Homeຂ່າວທ້ອງຖິ່ນແຂວງວຽງຈັນ ອົບຮົມຊ່າງກົນຈັກ ກຽມຮັບໃຊ້ໃນຍຸກເຊື່ອມໂຍງ AEC

ແຂວງວຽງຈັນ ອົບຮົມຊ່າງກົນຈັກ ກຽມຮັບໃຊ້ໃນຍຸກເຊື່ອມໂຍງ AEC

Published on

ຂປລ. ວິທະຍາ​ໄລເຕັກນິກ​ແຂວງ​ວຽງ​ຈັນ​ ຈັດ​ຊຸ​ດອົບຮົມ​ຊ່າງ​ກົນ​ຈັກ​ ເພື່ອ​ສ້າງ​ຄວາມ​ພ້ອມ​ ຮັບ​ໃຊ້​ໃນ​ຍຸກ​ເຊື່ອມ​ໂຍງ​ເສດ​ຖະກິດ​ອາ​ຊຽນ ຫລື AEC​ ເປັນ​ຊຸດ​ທີ 5​ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ 20 ຄົນ, ຍິງ 2 ຄົນ ​ເຊິ່ງການ​ອົບຮົມ​ຄັ້ງ​ນີ້​ ຈັດ​ຂຶ້ນ​ແຕ່​ວັນ​ທີ 24 ພຶດສະພາ ຈົນ​ເຖິງ 21ມິຖຸນາ​ 2016 ຈິ່ງ​ຈະ​ສຳ​ເລັດ.​ ໂດຍ​ໄດ້​ຮັບ​ການສະໜັບ​ສະ​ໜູນ ດ້ານ​ງົບປະ​ງານ​ຈາກ​ ບໍລິສັດ​ ຜະລິດ​ໄຟຟ້າ​ຣາ​ຊະ​ບູລີ​ໂຮ​ນ​ດິ້ງ​ ຈຳກັດ​ ມະຫາຊົນ.

ທ່ານ ​ວິລະ​ຊາດ​ ວິຣະວົງ ຜູ້ອຳນວຍ ການ​ວິທະຍາ​ໄລ​ເຕັກນິກ​ແຂວງ​ວຽງ​ຈັນ​ ກ່າວ​ວ່າ: ​ການ​ຮົມຄັ້ງນີ້ ​ເປັນ​ການ​ເພີ່ມ​ຂີ​ດຄວາມ​ສາມ​າດ​ ໃຫ້​ແກ່​ນາຍ​ຊ່າງ​ໃນ​ແຂວງ​ວຽງ​ຈັນ​ ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນ​​​ໃຫ້​ສູງ​ຂຶ້ນ ​ເມື່ອ​ຈົບ​ການ​ສຶກສາ​ ອອກ​ໄປ​ແລ້ວ ໃຫ້​ສາມາດ​ປະກອບ​ອາຊີບ​ ແລະ ​ສາມາດ​ແຂ່ງຂັນ​ດ້ານ​ສີ​ມື​ແຮງ​ງານ ​ກັບ​ບັນດາ​ປະ​ເທດໃນ​ກຸ່ມ​ອາ​ຊຽນ​​ໄດ້, ອີກ​ດ້ານ​ໜຶ່ງ​ ຍັງ​ເປັນ​ການກຽມ​ຄວາມ​ພ້ອມ​ ໃນ​ການ​ສະໜອງ​ສີມື​ແຮງ​ງານ​ທີ່​ດີ​ ​ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ ຂະຫຍາຍຕົວ​ຂອງ​ ບັນດາ​ໂຮງງງານ​ອຸດສາ​ຫະກຳ​ໃນ​ລາວ​ ທີ່​ພວມ​ຂະຫຍາຍຕົວ​ຢູ່​ໃນ​ຂະນະ​ນີ້. ສຳລັບ​ວິຊາ​ທີ່​ນຳ​ມາ​ອົບຮົມ​ປະກອບ​ມີ ​ຊ່າງ​ຊ່ຽນ, ຊ່າງ​ຈອດ, ການ​ບຳລຸງຮັກສາ​ເຄື່ອງ​ຈັກ ​ແລະ ​ອື່ນ​ໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...