Homeນານາສາລະວິທີແກ້ບັນຫາທໍ່ອ່າງນ້ຳຕັນ ເຖິງທ່ານຈະບໍ່ແມ່ນຊ່າງກໍ່ເຮັດໄດ້ງ່າຍໆ

ວິທີແກ້ບັນຫາທໍ່ອ່າງນ້ຳຕັນ ເຖິງທ່ານຈະບໍ່ແມ່ນຊ່າງກໍ່ເຮັດໄດ້ງ່າຍໆ

Published on

ຫາກຕອນນີ້ທ່ານກຳລັງພົບກັບບັນຫາທໍ່ນ້ຳຕັນ ວັນນີ້ເຮົາມີວິທີແກ້ບັນຫາທໍ່ນ້ຳຕັນງ່າຍໆ ດ້ວຍຕົວເອງ ແລະ ຂອງໃຊ້ໃນເຮືອນມາຝາກ ເຊິ່ງຈະມີວິທີໃດແນ່ເຮົາມາເບິ່ງກັນເລີຍ

ນ້ຳສົ້ມສາຍຊູ ກັບ ເບກກິ້ງໂຊດາ: ນຳເບກກິ້ງໂຊດາປະມານ 1/2 ຖ້ວຍຕວງ ເທລົງໃນທໍ່ນ້ຳ ແລ້ວເທນ້ຳສົ້ມສາຍຊູ 1/2 ຖ້ວຍຕວງຕາມລົງໄປ ປ່ອຍໄວ້ 5-10ນາທີ ຈາກນັ້ນກໍ່ເທນ້ຳຮ້ອນລົງໄປຊ້ຳອີກຄັ້ງ

ລວດແຍ່ທໍ່ອຸດຕັນ: ໃຊ້ລວດເຂ່ຍໆເສຍອາຫານທີ່ອຸດຕັນໃນທໍ່ອອກມາ

ຖອດທໍ່ອອກມາລ້າງທຳຄວາມສະອາດ: ຖ້າມີເສຍອາຫານ ຫຼື ມີສິ່ງທີ່ອື່ນທີ່ລຸດລົງໄປໃນທໍ່ອ່າງລ້າງຖ້ວຍທີ່ມັນບໍ່ສາມາດລະລາຍໄດ້ ການຖອກທໍ່ອອກມາລ້າງ ແມ່ນການແກ້ໄຂບັນຫາທີ່ດີທີ່ສຸດ

ນ້ຳສົ້ມສາຍຊູ ແລະ ເກືອ: ເທເກືອລົງໃນທໍ່ໃນປະລິມານ 1/2 ຖ້ວຍຕວງ ເບກກິ່ງໂຊດາອີກ 1/2 ຖ້ວຍຕວງ ແລະ ນ້ຳສົ້ມສາຍຊູອີກ 1/2 ຖ້ວຍຕວງ ລົງໃນໄປໃນທໍ່ ຈາກນັ້ນປະໄວ້ປະມານ 10 ນາທີ ແລ້ວນຳນ້ຳຮ້ອນມາເທລົງເພື່ອລະລາຍໄຂມັນທີ່ຕິດຢູ່ໃນທໍ່ ແລະ ກຳຈັດສິ່ງເປິເປື້ອນໃຫ້ໝົດໄປ

ທີ່ມາ: http://www.kapook.com/

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...