Homeຂ່າວທ້ອງຖິ່ນບໍ​ລິ​ຄຳ​ໄຊ ຈະ​ປູກ​ໄມ້​ໃຫ້​ໄດ້ 5,1 ພັນ​ເຮັກ­ຕາ

ບໍ​ລິ​ຄຳ​ໄຊ ຈະ​ປູກ​ໄມ້​ໃຫ້​ໄດ້ 5,1 ພັນ​ເຮັກ­ຕາ

Published on

ເນື່ອງ​ໃນ​ໂອ­ກາດ​ວັນ​ປູກ​ຕົ້ນ­ໄມ້ ແຫ່ງ​ຊາດ ວັນ​ທີ 1 ມິ­ຖຸ­ນາ 2016 ຈະ​ມາ​ເຖິງ​ນີ້ ແຂວງ​ບໍ​ລິ​ຄຳ​ໄຊ ກໍ​ຄື​ພະ​ແນກກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງຈະ​ຈັດ​ກິດ​ຈະກຳ​ສ້າງ​ຂະ​ບວນ​ການ​ປູກ​ຕົ້ນ­ໄມ້​ປະ­ດັບຕົວ​ເມືອງ ແລະ​ ຟື້ນ​ຟູ​ປ່າ​ຜະ­ລິດ​ໃຫ້​ໄດ້​ຮັບຜົນ​ດີ ແລະ​ບັນ­ລຸ​ຕາມ​ຄາດ­ໝາຍ​ທີ່​ໄດ້ ວາງ​ໄວ້​ຕາມ​ແຈ້ງ​ການ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້ ເລກ​ທີ 0046/ກປ ລົງ​ວັນ​ທີ 11 ພຶດ­ສະ­ພາ 2016 ກ່ຽວ​ກັບ​ການ​ສ້າງ​ຂະ​ບວນ​ການ​ປູກ​ຕົ້ນ­ໄມ້ ແລະ​ຟື້ນ​ຟູ​ປ່າ­ໄມ້ ເນື່ອງ​ໃນ​ໂອ­ກາດ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ​ປີ​ນີ້.

ອີງ​ຕາມ​ການ​ໃຫ້​ສຳ­ພາດ​ຂອງ ທ່ານ ຄຳ​ແພງ ແສງ​ມະ­ນີ​ວົງ ຮອງ​ຫົວ­ໜ້າ​ຂະ­ແໜງ​ປ່າ­ໄມ້​ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງ​ບໍ​ລິ​ຄຳ​ໄຊ ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 19 ພຶດ­ສະ­ພາ​ນີ້​ວ່າ: ວັນ​ປູກຕົ້ນ­ໄມ້​ແຫ່ງ​ຊາດ ວັນ​ທີ 1 ພຶດ­ສະ­ພາ 2016 ແຂວງ​ບໍ​ລິ​ຄຳ​ໄຊ ຈະ​ໄດ້​ມີ ການ​ຈັດ​ກິດ­ຈະ­ກຳ ປູກ​ຕົ້ນ­ໄມ້​ປະ­ດັບ​ຕົວ​ເມືອງ​ໃຫ້​ໄດ້ 160 ເຮັກ­ຕາ, ແລະ ປູກ​ໄມ້​ຟື້ນ​ຟູ​ປ່າ​ຜະ­ລິດ ແລະ​ປ່າ​ເຂດ​ນອກ​ໃຫ້​ໄດ້ 5.000 ເຮັກ­ຕາ ຊຶ່ງ​ມາຮອດ​ປະ­ຈຸ​ບັນ​ນີ້  ສາ­ມາດ​ເກັບ​ແກ່ນ​ກ້າ​ໄດ້​ແລ້ວ 3 ພັນ​ກິ​ໂລ ກ້າ​ເບ້ຍ​ໄມ້​ໄດ້ 9 ແສນ​ເບ້ຍ ໃນ​ນັ້ນ ການ​ຟື້ນ​ຟູ​ປ່າ​ຜະ­ລິດ​ແມ່ນ​ຈະ​ປູກ​ໄມ້​ທີ່​ຮັກ­ສາ​ຕົ້ນ​ນ້ຳ​ຢູ່ 4 ເມືອງ ຄື: ເມືອງ​ວຽງ​ທອງ, ເມືອງ​ບໍ​ລິ​ຄັນ, ເມືອງ​ປາກ​ກະ­ດິງ ແລະ​ເມືອງ​ປາກ​ຊັນ​ເປັນ­ຕົ້ນ​ເບ້ຍ​ໄມ້​ດູ, ໄມ້​ແຕ້​ຂ່າ, ໄມ້­ແຄນ​ເຮືອ ແລະ​ໄມ້​ແຕ້​ຮໍ ເປັນ­ຕົ້ນ.

ສະ­ເພາະ​ໃນ​ວັນ​ທີ 1 ມິ­ຖຸ­ນາ​ນີ້ແມ່ນ​ຈະ​ປູກ​ເບ້ຍ​ໄມ້​ປະ­ດັບ​ຕົວ​ເມືອງ​ເປັນ­ຕົ້ນ​ໄມ້​ກາ­ກະ­ເລົາ, ໄມ້​ຄູນ ແລະ​ໄມ້​ຝາງ​ແດງ ຈະ​ປູກ​ໃນ​ຂອບ​ເຂດ​ເທ­ສະບານ​ແຂວງ ແລະ​ຕາມ​ພະ­ແນກ­ການ​ຕ່າງໆ​ເພື່ອ​ເປັນ​ການ​ສ້າງ​ໃຫ້​ຕົວ​ເມືອງ​ເປັນ​ສີ­ຂຽວ​ໃນ​ປີ 2020.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...