Homeນານາສາລະຢາດົມ ດົມຫຼາຍສ່ຽງປອດອັກເສບ

ຢາດົມ ດົມຫຼາຍສ່ຽງປອດອັກເສບ

Published on

ຢູ່ໃນຢາດົມມີສ່ວນປະກອບຫຼັກທີ່ສຳຄັນໄດ້ແກ່ເມນທອດ ກາລະບູນ ແລະ ພິມເສນນ້ຳ ມີກິ່ນຫອມແບບເຍັນໆ ມີລິດເປັນຢາຊາອ່ອນ ຊ່ວຍຫຼຸດອາການບວມຂອງຫຼອດເລືອດຢູ່ດັງ ແລະ ຊ່ວຍຫຼຸດອາການເຈັບປວດໄດ້ “ກາລະບູນ” ມີກິ່ນຫອມສາມາດດູດຊຶມເຂົ້າຜິວໜັງໄດ້ດີ ໃຊ້ທາໄດ້ສະເພາະແຕ່ຈຸດທີ່ຊ້ຳ ແລະ ບວມເທົ່ານັ້ນ ຊ່ວຍແກ້ຜິດທີ່ແມງໄມ້ມີຜິດກັດ ແລະ ຊ່ວຍກະຕຸ້ນລະບົບປະສາດສ່ວນກາງ “ນ້ຳພິມເສນ” ມີລັກສະນະເປັນແກ້ວນ້ອຍມີກິ່ນຫອມເຢັນ ໃຊ້ດົມແກ້ອາການເປັນລົມ, ເປັນວິນ ແລະ ໃຊ້ທາພາຍນອກແກ້ປວດ ມີປະສິດທິພາບຊ່ວຍກະຕຸ້ນລະບົບປະສາດສ່ວນກາງຢາດົມມີສ່ວນປະກອບຫຼັກໆ 3 ຢ່າງດ້ວຍກັນ ເມື່ອດົມເຂົ້າໄປແລ້ວຈະເຮັດໃຫ້ຮູ້ສຶກເຢັນ ເຊິ່ງມີປະໂຫຍດຊ່ວຍແກ້ອາການວິນຫົວ ຖ້າຫາກວ່າເຮົາດົມຕິດຕໍ່ກັນຫຼາຍໆກໍ່ຈະເຮັດໃຫ້ມີປັນຫາທາງດ້ານລະບົບຫາຍໃຈ ແລະ ຖ້າດົມເຂົ້າໄປຫຼາຍກໍ່ຈະເຮັດໃຫ້ປອດມີການອັກເສບໄດ້ ການດົມຢາດົມຕະຫຼອດອາດເຮັດໃຫ້ເກີດການຕິດໄດ້ເພາະຢາດົມມີສານເຄມີທີ່ເປັນສ່ວນປະກອບທີ່ມີຜົນກະທົບຕໍ່ລະບົບປະສາດ ແຕ່ການຕິດຢາດົມນັ້ນສ່ວນຫຼາຍຈະເປັນການທີ່ເຮົາໃຊ້ດົມຫຼາຍຈົນເຮັດໃຫ້ຕິດເປັນນິດໄສຫຼາຍກວ່າ ແລະ ການໃຊ້ຢາດົມບໍ່ຄວນໃຊ້ຫຼອດຢາດົມຕິດໄວກັບດັງເພາະຈະເຮັດໃຫ້ສານທີ່ຢູ່ໃນຢາດົມນັ້ນເປັນຜິດ ແລະ ບໍ່ຄວນໃຊ້ຢາດົມຮ່ວມກັບຄົນອື່ນເພາະຈະເຮັດໃຫ້ຕິດເຊື່ອຮ່ວມກັນ.

ທີ່ມາ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...