຢູ່ນີ້ບໍ່? ເຈົ້າຊ່ອຍບອກຂ້ອຍແດ່?”

“ບໍ່ເຄີຍດອກຕິ? ກ່ອນໜ້າເຈົ້າຊິມາພັກຢູ່ນີ້ ມີຜູ້ຊາຍຄົນໜຶ່ງ ຊື່ “ພອນ” ກ່ອນໜ້າຫັ້ນອີກຜູ້ຍິງຊື່ “ແກ້ວ” ແລະກ່ອນຫັ້ນອີກ ຜູ້ຊາຍຊື່ “ບຸນມີ” ແລະກ່ອນໜ້າຫັ້ນຂ້ອຍກະຈື່ບໍ່ໄດ້ອີກແລ້ວ…

“ຂ້ອຍວ່າ… ລາວຕ້ອງເຄີຍມາພັກຢູ່ນີ້ແທ້ໆແຫລະ! ເພາະຂ້ອຍໄດ້ກິ່ນຜົມຂອງລາວ” ຄຳສີຢືນຢັນໃນຄວາມເວົ້າ

“ເຈົ້າເປັນບ້າເບາະ! ກິ່ນຜົມໃຜມັນຊິໄປແຮງປານນັ້ນ ພໍຊິໃຫ້ຄົນອື່ນດົມໄດ້!” ເຈົ້າຂອງຫ້ອງແຖວໂຕ້ຕອບ

“ແທ້ໄດ໋! ຂ້ອຍໄດ້ກິ່ນແທ້ໆ!”

“ເຈົ້າເປັນບ້າໄປແລ້ວລະ! ຂ້ອຍຂໍບອກເປັນເທື່ອສຸດທ້າຍວ່າ ລາວບໍ່ເຄີຍມາຢູ່ບ່ອນນີ້ເລີຍ”

“ປັງ” ສຽງອັດປະຕູດັງແຮງຈົນເຮັດໃຫ້ຄໍາສີຕື່ນຍຸບບາດ ເຂົາຍ່າງກັບຫ້ອງດ້ວຍອາຫານເຫງົາຫງອຍ ຄິດວ່າ ເຈົ້າຂອງຫ້ອງແຖວຊິໃຫ້ຄຳຕອບໃນສິ່ງທີ່ເຂົາຢາກຮູ້ ແຕ່ພັດໄດ້ກັບມາຄືຄວາມຫວ່າງເປົ່າ ຄຳສີຄິດວ່າ ບາງເທື່ອ ອາດຈະເປັນຍ້ອນຕົນເອງເປັນບ້າກໍອາດຈະເປັນໄປໄດ້ ເພາະບໍ່ມີເວລາໃດທີ່ເຂົາຈະຢຸດເວົ້າ ຄິດເຖິງເມຍເລີຍ ດັ່ງນັ້ນ ຈຶ່ງເກີດພາບຫລອນຂຶ້ນໃນຈິດໃຈ ສ້າງພາບມາຍາໃຫ້ເຂົາງົມງາຍຢ່າງແນ່ນອນ.

ທີ່ເຮືອນຂອງເຈົ້າຂອງຫ້ອງແຖວ ແມ່ຍິງຄົນນັ້ນຖອນຫາຍໃຈຢ່າງຍາກລຳບາກ ນາງເກືອບເວົ້າສິ່ງໃດສິ່ງໜຶ່ງ ອອກໄປໃຫ້ກັບຊາຍຄົນນັ້ນຮູ້ ດີແຕ່ອົດທົນໄວ້ໄດ້ ບໍ່ດັ່ງນັ້ນອາດຈະເກີດບັນຫາຂຶ້ນກັບຫ້ອງແຖວຕົນເອງກໍເປັນໄດ້ ສຸດທ້າຍນາງກໍຈົ່ມຢູ່ໃນໃຈວ່າ : “ໂລກນີ້ມັນຊ່າງພິລຶກກຶກກືແທ້! ຫ້ອງແຖວທີ່ຊາຍຄົນນັ້ນຢູ່ ຫວ່າງສາມສີ່ເດືອນແລ້ວ ນີ້ ມີແມ່ຍິງຄົນໜຶ່ງມາພັກຢູ່ຫ້ອງນັ້ນ ເມື່ອເຊົ້າມື້ຕໍ່ມານາງກໍແຂນຄໍຕົນເອງຕາຍ ເປັນຜູ້ຍິງຄົນດຽວທີ່ຄືກັນກັບຮູບ ທີ່ຊາຍຄົນນັ້ນເອົາໃຫ້ເບິ່ງ! ເຮົາໄດ້ມ້ຽນສົບຜູ້ຍິງຄົນນັ້ນຢ່າງງຽບໆ ເພື່ອບໍ່ໃຫ້ເກີດເລື່ອງສະເທືອນຂວັນແກ່ຜູ້ຄົນທີ່ມາ ພັກຢູ່ຫ້ອງແຖວແຫ່ງນີ້…….”

