Homeຂ່າວຕ່າງປະເທດສື່ນອກລາຍງານ ຣັດເຊຍກຳລັງສຶກສາ ໂຄງການສ້າງໂຮງກັ່ນນ້ຳມັນຢູ່ລາວ ພ້ອມສ້າງທໍ່ສົ່ງໄປຫວຽດນາມ!

ສື່ນອກລາຍງານ ຣັດເຊຍກຳລັງສຶກສາ ໂຄງການສ້າງໂຮງກັ່ນນ້ຳມັນຢູ່ລາວ ພ້ອມສ້າງທໍ່ສົ່ງໄປຫວຽດນາມ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພຶດສະພານີ້ວ່າ ທ່ານ ອະເລັກຊານເດີ ໂນວັກ (Alexander Novac) ລັດຖະມົນຕີກະຊວງອຸດສາຫະກຳຣັດເຊຍ ໄດ້ໃຫ້ສຳພາດຜ່ານ ສະຖານີໂທລະພາບ Rossiya 24 ຂອງຣັດເຊຍ ໃນທ້າຍອາທິດຜ່ານມາວ່າ ຣັດເຊຍກຳລັງສຶກສາໂອກາດ ທີ່ຈະເຂົ້າຮ່ວມລົງທຶນ ໃນໂຄງການກໍ່ສ້າງ ໂຮງກັ່ນນ້ຳມັນໃນປະເທດລາວ ແລະ ໂຄງການທໍ່ສົ່ງນ້ຳມັນ ລາວ-ຫວຽດນາມ ເພື່ອສົ່ງຜະລິດຕະພັນນ້ຳມັນ ໄປຍັງຫວຽດນາມ ແລະ ໃນຂະນະດຽວກັນ ກໍຈະສົ່ງອາຍແກັສຈາກຫວຽດນາມ ເຂົ້າມາຍັງປະເທດລາວ ໂດຍໂຄງການດັ່ງກ່າວນີ້ ໄດ້ຖືກຫາລືກັນໃນໄລຍະ ກອງປະຊຸມສຸດຍອດອາຊຽນ-ຣັດເຊຍ ທີ່ຈັດຂຶ້ນໃນເມືອງໂຊຈິ ສະຫະພັນຣັດເຊຍ ເມື່ອບໍ່ດົນມານີ້.

ແຫລ່ງຂ່າວໄດ້ລະບຸວ່າ ປັດຈຸບັນ ບໍລິສັດ Gazprom Neft ຊຶ່ງເປັນກຸ່ມບໍລິສັດສຳຫລວດ ແລະ ຜະລິດນ້ຳມັນຂະໜາດໃຫຍ່ຂອງຣັດເຊຍ ກຳລັງພິຈາລະນາກ່ຽວກັບເງື່ອນໄຂການຮ່ວມທຶນ ສຳລັບໂຄງການດັ່ງກ່າວນີ້, ແນວໃດກໍຕາມ ຍັງບໍ່ທັນມີການເປີດເຜີຍລາຍລະອຽດ ກ່ຽວກັບ ທີ່ຕັ້ງຂອງໂຄງການດັ່ງກ່າວ ຕະຫລອດຮອດມູນຄ່າການລົງທຶນ ແລະ ຕົວເລກຄາດໝາຍທາງເສດຖະກິດໃດໆເທື່ອ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...