Homeຂ່າວຕ່າງປະເທດນາຍົກຯຫວຽດນາມລະບຸ ບໍ່ໄດ້ເສີມກຳລັງທະຫານ ຢູ່ທະເລຈີນໃຕ້ ພ້ອມແກ້ໄຂຂໍ້ຂັດແຍ່ງ ຢ່າງສັນຕິວິທີ!

ນາຍົກຯຫວຽດນາມລະບຸ ບໍ່ໄດ້ເສີມກຳລັງທະຫານ ຢູ່ທະເລຈີນໃຕ້ ພ້ອມແກ້ໄຂຂໍ້ຂັດແຍ່ງ ຢ່າງສັນຕິວິທີ!

Published on

ສຳນັກຂ່າວ ຣອຍເຕີ້ ລາຍງານໃນວັນທີ 26 ພຶດສະພາຜ່ານມານີ້ວ່າ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຕ່າງປະເທດວ່າ ຫວຽດນາມຈະບໍ່ເສີມແສນຍານຸພາບ ທາງການທະຫານ ໃນທະເລຈີນໃຕ້ ແລະ ຈະເຮັດວຽກຮ່ວມກັບມິດປະເທດ ເພື່ອແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິ ປາສະຈາກການໃຊ້ກຳລັງ.

ທ່ານ ຫງວຽນ ຊວນ ຟຸກ ກ່າວວ່າ ” ຫວຽດນາມບໍ່ໄດ້ເພີ່ມແສນຍານຸພາບທາງທະຫານ, ແຕ່ຫວຽດນາມ ພະຍາຍາຍາມປ້ອງກັນອະທິປະໄຕຂອງປະເທດ ເລີ່ມຕົ້ນດ້ວຍມາດຕະການທີ່ສັນຕິ, ມາດຕະການທາງການທູດ ຕະຫລອດຮອດມາດຕະການທາງສານ.  ຫວຽດນາມເປັນປະເທດທີ່ຮັກຄວາມສະຫງົບ ແລະ ແກ້ໄຂບັນຫາໃນລະດັບພາກພື້ນ ແລະ ລະຫວ່າງປະເທດ ຕາມກົດໝາຍລະຫວ່າງປະເທດ ບົນຈິດໃຈຂອງການບໍ່ໃຊ້ກຳລັງ ແລະ ບໍ່ໃຊ້ກຳລັງເພື່ອຂົ່ມຂູ່ຄຸກຄາມຜູ້ອື່ນ. ”

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຍັງໄດ້ກ່າວອີກວ່າ ສິ່ງສຳຄັນອັນດັບທຳອິດ ແມ່ນຜູ້ນຳບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ແລະ ຮຸ້ນສ່ວນ ເຫັນພ້ອມທີ່ຈະຫລຸດລະດັບຄວາມເຄັ່ງຕຶງ ຢ່າງສັນຕິວິທີ ແລະ ບໍ່ໃຊ້ກຳລັງຄຸກຄາມຂົ່ມຂູ່.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...