Homeຂ່າວທ້ອງຖິ່ນລະວັງ! 3 ມາດຕະການເດັດໆຈະເຮັດໃຫ້ຜູ້ຂັບຂີ້ຈົກຖົງ 10 ເທົ່າ

ລະວັງ! 3 ມາດຕະການເດັດໆຈະເຮັດໃຫ້ຜູ້ຂັບຂີ້ຈົກຖົງ 10 ເທົ່າ

Published on

ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຊາບໃນອາທິດນີ້ວ່າ: ໃນໄລຍະທີ່ຜ່ານມາກໍ່ຄືປັດຈຸບັນເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ໄດ້ປະຕິບັດວຽກງານຕາມດຳລັດເລກທີ 188/ນຍ ວ່າດ້ວຍການປັບໃໝຕໍ່ຜູ້ລະເມີດກົດລະບຽບການສັນຈອນ ຄຽງຄູ່ກັນນັ້ນກໍ່ໄດ້ປະຕິບັດຕາມມະຕິຕົກລົງຂອງອົງການປົກຄອງ ນວ ກ່ຽວກັບແຜນວຽກງານ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດໄລຍະສະເພາະໜ້າ ແລະ ຮອດປີ 2020 ທັງນີ້ເພື່ອເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ເວົ້າລວມ ເວົ້າສະເພາະແມ່ນເສັ້ນທາງຢູ່ 4 ເມືອງໃນ ມີຄວາມຄ່ອງຕົວໄລຍະເວລາໂມງເຂົ້າການ-ເລີກການ ແລະ ຫຼີກລ່ຽງຈາກບັນຫາການເກີດອຸບັດຕິເຫດ.

ສະເພາະການປັບໃໝລົດທີ່ລ້ຽວຂວານີ້ ທາງເຈົ້າໜ້າທີ່ຍັງສືບຕໍ່ປະຕິບັດຕາມດຳລັດ ເລກທີ 188/ນຍ ວ່າດ້ວຍການປັບໃໝຕໍ່ຜູ້ລະເມີດກົດລະບຽບການສັນຈອນຄືເກົ່າ ເຊິ່ງຂ່າວລືທີ່ວ່າເຈົ້າໜ້າຕຳຫຼວດປັບໃໝ 10 ເທົ່າໃນການລ້ຽວຂວາແມ່ນເປັນບາງອັນທີ່ບໍ່ສອດຄ່ອງກັບສະພາບຄວາມຈິງ ແຕ່ໃນດ້ານການປະຕິບັດວຽກງານຂອງທາງເຈົ້າໜ້າທີ່ແລ້ວແມ່ນຍັງຢຶດໝັ້ນອຸດົມການໃນການປະຕິບັດເລື່ອງກົດໝາຍ ໂດຍສະເພາະແມ່ນການປະຕິບັດຕາມດຳລັດເລກທີ 188/ນຍ ຖ້າຫາກວ່າການລະເມີດອັນໃດທີ່ມັນແຕະຕ້ອງເຖິງລະບຽບ ຫຼື ມະຕິ 03 ຂອງອົງການປົກຄອງ ນວ ແມ່ນໄດ້ຄູນ 10 ຕາມການລະເມີດຕົວຢ່າງ:

+ການຈອດຕັນທາງເສັ້ນມ້າລາຍ, ທາງຂອບຂາວແດງ ,ຈອດບ່າທາງ ຫຼື ຈອດບ່ອນທີ່ເກະກະການຈະລາຈອນທີ່ບໍ່ມີຄວາມສະດວກ.
+ລົດບັນທຸກແກ່ເຄື່ອງເຮັດໃຫ້ທາງມີການເປື້ອນເປີະ ຫຼື ວ່າເຂົ້າມາໃນຕົວເມືອງໂດຍບໍ່ໄດ້ຮັບອະນຸຍາດ ກີດຂວາງການສັນຈອນ
+ລົດລ້ຽວຂວາຢູ່ຕາມສາມແຍກ ແລະ ສີ່ແຍກທີ່ມີໄຟອຳນາດ.

ໂດຍ: ສອດສ່ອງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...