spot_img
Homeມຸມຂ່າວ AECອາຊຽນ ຫາລືສ້າງມາດຕະຖານ ສິນຄ້າກະສິກຳອິນຊີ ຮັບມືສິ່ງທ້າທາຍ ການເປີດເສລີການຄ້າ!

ອາຊຽນ ຫາລືສ້າງມາດຕະຖານ ສິນຄ້າກະສິກຳອິນຊີ ຮັບມືສິ່ງທ້າທາຍ ການເປີດເສລີການຄ້າ!

Published on

ກະຊວງກະສິກຳ ແລະ ປ່າໄມ້ຂອງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມຄະນະສະເພາະກິດພິເສດ ໃນການສ້າງມາດຕະຖານກະສິກຳອິນຊີອາຊຽນ ຄັ້ງ ທີ 4 ແລະ ກອງປະຊຸມຄະນະສະເພາະກິດ ສ້າງມາດຕະຖານ ສິນຄ້າພືດສວນ ແລະ ພືດສະບຽງອາຫານ ຄັ້ງທີ 22 ຂຶ້ນໃນວັນທີ 23 ພຶດສະພາ ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທາ ທິບພະວົງພັນ ຮອງຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ໃນກອງປະຊຸມ ມີຜູ້ແທນຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ອາຊຽນໄດ້ຮັບການຍອມຮັບວ່າ ເປັນພາກພື້ນອັນດັບຕົ້ນໆ ໃນການສົ່ງອອກສິນຄ້າ ຜະລິດຕະພັນກະສິກຳ ແລະ ສະບຽງອາຫານ ຊຶ່ງໃນນັ້ນໝາກໄມ້ສົດ ແລະ ຜັກ ແມ່ນສິນຄ້າສົ່ງອອກທີ່ສຳຄັນ. ເຖິງຢ່າງໃດກໍຕາມ, ອາຊຽນພວມປະເຊີນໜ້າ ກັບສິ່ງທ້າທາຍທີ່ເກີດຈາກ ການເປີດເສລີການຄ້າ. ນີ້ໝາຍຄວາມວ່າ ຢູ່ໃນພາກພື້ນ ມີຄວາມຈຳເປັນຕ້ອງຜະລິດພືດ ແລະ ອາຫານ ທີ່ສາມາດແຂ່ງຂັນ ທັງຢູ່ໃນຕະຫຼາດພາກພື້ນ ແລະ ສາກົນ. ເພາະສະນັ້ນ ຈຶ່ງເປັນສິ່ງຈຳເປັນຍອມຮັບ ແລະ ປະສານກົມກຽວ ລະຫວ່າງມາດຕະຖານຂອງປະເທດສະມາ ຊິກອາຊຽນ ກັບມາດຕະຖານສາກົນ ເພື່ອປັບປຸງຄຸນນະພາບ ຂອງຜະລິດຕະພັນກະສິກຳ ຂອງບັນດາປະເທດສະມາຊິກ, ການຮັບປະກັນຄວາມປອດໄພຂອງສະບຽງອາຫານ ແລະ ເພີ່ມຄວາມສາມາດໃນການ ແຂ່ງຂັນຂອງເຂົາເຈົ້າໃນການຄ້າພາກພື້ນ ແລະ ສາກົນ.

ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ: ປະຊາຄົມເສດຖະກິດອາຊຽນ (AEC) ໄດ້ສ້າງ ໃນທ້າຍປີ 2015, ພາຍໃຕ້ ເສົາຄ້ຳຂອງປະຊາຄົມອາຊຽນ (AEC blueprint), ສະນັ້ນ ຂະແໜງການກະສິກຳ ໄດ້ຖືກຍອມຮັບວ່າ ເປັນຂະແໜງການໜຶ່ງທີ່ສຳຄັນ ເພື່ອສ້າງພື້ນຖານໃຫ້ແກ່ເສດຖະກິດອາຊຽນ. ກອງປະຊຸມຄັ້ງນີ້ ຈະໄດ້ປັບປຸງ ແຜນຍຸດທະສາດ ການປະຕິບັດງານສຳລັບການຮ່ວມມື ທາງດ້ານກະສິກຳອິນຊີອາຊຽນໃນຕໍ່ໜ້າ (2016- 2020) ລວມທັງກຳນົດກິດຈະກຳໃໝ່ ເພື່ອຊຸກຍູ້ໃຫ້ມາດຕະຖານກະສິກຳອິນຊີ ເປັນມາດຕະຖານແຫ່ງຊາດ ແລະ ພາກພື້ນ, ເພື່ອສະໜັບສະໜູນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການເປີດເສລີການຄ້າຂອງ ຜົນຜະລິດກະສິກຳອິນຊີ ຢູ່ປະເທດສະມາຊິກອາຊຽນ. ສະນັ້ນ ແຜນຍຸດທະສາດປະຕິບັດງານ ສຳລັບການຮ່ວມມື ທາງດ້ານກະສິກຳອິນຊີອາຊຽນ 2016- 2020 ກວມເອົາວຽກງານດັ່ງ ລຸ່ມນີ້:

