spot_img
Homeຂ່າວເຫດການແນວລາວສ້າງຊາດ ກຽມພ້ອມດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຕົ້ນເດືອນມິຖຸນານີ້!

ແນວລາວສ້າງຊາດ ກຽມພ້ອມດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຕົ້ນເດືອນມິຖຸນານີ້!

Published on

ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮັກສາການປະທານ ສູນກາງແນວລາວສ້າງຊາດ ໄດ້ຖະແຫຼງຂ່າວຄວາມພ້ອມ ໃນການດຳເນີນກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ X ຕໍ່ສື່ ມວນຊົນ ເມື່ອວັນທີ 25 ພຶດສະພານີ້ ທີ່ສູນກາງແນວລາວສ້າງຊາດ ຊຶ່ງມີເນື້ອໃນບາງຕອນວ່າ: ຜ່ານການກະກຽມດ້ານຕ່າງໆ ມາຮອດເວລານີ້ ພວກເຮົາມີຄວາມພ້ອມໃນທຸກດ້ານ ທີ່ຈະດຳເນີນກອງປະຊຸມ ໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ X, ກອງປະຊຸມໃຫຍ່ດັ່ງກ່າວ ຈະດຳເນີນໃນຕົ້ນເດືອນມິຖຸນາ 2016 ນີ້ ຢູ່ນະຄອນຫຼວງວຽງຈັນ, ມີຜູ້ແທນສົມບູນ ແລະ ແຂກຖືກເຊີນ 442 ທ່ານ, ໃນນີ້ ມີຜູ້ແທນສົມບູນ 289 ທ່ານ, ພຣະສົງ 15 ອົງ ແລະ ຍິງ 48 ທ່ານ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ຄຳຂວັນ: “ເພີ່ມທະວີຄວາມ ສາມັກຄີປອງດອງ ທົ່ວປວງຊົນລາວທັງຊາດ, ປຸກລະດົມທົ່ວສັງຄົມ ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ສືບຕໍ່ບຸກທະລຸທັງ 4 ດ້ານ ເພື່ອຍົກສູງບົດບາດ ແລະ ຄຸນນະພາບການເຄື່ອນ ໄຫວຂອງ ແນວລາວສ້າງຊາດ”.

ກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາ ບັນດາວຽກງານ ແລະ ບັນຫາສຳຄັນຈຳນວນໜຶ່ງ ທັງສະເພາະໜ້າ ແລະ ຍາວນານຄື:
1. ກອງປະຊຸມໃຫຍ່ ຈະໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ IX, ໃນນີ້ ຈະໄດ້ສັງເກດຕີລາຄາຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້ຈຳນວນໜຶ່ງທີ່ສຳຄັນ,
2. ກອງປະຊຸມໃຫຍ່ ຈະໄດ້ຮັບຮອງເອົາ ທິດທາງວຽກງານຕົ້ນຕໍຂອງ ຄະນະກຳມະການສູນກາງແນວລາວສ້າງຊາດ ແຕ່ນີ້ຮອດປີ 2020, ຍຸດທະສາດການພັດທະນາຮອດ ປີ 2025 ແລະ ວິໄສທັດຂອງວຽກງານ ແນວລາວສ້າງຊາດ ຮອດປີ 2030.
3. ກອງປະຊຸມໃຫຍ່ ຈະຮັບເອົາກົດລະບຽບສະບັບປັບປຸງໃໝ່ ສະໄໝທີ X ຂອງແນວລາວສ້າງຊາດ.
4. ກອງປະຊຸມ ຈະໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງປະທານ, ບັນດາທ່ານຮອງປະທານ ແລະ ຄະນະກຳມະ ການສູນກາງແນວລາວສ້າງຊາດ ສະໄໝທີ X ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດ ວຽກງານແນວລາວສ້າງຊາດ ໃນໄລຍະ 5 ປີຕໍ່ໜ້ານີ້.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...