“ຈົບ”

21/1/2016

ບົດຄວາມຫຼ້າສຸດ

ແຂວງສະຫວັນນະເຂດ ອອກແຈ້ງການ ຫ້າມຜະລິດ, ຊື້-ຂາຍ ສິ່ງຂອງກໍ່ໃຫ້ເກິດສຽງແຕກ ທົ່ວແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ອອກແຈ້ງການ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ ຂົນສົ່ງ, ຊື້-ຂາຍ ມີໄວ້ຄອບຄອງ ຈຸດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍ...

ສ.​ເກົາຫຼີ (KOICA) ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ 13 ລ້ານ​ໂດ​ລາ ເພື່ອຍົກລະດັບ ແລະ ປັບປຸງເສັ້ນທາງຫຼວງຢູ່ ສປປ ລາວ

ອົງການ​ຮ່ວມ​ມື​ສາກົນ ສ.​ເກົາຫຼີ (KOICA) ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ 13 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ກໍ່ສ້າງ​ຂົວ ​ແລະ ປັບປຸງ​ຄວາມ​ປອດ​ໄພ​ທາງ​ຫຼວງ ຢູ່ ສປປ ລາວ ໂດຍຈະຍົກ​ລະ​ດັບ 6...

ໝຸ່ມອິນເດຍສຸດງົງ ເຜີເຮັດໂທລະສັບຕົກລົງໃນຕູ້ບໍລິຈາກ ແຕ່ວັດບໍ່ຍອມຄືນໃຫ້

ໝຸ່ມອິນເດຍສຸດງົງ ເຜີເຮັດໂທລະສັບຕົກລົງໃນຕູ້ບໍລິຈາກ ແຕ່ວັດບໍ່ຍອມຄືນໃຫ້ ໂດຍອ້າງວ່າເປັນສົມບັດອຸທິດໃຫ້ແກ່ພະເຈົ້າແລ້ວ ເຊິ່ງເປັນໄປຕາມກົດລະບຽບ. ເວັບໄຊ້ຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວາ 2024 ນີ້ເກີດເຫດການສຸດງົງຂຶ້ນໃນປະເທດອິນເດຍ ເມື່ອຊາຍໜຸ່ມຜູ້ສັດທາລາຍໜຶ່ງບໍລິຈາກເງິນໃສ່ຕູ້ບໍລິຈາກ ແຕ່ເຜີເຮັດໂທລະສັບໄອໂຟນຕົກລົງໄປນຳ ຈຶ່ງໄດ້ແຈ້ງຂໍຄວາມຊ່ວຍເຫຼືອຈາກທາງວັດ ແຕ່ຖືກປະຕິເສດ...

ແຈ້ງການເລື່ອງ: ປິດເສັ້ນທາງການສັນຈອນຂອງພາຫະນະ ຊົ່ວຄາວ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການກ່ຽວກັບ ການປິດເສັ້ນທາງຊົ່ວຄາວ ເພື່ອເປັນການອໍານວຍຄວາມສະດວກໃຫ້ກັບການ ສັນຈອນ ແລະ ການຈັດງານສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ປີ 2024 ແລະ ຕ້ອນຮັບປີໃຫມ່ສາກົນ...