spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງຄົນເປັນໄຂ້ເລືອດອອກ ສັງເກດແນວໃດ? ຢາກຮູ້...! ຕ້ອງອ່ານ

ອາການຂອງຄົນເປັນໄຂ້ເລືອດອອກ ສັງເກດແນວໃດ? ຢາກຮູ້…! ຕ້ອງອ່ານ

Published on

ເມື່ອໃດທີ່ເປັນໄຂ້ ແລະ ຮູ້ສຶກສົງໃສວ່າເປັນໄຂ້ເລືອດອອກ ອາການຂອງໄຂ້ເລືອດອອກບໍ່ແມ່ນຈະມີອາການຕາຍຕົວເທົ່ານັ້ນ ເຊິ່ງອາການອາດມີຫຼາຍຢ່າງເກີດຂຶ້ນ ເດັກນ້ອຍບາງຄົນເມື່ອເວລາເປັນໄຂ້ຈະມີອາການພຽງເປັນໄຂ້ ແລະ ຜື່ນຂຶ້ນ ສ່ວນຜູ້ໃຫຍ່ອາດມີໄຂ້ສູງ, ປວດຫົວ, ປວດຕາມຕົນຕົວ, ປວດແຖວກະບອກຕາ, ປວດກ້າມເນື້ອ ເຊິ່ງລັກສະນະອາການທີ່ສຳຄັນຂອງໄຂ້ເລືອດອອກທີ່ທ່ານຈະຕ້ອງສັງເກດມີ:

1.ມີໄຂ້ສູງກະທັນຫັນ 2-7 ວັນ, ຈະມີໄຂ້ສູງເຖິງ 38.5 ອົງສາ, ເປັນໄຂ້ສູງລອຍ ໄຂ້ບໍ່ຫລຸດ

  1. ເບື່ອອາຫານ ໜ້າແດງ ປວດຫົວ ຮ່ວມກັບອາຫານປວດຮາກ, ຮາກ ແລະ ມີອາການປວດທ້ອງ ກົດເຈັບກ້ອງຊາຍໂຄງຂວາເນື່ອງຈາກຕັບໃຫຍ່
  1. ບາງຄົນອາດມີຈຸດເລືອດແດງໆຂຶ້ນຕາມລຳຕົວ ແຂນ, ຂາ ອາດມີເລືອດດັງອອກ ຫຼື ເລືອດອອກຕາມເຟັນແຂ້ວ ແລະ ຈະຖ່າຍອອກມາເປັນສີດຳເນື່ອງຈາກເລືອດອອກ ຈະເກີດໃນວັນທີ 3-4 ຂອງການເປັນໄຂ້
  1. ສຳລັບຄົນທີ່ເກີດອາການຊັອກຈະສັງເກດໄດ້ຈາກການທີ່ໄຂ້ຫລຸດລົງແຕ່ຜູ້ປ່ວຍຍັງມີອາການຊຶມລົງ ຕົວເຢັນ ເຊິ່ງຈະເຮັດໃຫ້ຜູ້ປ່ວຍໝົດສະຕິ ແລະ ເສຍຊີວິດໄດ້

ການດູແລເມື່ອສົງໃສວ່າເປັນໄຂ້ເລືອດອອກ

  1. ໄລຍະທີ່ມີໄຂ້ສູງໃຫ້ໝັ່ນເຊັດຕົວຫລຸດໄຂ້ ແລະ ໃຫ້ໃຊ້ຢາຫລຸດໄຂ້ ເຊັ່ນ: ຢາພາຣາເຊຕາມໍເທົ່ານັ້ນ ຫ້າມໃຊ້ຢາຈຳພວກແອສໄພຣິນ ເພາະຈະເຮັດໃຫ້ເລືອດອອກໄດ້ງ່າຍຂຶ້ນ
  1. ໃຫ້ດື່ມນ້ຳໝາກໄມ້ ຫຼື ສານລະລາຍຜົງນ້ຳຕານເກືອແຮ່ ( ໂອ ອາຣ ເອສ) ສຳລັບຄົນທີ່ຮາກຄວນດື່ມຄັ້ງລະໜ້ອຍໆ ແລະ ດື່ມເລື່ອຍໆ
  1. ສັງເກດເບິ່ງອາການປວດຮາກ, ຮາກ ການຂັບຖ່າຍໜັກ ແລະ ປັດສະວະ

ເມື່ອຮູ້ສຶກວ່າຕົວເອງມີອາການໄຂ້ແບບທີ່ກ່າວມາຂ້າງເທິງນີ້ໃຫ້ຟ້າວໄປພົບແພດເພື່ອທຳການຮັກສາດ່ວນ ກ່ອນທີ່ມັນຈະສາຍເກີນໄປ

 

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...