Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບອາການປວດຂໍ່, ປວດເຂົ່າ ແລະ ວິທີຮັກສາ

ຄວາມຮູ້ກ່ຽວກັບອາການປວດຂໍ່, ປວດເຂົ່າ ແລະ ວິທີຮັກສາ

Published on

ອາການຂອງການປວດຂໍ່, ປວດເຂົ່າ ຄື: ການປວດບໍລິເວນຂໍ່ຕ່າງໆ ຂອງຮ່າງກາຍ ເຊິ່ງຈະພົບເປັນປະຈຳໃນບໍລິເວນຂໍ່ເຂົ່າ ອາການປວດມັກຈະປວດເລິກໆ ແລະ ການປວດນີ້ຈະມີອາການອື່ນຮ່ວມຢູ່ນຳເຊັ່ນ: ມີອາການບວມຢູ່ບໍລເວນທີ່ປວດ, ມີອາການເຄື່ອນໄຫວລຳບາກ, ຝືດຂັດ ຫຼື ມີອາການແດງ ຮ້ອນ ທີ່ຂໍ່

ສາເຫດທີ່ເຮັດໃຫ້ເກີດອາການປວດຂໍ່, ປວດເຂົ່າ ແມ່ນມາຈາກຫຼາຍສາເຫດ ບໍ່ວ່າຈະເປັນຂໍ່ເຂົ່າເສື່ອມ, ການສີກລອກຂອງກະດູກ, ເອັນໄຂ່ວ, ອັກເສບຂໍ່ ຫຼື ການເກີດຈາກອຸບັດຕິເຫດທີ່ເຮັດໃຫ້ເກີດການເຄື່ອນທີ່ຂອງກະດູກກໍ່ຕາມ

ການຮັກສາອາການປວດຂໍ່, ປວດເຂົ່າເບື້ອງຕົ້ນ ຕ້ອງເລີ່ມຈາກການຫາສາເຫດຂອງອາການກ່ອນ
– ຫາກເກີດຈາກອຸບັດຕິເຫດ: ເຮັດໃຫ້ເກີດເອັນໄຂ່ວ ເອັນພິກ ອາດໃຊ້ການປະຄົບ ຮ່ວມກັບການກິນຢາແກ້ປວດ ແລະ ການເຮັດກາຍະພາບບຳບັດເຂົ້າຊ່ວຍ ອາການກໍ່ຈະຄ່ອຍໆດີຂຶ້ນໄດ້
– ຫາກເກີດຈາກພະຍາດເຊັ່ນ: ໂຣກປະດົງຂໍ່… ຕ້ອງກິນຢາຕາມແພດສັ່ງຢ່າງເຄັ່ງຄັດ ຮວມເຖິງການປະຕິບັດຕົວໃຫ້ເໝາະສົມກັບພະຍາດເຊັ່ນ: ການເລືອກກິນອາຫານໃຫ້ຖືກຕ້ອງເປັນອາຫານທີ່ບໍ່ຜິດກັບພະຍາດ ເປັນຕົ້ນ ເຖິງຈະຮັກສາໃຫ້ຫາຍຂາດບໍ່ໄດ້ ແຕ່ກໍ່ຊ່ວຍບໍ່ໃຫ້ສະແດງອາການເຈັບປວດໄດ້
– ຫາກ່ຽວກັບຄວາມເສື່ອມຂອງຂໍ່ຕ່າງໆ ອາດຈະປົວດ້ວຍການກິນຢາຮ່ວມກັບການເຮັດກາຍະພາບບຳບັດ ແລະ ຫຼີກລ່ຽງການໃຊ້ງານໜັກໃນສ່ວນທີ່ເຈັບປວດນັ້ນ ຫາກອາການບໍ່ດີຂຶ້ນ ຫຼື ມີອາການຮ້າຍແຮງ ກໍ່ຕ້ອງເຮັດການຜ່າຕັດເພື່ອໃສ່ຂໍ່ທຽມ ແລະ ເຮັດກາຍະພາບຢ່າງຕໍ່ເນື່ອງ

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...