Homeຂ່າວຕ່າງປະເທດເຝົ້າລະວັງໄວຣັສຊີກ້າ ໜອງຄາຍ-ອຸດອນ ຫ້າມຄົນຂ້າມເຂດ

ເຝົ້າລະວັງໄວຣັສຊີກ້າ ໜອງຄາຍ-ອຸດອນ ຫ້າມຄົນຂ້າມເຂດ

Published on

ວັນທີ 28 ພຶດສະພາ 2016 ຜູ້ສື່ຂ່າວລາຍງານວ່າ ຜູ້ອຳນວຍການໂຮງໝໍສົ່ງເສີມສຸຂະພາບ ອຳເພີໂພນພິໃສ ຈັງຫວັດໜອງຄາຍ ໄດ້ອອກໜັງສືປະຊາສຳພັນ ແລະ ແຈ້ງເຕືອນສົ່ງໄປທີ່ ອາສາສະໝັກ ທຸກບ້ານໃນເຂດສ້າງນາຂາວເປັນໜັງສືເລກທີ ນຄ.0332.1(2)/83 ເມື່ອວັນທີ 24 ພຶດສະພາ 2016 ລະບຸວ່າ

ທາງໂຮງໝໍໄດ້ຮັບແຈ້ງຈາກທາງສຳນັກງານສາທາລະນະສຸກຈັງຫວັດໜອງຄາຍວ່າ ພົບຜູ້ປ່ວຍດ້ວຍໂຣກໄວຣັສຊີກ້າ ໃນພື້ນທີ່ເຂດຊຽງດາ ອຳເພີສ້າງຄອມ ຈັງຫວັດອຸດອນທານີ ເຊິ່ງເປັນພື້ນທີ່ຊາຍແດນຕິດກັບເຂດສ້າງນາຂາວ ໂດຍໄວຣັສຊະນິດນີ້ມີຍຸງລາຍເປັນພາຫະນະນຳເຊື້ອໂຣກ ແລະ ເປັນເຊື້ອໄວຣັສທີ່ຕ້ອງແຈ້ງ ຮວມເຖິງສາມາດຕິດຕໍ່ກັນໄດ້ໄວ

ດັ່ງນັ້ນ ຈິ່ງຂໍໃຫ້ທຸກຄົນເຝົ້າລະວັງສະພາຍເຫດການຂອງການເກີດໂຣກຮ່ວມກັນ ຊ່ວຍກັນທຳລາຍແຫຼ່ງເພາະພັນຂອງຍຸງລາຍ ເວລານອນກາງເວັນ ແລະ ກາງຄືນຕ້ອງນອນໃນມຸ້ງທຸກຄັ້ງ ແລະ ຫ້າມໃຫ້ປະຊາຊົນເຂດນອກເດີນທາງໄປທີ່ອຳເພີສ້າງຄອມເດັດຂາດເພາະອາດຕິດເຊື້ອໄວຣັສຊີກ້າໄດ້ ໂດຍສະເພາະຍິງຖືພາ ກ້າມເດີນທາງເຂົ້າໄປພື້ນທີ່ນີ້ເດັດຂາດ ເພາະຖ້າໄດ້ຮັບເຊື້ອໄວຣັສນີ້ເຂົ້າໄປຈະເຮັດໃຫ້ເດັກໃນທ້ອງເກີດເປັນພິການໄດ້

ຫາກພົບວ່າຜູ້ປ່ວຍຄົນໃດມີອາການໄຂ້ສູງ, ຕາແດງ ມີຜື່ນຂຶ້ນ ແນະນຳໃຫ້ໄປພົບແພດເພື່ອກວດເລືອດດ່ວນ ເພາະຊ່ວງນີ້ແມ່ນລະດູຝົນແລ້ວ ໄຂ້ຍຸງມີການລະບາດຫຼາຍໃນຫຼາຍພື້ນທີ່ ສະນັ້ນຂໍໃຫ້ທຸກຄົນດູແລຕົວເອງໃຫ້ດີ.

mSQWlZdCq5b6ZLkvP7YseNrtSo5akkTY

6934

ທີ່ມາ: http://www.thairath.co.th/content/627368

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...