spot_img
Homeຂ່າວຕ່າງປະເທດໄມ​ໂຄ​ຊອບ​ເລີກ​ ຜະລິດ​ສະມາດ​ໂຟນ

ໄມ​ໂຄ​ຊອບ​ເລີກ​ ຜະລິດ​ສະມາດ​ໂຟນ

Published on

ໄມ​ໂຄ​ຊອບ​ປົດ​ພະນັກງານ​ທົ່ວ​ໂລກ 1.850 ຄົນ ປິ​ດກິດຈະການ​ສະມາດ​ໂຟນທີ່​ຮັບ​ຕໍ່​ໂນ​ເກ​ຍຫຼັງ​ຈາກ​ຍອດ​ຈຳໜ່າຍ​ຫຼຸດ​ລົງ.

    ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ​ໄມ​ໂຄ​ຊອບ ອອກ​ຖະ​ແຫຼ​ງການ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ​ ​ເລື່ອງ​ການ​ປັບ​ໂຄງ​ສ້າງ​ເສດຖະກິດ, ​ການ​ຜະລິດ​ອຸປະກອນ​ສະມາດ​ໂຟນ ສົ່ງ​ຜົນ​ໃຫ້​ຕ້ອງ​ມີການ​ປັບ​ຫຼຸດ​ພະນັກງານ​ລົງ 1.850 ຄົນ ​ແບ່ງ​ເປັນ​ພະນັກງານ​ໃນ​ແຟງ​ລັງ 1.350 ຄົນ ​ແລະ ອີກ 500 ຄົນ​ທົ່ວ​ໂລກ, ການ​ຕັດສິນ​ໃຈ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ​ໄມ​ໂຄ​ຊອບ​ຈະ​ບໍ່​ມີ​ການ​ອອກ​ແບບ​ຫຼື​ຜະລິດ​ສະມາດ​ໂຟນອີກ​ຕໍ່​ໄປ ​ແຕ່​ຍັງ​ຈະ​ພັດທະນາ​ໃນ​ສ່ວນ​ຂອງ​ຊອບ​ແວ ຖື​ເປັນ​ການ​ປິດ​ກິດຈະການ​ໂນ​ເກ​ຍ​ໃນ​ການ​ຄວບ​ຄຸມ​ຂອງ​ໄມ​ໂຄ​ຊອບ ​ໂດຍ​ໂນ​ເກ​ຍຊຶ່ງ​ເປັນ​ຜູ້​ຜະລິດ​ໂທລະສັບ​ມື​ຖື​ແຖວ​ໜ້າ​ຂອງ​ໂລກ​ໃນ​ໄລຍະ​ປີ 1998 -2011 ຂາຍ​ຕໍ່​ກິດຈະການ​ໃຫ້​ໄມ​ໂຄ​ຊອບ​ໃນ​ປີ 2014 ດ້ວຍ​ລາຄາ 7,2 ຕື້​ໂດ​ລາ​ສະຫະລັດ.

ຄ່າ​ໃຊ້​ຈ່າຍ​ໃນ​ສ່ວນ​ຂອງ​ການ​ປັບ​ໂຄງ​ສ້າງ​ຄັ້ງ​ນີ້​ຄາດ​ວ່າ ຢູ່​ທີ່​ປະມານ 950 ລ້ານ​ໂດ​ລາ ​ໂຄສົກ​ຂອງ​ໄມ​ໂຄ​ຊອບ​ມອາ​ເມ​ລິ​ກາ​ກ່າວ​ວ່າ ບໍລິສັດ​ຈະ​ເດີນ​ໜ້າ​ພັດທະນາ​ອຸປະກອນ​ໃໝ່ໆ ​ແລະ ລະບົບ​ປະຕິບັດ​ການ​ວີນ​ໂດ 10 ສຳລັບ​ອຸປະກອນ​ໜ້າ​ຈໍ​ທີ່​ນ້ອຍ ​ໂດຍ​ສະ​ເພາະ​ສະມາດ​ໂຟນ​ໃນ​ຕະກຸນ​ລູ​ເມຍ​ຂອງ​ໄມ​ໂຄ​ຊອບ ​ແລະ ອຸປະກອນ​ອື່ນໆ​ຂອງ​ເອ​ເຊີ, ອັລຄາ​ເທ​ລ, ​ເອຊພີ, ຕຣິນີຕີ ​ແລະ ​ໄວ​ໂອ ​ແຕ່​ຢ່າງ​ໃດ​ກໍ​ຕາມ ບໍ່​ມີ​ການ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງ​ແຜນ​ທຸລະ​ກິດ​ໃນ​ອະ​ນະ​ຄົດ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...