spot_img
HomeມູມໄອທີລາວHuawei P9 - ສ້າງປະສົບການການຖ່າຍຮູບພ້ອມກ້ອງຖ່າຍຮູບ Leica

Huawei P9 – ສ້າງປະສົບການການຖ່າຍຮູບພ້ອມກ້ອງຖ່າຍຮູບ Leica

Published on

ໃນເດືອນທີ່ຜ່ານມາ, ກຸ່ມທຸລະກິດຜູ້ຊົມໃຊ້ຂອງຫົວເຫວີຍ ແລະ ກ້ອງຖ່າຍຮູບ Leica AG ໄດ້ປະກາດການຮ່ວມມືກັນຢ່າງເປັນທາງການ ບໍ່ວ່າຈະເປັນການຍົກສູງ ຂອງທັງ 2 ຍີ່ຫໍ້ໃຫ້ມີຄວາມຫຼູຫຼາຍີ່ງຂື້ນ, ການພັດທະນາເທັກໂນໂລຢີ ແລະ ສີລະປະໃນການອອກແບບກ້ອງຖ່າຍຮູບຢ່າງພິຖີພິຖັນຫຼາຍຂື້ນ. ນອກນັ້ນຈະຍັງຈະຮ່ວມກັນຄົ້ນຄ້ວາສີ່ງໃໝ່ຂອງກ້ອງຖ່າຍຮູບໃນສະມາດໂຟນນຳອີກ.

ໃນປີ2012 ຫົວເຫວີຍໄດ້ກ້າວຂື້ນມາເປັນ ຜູ້ຜະລິດສະມາດໂຟນ 1ໃນ3 ຂອງໂລກ ແລະ ເປັນບໍລິສັດຈີນ ທຳອິດ ທີ່ສາມາດຈຳໜ່າຍ ໂທລະສັບມືຖືໄດ້ຫຼາຍກ່ວາ 1 ຮ້ອຍລ້ານກ່ວາໜ່ວຍ ພາຍໃນປີດຽວ ກໍ່ຄືປີ 2015 ແລະ ກໍ່ຍັງເປັນບໍລິສັດທຳອິດຈາກປະເທດຈີນທີ່ ປະກົດຊື່ໃນ ລາງວັນ Interbrand Best Global Brands ໃນປີ 2014 ແລະ ກໍ່ກ້າວຂື້ນເປັນອັນດັບທີ 88 ໃນປີ 2015 ພ້ອມກັບການເປີດໂຕຜະລິດຕະພັນໃໝ່ ເຊັ່ນ: ໂມງຫົວເຫວີຍ and ຫົວເຫວີຍ P8.

P9&Leica3

Leica ເປັນໜຶ່ງໃນຊື່ທີ່ມີຄວາມໂດດເດັ່ນທີ່ສຸດໃນວົງການກ້ອງຖ່າຍຮູບ ແລະ ລາຄາກໍ່ສູງໃນຕະຫຼາດກ້ອງຖ່າຍຮູບ. ກ້ອງ Leica ແມ່ນປະດິດດ້ວຍຝິມືຢ່າງປານີດພິທີພີທັນ ແລະ ໃສ່ໃຈໃນທຸກລາຍລະອຽດ ເພື່ອໃຫ້ໄດ້ ກ້ອງຖ່າຍຮູບແຕ່ລະໜ່ວຍ ມີຄຸນະພາບດີທີ່ສຸດ. ນອກນັ້ນ Leica ກໍ່ຍັງເປັນໜື່ງໃນຕໍານານຂອງວົງການນັກຖ່າຍຮູບມືອາຊີບມາຫຼາຍ

