spot_img
Homeຂ່າວຕ່າງປະເທດສະ​ວິດເຊີແລນ ​ກຽມ​ເປີດ​ “ອຸ​ໂມງ​ລົດ​ໄຟ​ ຍາວ​ທີ່​ສຸດ​ໃນ​ໂລກ” 1ມິຖຸນາ

ສະ​ວິດເຊີແລນ ​ກຽມ​ເປີດ​ “ອຸ​ໂມງ​ລົດ​ໄຟ​ ຍາວ​ທີ່​ສຸດ​ໃນ​ໂລກ” 1ມິຖຸນາ

Published on

ເມື່ອ​ 17 ປີຜ່ານມາ ການ​ກໍ່ສ້າງ​ອຸ​ໂມງ​ລົດ​ໄຟ​ທີ່​ມີ​ຄວາມ​ຍາວ​ທີ່​ສຸດ​ໃນ​ໂລກ​ໃຈກາງ​ປະ​ເທດ​ສະ​ວິດ​ໄດ້​ເລີ່​ມຂຶ້ນ ​ແລະ ​ໃນ​ວັນ​ທີ 1 ມິຖຸນາ​2015 ຈະ​ເຖິງ​ນີ້ ພວກ​ເຮົາ​ກໍ​ຈະ​ໄດ້​ເຫັນ​ການ​ເປີດ​ຕົວອຸ​ໂມງ“ກອດ​ທາ” ຊຶ່ງ​ຈະ​ກາຍ​ເປັນ​ແລນ​ມາກ​ໃໝ່ທີ່​ດຶງ​ດູດ​ຜູ້​ຄົນ​ໃຫ້​ມາ​ໃຊ້​ບໍລິການ​ລະບົບ​ຂົນ​ສົ່ງ​ສາທາລະນະ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ແຫ່ງໜຶ່ງຂອງ​ໂລກ.

434f572c20fa286055d12b9cfd6369c2_L

ອຸ​ໂມງ“ກອດ​ທາ”ຈະ​ເຮັດ​ໃຫ້​ປະ​ເທດ​ເພື່ອນ​ບ້ານ, ດິນ​ແດນ​ໃກ້​ຄຽງ ລວມ​ເຖິງ​ເມືອງ​ຕ່າງໆທາງ​ຕອນ​ເໜືອ ​ແລະ ​ໃຕ້​ຂອງ​ພູ​ແອ​ລ​ໄດ້​ໃກ້​ສິດ​ກັນຫຼາຍຂຶ້ນ ​ແລະ ​ເຮັດ​ໃຫ້ການ​ເດີນທາງ​ໂດຍ​ລົດ​ໄຟ​ມີ​ຄວາມ​ວ່ອງ​ໄວ, ງ່າຍ​ດາຍ ​ແລະ ສະດວກ​ສະບາຍ​ກວ່າ​ທີ່​ເຄີຍ ຊຶ່ງ​ໃນ​ວັນ​ທີ 1 ມິຖຸນາ​ຈະ​ເຖິງ​ນີ້ ສະ​ວິດ​ຈະ​ໄດ້​ເປີດ​ອຸ​ໂມງ​ລົດ​ໄຟ​ທີ່​ຍາວ ​ແລະ ​ເລິກ​ທີ່​ສຸດ​ໃນ​ໂລກ​ດ້ວຍ​ຄວາມ​ຍາວ 57 ກິ​ໂລ​ແມັດ ​ແລະ ​ເລິກ​ລົງ​ໄປ​ໃນ​ພູ​“ກອດ​ທາ” ເຖິງ 2.300 ​ແມັດ ອຸ​ໂມງ​ນີ້​ສ້າງ​ຂຶ້ນ​ຕາມ​ຈຸດປະສົງ​ເພື່ອ​ການ​ຄົມມະນາຄົມ​ທີ່​ມີ​ປະສິດທິພາບ ​ແລະ ຢືນ​ຢົງ ​ໂດຍ​ລົດ​ໄຟ​ຄວາມ​ໄວ​ສູງ​ສາມາດ​ເຊື່ອມ​ຕອນ​ເໜືອ ​ແລະ ​ໃຕ້​ຂອງ​ພູ​ແອ​ລ ​ໂດຍ​ໃຊ້​ເວລາ​ພຽງ 17 ນາທີ ຫຍໍ້​ເວລາ​ການ​ເດີນທາງ​ໄດ້​ຢ່າງ​ມະຫາສານ ທັງ​ຍັງ​ຊ່ວຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ລົດ​ໄຟ​ທີ່​ມີ​ຂະ​ບວນຍາວ ​ແລະ ມີ​ນໍ້າໜັກຫຼາຍກວ່າ​ນີ້​ດ້ວຍ.

5882

ຫຼັງຈາກ​ທີ່​ດຳ​ເນີນ​ການ​ກໍ່ສ້າງ​ມາ​ດົນ​ເຖິງ 17 ປີ ບໍລິສັ​ດ Alp Transit Gotthard ຊຶ່ງ​ເປັນ​ຜູ້​ຄວບ​ຄຸມ​ການ​ກໍ່ສ້າງ ກໍ​ສາມາດ​ສົ່ງ​ມອບ​ອຸ​ໂມງ​ທີ່​ສ້າງ​ແລ້ວ​ສົມບູນ​ໃຫ້​ແກ່ການ​ລົດ​ໄຟ​ແຫ່ງ​ປະ​ເທດ​ສະ​ວິດ ( Swiss Federal Railways)  ​ໄດ້​ພາຍ​ໃນ​ເວລາ ​ແລະ ງົບປະມານ​ທີ່​ກຳນົດ​ໄວ້ ​ຊຶ່ງລະບົບ​ຂົນ​ສົ່ງ​ສາທາລະນະ​ຂອງ​ສະ​ວິດ​ທີ່​ເຂັ້ມແຂ​ງທີ່​ສຸດ​ໃນ​ໂລກ​ໄດ້​ຖືກ​ຕື່ມ​ເຕັມ​ໃຫ້​ສົມບູນຂຶ້ນ​ອີກ​ດ້ວຍ​ອຸ​ໂມງ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ​ແຫ່ງ​ນີ້

58822

ໃນໄລຍະການກໍ່ສ້າງມີຜູ້ເສຍຊີວິດທັງໝົດ 8 ຄົນຈາກອຸບັດຕິເຫັດໃນການກໍ່ສ້າງ ແລະທາງທີມງານໄດ້ເຮັດອານຸສອນໄວ້ເພື່ອເປັນທີ່ລະນຶກ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...