Homeສຸຂະພາບ ແລະ ສີ່ງແວດລ້ອມວິທີຮັກສາອາການໂຣກນອນບໍ່ລັບ

ວິທີຮັກສາອາການໂຣກນອນບໍ່ລັບ

Published on

ອາການຂອງໂຣກນອນບໍ່ລັບ ແມ່ນມີຫຼາຍຮູບແບບ ທັງການນອນລັບຍາກ, ການຕື່ນຕອນກາງເດິກ, ການນອນລັບໆ ຕື່ນໆ ຫຼື ການຕື່ນຕອນເຊົ້າມືດແລ້ວບໍ່ສາມາດນອນລັບຕໍ່ໄດ້ອີກເປັນຕົ້ນ.

ການຮັກສາໂຣກນອນບໍ່ລັບເບື້ອງຕົ້ນ
– ຊອກຫາສາເຫດຂອງການນອນບໍ່ລັບ ເພາະ ຫາກເປັນຍ້ອນໂຣກພະຍາດຕ້ອງຮັກສາໂຣກນັ້ນໃຫ້ຫາຍດີ
– ເຮັດກິດຈະກຳຊ່ວງຕອນກາງເວັນໃຫ້ຫຼາຍໆ ຫຼີກລ່ຽງການນອນເວັນ ແລະ ພະຍາຍາມເຂົ້ານອນໃຫ້ຖືກເວລາເພື່ອຝຶກຮ່າງກາຍໃຫ້ຊິນເຄີຍກັບເວລານອນ
– ຈັດຫ້ອງນອນໃໝ່ ໃຫ້ຫ້ອງນອນມີອາກາດຖ່າຍເທທີ່ດີ ສະອາດ, ສະຫງົບ, ບໍ່ເປື້ອນ, ບໍ່ມີຝຸ່ນ.
– ອອກກຳລັງກາຍທຸກວັນຢ່າງໜ້ອຍວັນລະ 15-30 ນາທີ ແລະ ກ່ອນເຂົ້ານອນຢ່າງໜ້ອຍ 2 ຊົ່ວໂມງ ຈະຊ່ວຍໃຫ້ນອນລັບດີ
– ຫຼີກລ່ຽງການດື່ມຊາ, ກາເຟ ກ່ອນເຂົ້ານອນ
– ດື່ມນ້ຳອຸ່ນ 1 ຈອກ ຫຼື ກ້ວຍ 1 ໜ່ວຍ ກ່ອນເຂົ້ານອນຈະຊ່ວຍໃຫ້ນອນລັບດີ

ການຮັກສາໂຣກນອນບໍ່ລັບດ້ວຍສະໝຸນໄພ
ຂີ້ເຫຼັກ ນຳໃບຂີ້ເຫຼັກອ່ອນມາ 1 ກຳມື ຕົ້ມກັບນ້ຳ 1 ລິດ ແລ້ວຕອງເອົາແຕ່ນ້ຳເພື່ອນຳມາດື່ມກ່ອນນອນ ຄັ້ງລະ 1 ຈອກ ຂໍ້ຄວນລະວັງຄືຫ້າມດື່ມເກີນກາຍ 1 ຈອກ/ຄັ້ງ ເພາະອາດເຮັດໃຫ້ຖອກທ້ອງໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...