Homeປ່ອງຢ້ຽມດວງດາວເດືອນສີເລືອດ ເກີດຂຶ້ນໄດ້ແນວໃດ...ຕ້ອງອ່ານ

ເດືອນສີເລືອດ ເກີດຂຶ້ນໄດ້ແນວໃດ…ຕ້ອງອ່ານ

Published on

ວັນນີ້ພວກເຮົາຈະພາທຸກທ່ານມາຮູ້ກ່ຽວເລື່ອງເດືອນ, ດາວ ກັນແນ່ຈັກໜ້ອຍ ບາງຄົນອາດຈະເຄີຍເຫັນເດືອນມີສີແດງ ຫຼື ເອີ້ນວ່າ ເດືອນສີເລືອດ (Blood moon) ເຊິ່ງປະກົດການແບບນີ້ຈະເກີດຂຶ້ນໃນຊ່ວງເວລາຈັນທະຄາດເຕັມດວງເທົ່ານັ້ນ ແລະ ວັນທີ 28 ກັນຍາ 2015 ປີທີ່ຜ່ານມາ ເຊິ່ງຄົບຮອບ 33 ປີ ຂອງການເກີດປະກົດການເດືອນສີເລືອດ ຫຼື ຈັນທະຄາດເຕັມດວງຂຶ້ນ ວັນນີ້ພວກເຮົາເລີຍຈະພາທຸກຄົນມາຮູ້ວ່າປະກົດການເດືອດສີເລືອດນີ້ມັນເກີດຂຶ້ນໄດ້ແນວໃດ

sanders1

ການເກີດສີແດງໃນດວງເດືອນ ແມ່ນເກີດມາຈາກແສງສີແດງ ເປັນສີທີ່ຫັກມຸມແສງໄດ້ງ່າຍທີ່ສຸດໃນແສງສີຮຸ້ງທັງໝົດ ເພາະມີຄລື້ນແສງຍາວ ສ່ວນແສງສີມ່ວງເບື້ອງກົງກັນຂ້າມແມ່ນມີການຫັກມຸມແສງໄດ້ນ້ອຍສຸດເພາະເປັນຄລື້ນແສງສັ້ນ

the_moon

ໃນເວລາເກີດຈັນທະຄາດ ແສງຕະເວັນຈາກອີກຟາກຈະຖືກບັນຍາກາດໂລກທີ່ກຳລັງບັງດວງເດືອນຫັກມຸມແສງ ແລະ ແຍກແສງໃຫ້ກະຈາຍອອກເປັນສີຕ່າງໆ ມີສະເພາະສີແດງທີ່ສາມາດຫັກມຸມໄປສ່ອງດວງເດືອນທີ່ກຳລັງຖືກເງົາໂລກບັງເຕັມດວງ ຈິ່ງເກີດເປັນສີແດງໃຫ້ຜູ້ຄົນທົ່ວໂລກໄດ້ເຫັນໃນຕອນກາງຄືນ ເຊິ່ງຄົນທີ່ພົບເຫັນນັ້ນກໍ່ໄດ້ມີຈິນຕະນາ ການວ່າດວງເດືອນເປັນສີເລືອດ ເຊິ່ງທີ່ຈິງແລ້ວມັນເປັນສີແດງຂອງຮຸ້ງນັ້ນເອງ

 

ທີ່ມາ: http://jimmysoftwareblog.com/

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...