spot_img
Home​ຂ່າວທ່ອງທ່ຽວຍິນດີຕ້ອນຮັບມະຫະກຳທ່ອງທ່ຽວອະນຸລັກອາຊຽນ 2016 ທີ່ ສປປ ລາວ

ຍິນດີຕ້ອນຮັບມະຫະກຳທ່ອງທ່ຽວອະນຸລັກອາຊຽນ 2016 ທີ່ ສປປ ລາວ

Published on

ງານມະຫະກຳ ທ່ອງທ່ຽວແບບ ອະນຸລັກອາຊຽນ 2016 ຫລື The ASEAN Ecotourism Forum 2016 ທີ່ ສປປ ລາວ ເປັນເຈົ້າພາບຈະຈັດຂຶ້ນ ໃນວັນທີ 21-26 ເດືອນ ມິຖຸນາ 2016 ທີ່ເມືອງປາກເຊ ແຂວງຈຳປາສັກ ພາຍໃຕ້ຫົວຂໍ້ “ອາຊຽນ ດິນແດນປາສະຈາກພົມແດນ: ແນວທາງຍຸດທະສາດ ທີ່ກ້າວໄປສູ່ ການທ່ອງທ່ຽວອະນຸລັກ ແລະ ເຊື່ອມໂຍງເສັ້ນທາງ ການທ່ອງທ່ຽວ” ເຊິ່ງເປັນຫົວຂໍ້ທີ່ສຳຄັນ ໃນການແນະນຳ ແລະ ແກ້ໄຂບັນຫາສຳລັບຜູ້ປະກອບການ ດ້ານການທ່ອງທ່ຽວ.

ງານຄັ້ງນີ້ບັນດາ ລັດຖະມົນຕີ ທ່ອງທ່ຽວອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ຈະມີການປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາ ຖະແຫລງ ການປາກເຊ. ພ້ອມນີ້ຍັງ ເປີດໂອກາດ ໃຫ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການພັດທະນາ ການທ່ອງທ່ຽວ ແບບອະນຸລັກ ລະຫວ່າງພາກລັດ ແລະ ທຸລະກິດ ໃນອຸດສາຫະກຳ ການທ່ອງທ່ຽວ ຂອງບັນດາປະເທດ ສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມ ເຈລະຈາ(ອາ ຊຽນ+3).

ອະນຸກຳມະການ ເນື້ອໃນງານມະຫາກຳ ທ່ອງທ່ຽວອະນຸລັກ ອາຊຽນ 2016 ໃຫ້ຮູ້ວ່າ: ໃນປີ 2014 ຂະແໜງການທ່ອງທ່ຽວ ສາມາດສ້າງລາຍຮັບປະມານ 640 ລ້ານກວ່າ ໂດລາສະຫະລັດ, ຖ້າສົມທຽບໃສ່ມູນຄ່າ ການສົ່ງອອກແລ້ວ ລາຍຮັບຈາກການທ່ອງທ່ຽວ ແມ່ນອັນດັບທີສອງ ຂອງປະເທດຮອງຈາກ ຂະແໜງການບໍ່ແຮ່. ທັງນີ້ກໍຍ້ອນລັດ ຖະບານ ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນບຸລິມະສິດ ໃນການພັດທະນາ ເສດຖະກິດ-ສັງຄົມ ເພື່ອ ສົ່ງເສີມ ການຜະລິດສິນຄ້າ, ການບໍລິການ, ການສ້າງວຽກ ເຮັດງານທຳ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວ ບັນດາເຜົ່າ ໃຫ້ດີຂຶ້ນ.

ໄລຍະຜ່ານມາ ສປປ ລາວ ໄດ້ເປັນເຈົ້າພາບ ຈັດງານມະຫະກຳ ການທ່ອງທ່ຽວ ແບບອະນຸລັກ 2 ຄັ້ງ ຄື ປີ 2008 ງານມະຫະກຳ ທ່ອງທ່ຽວແບບອະນຸລັກລາວ (Lao Ecotourism Forum) ແລະ ປີ 2009 ງານມະຫະກຳ ການທ່ອງທ່ຽວ ແບບອະນຸລັກໂລກ (World Ecotourism Forum) ເຊິ່ງໄດ້ຮັບຜົນສຳເລັດ ຢ່າງຈົບງາມ ເຮັດໃຫ້ນັກ ທ່ອງທ່ຽວສາກົນ ເດີນທາງມາ ທ່ອງທ່ຽວລາວ ເພີ່ມຂຶ້ນໃນແຕ່ລະປີ. ເປັນເວລາ 6 ປີແລ້ວ ທີ່ບໍ່ໄດ້ຈັດງານດັ່ງກ່າວ. ດັ່ງນັ້ນ, ເພື່ອເປັນການໂຄສະນາ ແລະ ສົ່ງເສີມ ການທ່ອງທ່ຽວຂອງ ສປປ ລາວ ກໍຄືຂອງອາຊຽນ ໃຫ້ນັກທ່ອງທ່ຽວພາຍໃນ ແລະ ສາກົນ ໄດ້ຮັບຮູ້ກ່ຽວກັບ ກິດຈະກຳ ການທ່ອງທ່ຽວ ແບບອະນຸລັກ ໂດຍເນັ້ນໃສ່ທ່າແຮງ ທາງດ້ານການທ່ອງທ່ຽວ ທາງທຳມະຊາດ ຂອງ ສປປ ລາວ ແລະ ອາຊຽນ, ຈຶ່ງສະເໜີຈັດງານ ມະຫະກຳ ການທ່ອງທ່ຽວອະນຸລັກ ອາຊຽນ 2016 ໃນລະດັບ ລັດຖະມົນຕີ ທ່ອງທ່ຽວອາຊຽນ +3 (ຈີນ, ຍີ່ປຸ່ນ, ສ ເກົາຫລີ)

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...