Homeຂ່າວຕ່າງປະເທດຊີ້​ວິ​ກິດ​ໄວ​ຣັສຊິ​ກາ ​ເປັນ​ຜົນ​ຈາກ​ຄວາມ​ລົ້ມ​ເຫຼວຂອງ​ນະ​ໂຍບາຍ

ຊີ້​ວິ​ກິດ​ໄວ​ຣັສຊິ​ກາ ​ເປັນ​ຜົນ​ຈາກ​ຄວາມ​ລົ້ມ​ເຫຼວຂອງ​ນະ​ໂຍບາຍ

Published on

ນາງ ມາ​ກາ​ເຣັດ ຊານ ຜູ້ອຳ​ນວຍ​ການ​ອົງການ​ອະນາ​ໄມ​ໂລກ​ກວ່າ​ວານນີ້​ວ່າ ການ​ທີ່​ເຊື້ອ​ໄວ​ຣັສຊີ​ກາ​ຊຶ່ງ​ມີ​ຍຸງ​​ເປັນ​ພາຫະເກີດ​ການລະບາດ​ຈົນ​ກາຍ​ເປັນ​ວິ​ກິດ​ການ​ຮຸນ​ແຮງ​ໃນ​ຫຼາຍ​ປະ​ເທດ​ນັ້ນ ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ຄວາມ​ລົ້ມ​ເຫຼວທາງ​ດ້ານ​ນະ​ໂຍບາຍ​ເລື່ອງ​ການ​ຄວບ​ຄຸມ​ຍຸງ​ພາຫະນຳ​ພະຍາດ ​ແລະ ບັນຫາການ​ບໍ່​ສາມາ​ດ​ເຂົ້າ​ເຖິງ​ບໍລິການ​ດ້ານ​ການວາງ​ແຜນ​ຄວບ​ຄົວ​ແບບ​ທົ່ວ​ເຖິງ ທີ່​ເກີດ​ຂຶ້ນ​ມາ​ເປັນ​​ເວລາ​ຫຼາຍ​ສິບ​ປີ.

ນາງ​ຊານ​ກ່າວ​ວ່າ ປາ​ໄສ​ໃນ​ພິທີ​ເປີດ​ການ​ປະຊຸມ​ປະຈຳ​ປີ​ຂອງ​ອົງການ​ອະນາ​ໄມ​ໂລກ​ທີ່​ນະຄອນຫຼວງ​ເຈ​ນີວາ​ຂອງ​ສະ​ວິດ​ເຊີ​ແລນ ຊຶ່ງ​ມີ​ຜູ້​ແທນ​ປະມານ 3.000 ຄົນ ຈາ​ກຊາດ​ສະມາຊິກ 194 ຊາດ​ເຂົ້າ​ຮ່ວມ​ວ່າ ການ​ທີ່​ເຊື້ອ​ໄວຣັສຊິ​ກາ​ແພ່​ລະບາດ​ຖືກ​ເປັນ​ບົດຮຽນ​ລາຄາ​ແພງ​ຈາກ​ຄວາ​ມລົ້ມ​ເຫຼວດ້ານ​ນະ​ໂຍບາຍ​ໃນ​ການ​ຄວບ​ຄຸມ​ຍຸງ​ພາຫະນຳ​ໂລກ​ຕັ້ງ​ແຕ່​ໃນ​ຊ່ວງ​ທົດ​ສະ​ວັດ​ຫຼັງ​ປີ 1970 ຊຶ່ງ​ຄວາມ​ລົ້ມ​ເຫຼວທີ່​ເກີດ​ຂຶ້ນ​ເຮັດ​ໃຫ້​ເຊື້ອ​ໄວ​ຣັສທີ່​ມີ​ຍຸງ​ເປັນ​ພາຫະ​ສາມາດ​ແພ່​ກະຈາຍ​ໄດ້​ແບບ​ວ່ອງ​ໄວ ​ແລະ ກໍ​ໃຫ້​ເກີດ​ໄພ​ຄຸກ​ຄາມ​ສຳຄັນ​ຕໍ່​ສຸຂະ​ອະນາ​ໄມ​ຂອງ​ປະຊາກອນ​ໂລກ ນາງຊານ​ກ່າວ​ວ່າ ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຮຸນ​ແຮງ​ທີ່​ສຸດ​ຈາກ​ການລະບາດ​ຂອງ​ໄວຣັສຊິ​ກາ​ທີ່​ເກີດ​ຂຶ້ນ​ນີ້​ເປັນ​ປະ​ເທດ​ທີ່​ນັບຖື​ສາສະໜາ​ຄຣິສນິກາຍ​ໂຣມັນ​ຄາ​ທໍ​ລິກທີ່​ເຄັ່ງ​ສາ​ສະໜາ ​ແລະ ການ​ທີ່​ບໍ່​ສາມາດ​ໃຫ້​ບໍລິການ​ດ້ານ​ການວາງ​ແຜນ​ຄອບຄົວ​ຢ່າງ​ທົ່ວ​ເຖິງ​ຈະ​ເຮັດ​ໃຫ້​ວິ​ກິດ​ການ​ຮຸນ​ແຮງ​ຂຶ້ນ ຂະນະ​ທີ່​ໄວຣັສລະບາດ​ໄປ​ຍັງ 60 ປະ​ເທດ​ທົ່ວ​ໂລກ ມີ​​ແມ່ຍິງ​ເປັນ​ຈຳນວນ​ຫຼາຍ​ທີ່​ອາດ​ຈະ​ຕ້ອງການ​ເລື່ອນ​ການ​ຕັ້ງ​ຄັນ​ອອກ​ໄປ​ກ່ອນ​ແຕ່​ບໍ​ສາມາດ​ເຂົ້​າ​ເຖິງ​ການ​ຄຸມ​ກຳ​ເນີ​ດ​ໄດ້​ທັງ​ນີ້ ຜູ້​ຊ່ຽວຊານ​ເຊື່ອ​ວ່າ ​ເຊື້ອ​ໄວຣັສຊິ​ກາ​ເຮັດ​ໃຫ້​ເດັກນ້ອຍ​ໃນ​ທ້ອງ​ເກີດ​ມາ​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ສະໝອງ ຫຼັງ​ຈາກ​ທີ່​ມານ​ດາ​ຕິດ​ເຊື້ອ​ໄວຣັສສິກາ​ແລ້ວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...