I. ສ້າງກົນໄກການຊຸກຍູ້ ສົ່ງເສີມ ແລະ ການຈັດຕັ້ງປະຕິບັດ ຂອງມາດຕະຖານກະສິກຳອິນຊີໄອາຊຽນ.
II. ຈັດກອງປະຊຸມເຈລະຈາສອງຝ່າຍ ເພື່ອການຮັບຮອງມາດຕະຖານກະສິກຳອິນຊີ ຊຶ່ງກັນ ແລະ ກັນ.
III. ເອົາມາດຕະຖານກະສິກຳອິນຊີແຫ່ງຊາດ ທຽບກັບມາດຕະຖານກະສິກຳອິນຊີອາຊຽນ.
IV. ພັດທະນາຄູ່ມືແນະ ນຳສຳລັບການຢັ້ງຢືນກະສິກຳອິນຊີ.
V. ພັດທະນາຄູ່ມືທົບທວນຊຶ່ງກັນ ແລະ ກັນ ໃນການປະເມີນລະບົບການ ຈັດຕັ້ງປະຕິບັດທີ່ສອດຄ່ອງກັນ.
VI. ຄູ່ມືແນະນຳສຳລັບ ການຮັບຮອງຂອງລະບົບການຢັ້ງຢືນອື່ນທີ່ບໍ່ແມ່ນອາຊຽນ.
VII. ປູກຈິດສຳນຶກ ແລະ ຄວາມຮູ້ກ່ຽວກັບມາດຕະຖານກະສິກຳອິນຊີອາຊຽນ.

ອາຊຽນ ຍັງໄດ້ພັດທະນາມາດຕະຖານສິນຄ້າພືດສວນ ແລະ ພືດສະບຽງອາຫານອາຊຽນ ຮ່າງສະບັບສຸດທ້າຍຄື: ບຼອກໂຄລີ (ກະລ່ຳປີດອກຂຽວ), ກະລ່ຳປີດອກ, ສະຫຼັດກອບ, ໝາກຮະ ແລະ ໝາກບວບ ແລະ ໄດ້ຮ່າງສະບັບທຳ ອິດມາດຕະຖານສາລີຝັກອ່ອນ, ຖົ່ວຝຣັ່ງ, ເຫັດຫູໜູ ແລະ ກະລ່ຳປີ.

ເພື່ອສະໜັບສະໜູນແຜນຈັດຕັ້ງປະຕິບັດ ຍຸດທະສາດອາຊຽນ ກ່ຽວກັບການພັດທະນາ ມາດຕະຖານກະສິກຳອິນຊີ, ລັດຖະບານຂອງ ສປປ ລາວ ໄດ້ເນັ້ນໜັກກ່ຽວກັບ ການພັດທະນາກະສິກຳສະອາດ ເປັນບຸລິມະສິດໜຶ່ງ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ພັດທະນາຍຸດທະສາດກະສິກຳ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ເພື່ອສະໜັບສະໜູນ ດ້ານຄວາມປອດໄພສະບຽງອາຫານ ແລະ  ໂພຊະນາການ, ຄວາມປອດໄພຂອງອາຫານ, ຄຸນນະພາບສະບຽງອາຫານ ຕາມທິດກະສິກຳສະອາດ. ນອກຈາກນັ້ນ ຍັງໄດ້ພັດທະນາມາດຕະຖານກະສິກຳທີ່ດີ (GAP) ແລະ ມາດຕະຖານກະສິກຳອິນຊີ (OA), ສ້າງຕົວແບບໃນການຜະລິດກະສິກຳສະອາດ ເປັນສູນກາງຮຽນຮູ້ ແລະ ການແລກປ່ຽນປະສົບການ ກ່ຽວກັບການຜະລິດກະສິກຳທີ່ດີ ແລະ ກະສິກຳອິນຊີ. ພ້ອມດຽວກັນນັ້ນ ກໍ ໄດ້ສ້າງຕັ້ງໜ່ວຍງານ ຢັ້ງຢືນກະສິກຳສະອາດ ເພື່ອຮອງຮັບໃຫ້ແກ່ການກວດກາ, ຢັ້ງຢືນ ລະບົບການຜະລິດກະສິກຳທີ່ດີ ແລະ ກະສິກຳອິນຊີ. ນອກຈາກນັ້ນ ກໍຍັງໄດ້ສ້າງຈຸດຂາຍຜົນຜະລິດ ແລະ ຜະລິດຕະ ພັນກະສິກຳອິນຊີຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ. ມາຮອດປັດຈຸບັນ ໄດ້ຢັ້ງຢືນຕາມມາດຕະຖານກະສິກຳອິນຊີ ໄດ້ທັງໝົດ 42 ຟາມ, ໃນນັ້ນ 22 ກຸ່ມຜະລິດ 17 ຟາມດ່ຽວ 2 ສູນວິຊາການ ແລະ 1 ກອງຜະລິດ.

ກອງປະຊຸມຄັ້ງນີ້ ໄດ້ເປັນໂອກາດອັນດີໃຫ້ ສປປ ລາວ ໃນການເຊື່ອມໂຍງພາກພື້ນ ທາງດ້ານກະສິກຳອິນຊີ ແລະ ສ້າງເງື່ອນໄຂ ໃນການເຈລະຈາສອງຝ່າຍ ເພື່ອຍອມຮັບມາດຕະຖານກະສິກຳອິນຊີ ຊຶ່ງກັນ ແລະ ກັນ ແລະ ກໍເປີດໂອກາດທາງການຕະຫຼາດກະສິກຳອິນຊີຂອງ ສປປ ລາວ ຫຼາຍຂຶ້ນ.

 

ແຫລ່ງຂ່າວ:

ປຊຊ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...