ເຖິງຮູບພາບຈາກ P9 ນັ້ນ ຈະບໍ່ທຽບເທົ່າກັບ Leica M ແຕ່ຖ້າປຽບທຽບໃສ່ ຮູບພາບຈາກສະມາດໂຟນແລ້ວ ແມ່ນມີຄຸນະພາບທີ່ດີຫຼາຍ. ເຊິ່ງສະແດງໃຫ້ເຫັນວ່າ ກ້ອງຫົວເຫວິຍ P9 ແມ່ນມີຕິໃໝ່ແຫ່ງການຖ່າຍຮູບ ບໍ່ແມ່ນພຽງແຕ່ໄດ້ໃບຮັບຮອງຈາກ Leica ເທົ່ານັ້ນ. ນອກຈາກນີ້ P9 ຍັງມາພ້ອມກັບໂໝດສີເຊັ່ນດຽວກັນກັບກ້ອງ Leica, ໂໝດ ມາດຕະຖານ ເຊີ່ງໃຫ້ສີທີ່ເປັນທຳມະຊາດ, ໂໝດສີສັນສົດໃສ ແລະໂໝດສີລຽບງ່າຍ ທີ່ຈະໃຫ້ປະສົບການທີ່ດີເລີດໃນການຖ່າຍຮູບຂອງສະມາດໂຟນ.

ນັບຕັ້ງແຕ່ມີຟີມ ຂາວ-ດຳ ຮູບທີ່ຖ່າຍດ້ວຍເລັນກ້ອງ Leica ນັ້ນແມ່ນທີ່ເອກະລັກພິເສດສຸດໃນຮູບແບບຂອງ Leica ເອງ ເຊີ່ງຮູບທີ່ຖືກຖ່າຍທອດອອກມານັ້ນ ຈະມີຄວາມໂດດເດັ່ນ ທຸກລາຍລະອຽດທີ່ມີຄວາມຄົມຊັດ ແລະ ສົດໃສ. ເຖີງແມ່ນວ່າປະຈຸບັນນີ້ ຈະແມ່ນຍຸກສະໄໝຂອງກ້ອງດີຈິຕອນ ແຕ່ວ່າການຖ່າຍຮູບຜ່ານເລັນຂອງ Leica ນັ້ນ ຍັງຄົງຮັກສາເອກະລັກທີ່ເປັນຂອງ Leica ໄວ້ຄືເກົ່າ. ເປັນທີ່ໜ້າເຫຼືອເຊືອວ່າ ຖ້າທ່ານໄດ້ເຫັນຮູບທີ່ຖ່າຍຈາກກ້ອງ Leica ແລ້ວທ່ານ ບໍ່ຈະຫຼົງໄຫຼໃນມົນສະເຫນ່ຂອງຮູບພາບ ເຊີ່ງຖ່າຍທອດອອກມານັ້ນ.

ນີ້ ຍັງໄດ້  Leica Summarit H 1:2.2/27 ASPH ມາພ້ອມກ້ອງເລັນຄູ່ 12 ລ້ານພິກເຊວ ເຊີ່ງແຍກການເຮັດວຽກ 2ເລັນຄື: ເຊັນເຊີການກັ່ນຕອງສີສັນຕ່າງໆ ແລະ ລາຍລະອຽດຂອງເຊັນເຊີຂາວດຳ ເຮັດໃຫ້ຮູບທີ່ຖືກຖ່າຍອອກມານັ້ນແມ່ນມີຄວາມສົມບູນແບບ ແລະ ງົດງາມ.

ກ້ອງຫົວເຫວິຍ P9 ແມ່ນໄດ້ຮັບການຍ້ອງຍໍຫຼາຍ ຈາກນັກຖ່າຍຮູບມືອາຊີບລະດັບໂລກ ແມລີ້ ແມັກຄາທີ, ແລະ ນັກຖ່າຍຮູບຈາກ National Geographic ເດວິດ ກັດຕັນເຟເດີ, ເພາະວ່າຮູບທີ່ຖ່າຍອອກມາ ເມືອທຽບໃສ່ກັບຮູບພາບທີ່ຖ່າຍຈາກສະມາດໂຟນລຸ້ນອື່ນແມ່ນມີຄວາມແຕກຕ່າງກັນຫຼາຍ ບໍ່ວ່າຈະແມ່ນເລື່ອງຂອງແສງ ແລະ ຄວາມລະອຽດຂອງຮູບ.

P9&Leica4 P9&Leica5

hdr

cof

cof

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...