Homeສຸຂະພາບ ແລະ ສີ່ງແວດລ້ອມ4 ສະໝຸນໄພຮັກສາຕຸ່ມຜື່ນ

4 ສະໝຸນໄພຮັກສາຕຸ່ມຜື່ນ

Published on

ອາການຂອງຕຸ່ມຜື່ນ ຄື ຈະມີຜື່ນຄັນຕາມຮ່າງກາຍ ເກີດຂຶ້ນໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່ ສ່ວນຫຼາຍຕຸ່ມຜື່ນມັກຂຶ້ນໃນບໍລິເວນຂໍ້ພັບ, ແຜ່ນຫຼັງ ແລະ ບໍລິເວນອັບເຫື່ອ ຕຸ່ມທີ່ເກີດມີລັກສະນະໄດ້ 3 ແບບຄື: ແບບທີ 1 ເປັນຕຸ່ມແດງໆ ອາດຈະມີອາການຄັນເລັກໜ້ອຍ, ແບບທີ 2 ເປັນຕຸ່ມນ້ຳໃສໆ, ແບບທີ 3 ເປັນຕຸ່ມໜອງ

ການຮັກສາຕຸ່ມຜື່ນດ້ວຍສະໝຸນໄພ

1. ໝາກແຕງ ພຽງນຳໝາກແຕງມາລ້າງໃຫ້ສະອາດຝານເປັນບ່ຽງບາງໆ ແລະ ນຳມາແປະທີ່ບໍລິເວນເກີດຕຸ່ມກໍ່ຈະຊ່ວຍໃຫ້ຕຸ່ມຜື່ນດີໄວຂຶ້ນ

2. ຂິມິ້ນຂຶ້ນ ນຳຂິມິ້ນຂຶ້ນມາລ້າງໃຫ້ສະອາດແລ້ວນຳໄປຕຳໃຫ້ແຫຼກລະອຽດຈາກນັ້ນກໍ່ນຳມາທາໃສ່ບໍລິເວນເກີດຕຸ່ມຜື່ນ ຈະເຮັດໃຫ້ຕຸ່ມຜື່ນດີໄວຂຶ້ນ

3. ໃບກະເດົາ ພຽງນຳກະເດົາມາລ້າງແລະຕຳຈາກນັ້ນກໍ່ຄັ້ນເອົານ້ຳກະເດົາແລ້ວກໍ່ນຳມາທາໃສຕຸ່ນຜື່ນ ກະເດົາຈະຊ່ວຍໃນການຕ້ານເຊື້ອແບັກທີເຣຍ ເຊື້ອຣາ ຈິ່ງຊ່ວຍຫລຸດການອັກເສບຂອງຜິວ ແລະ ຈະຊ່ວຍໃຫ້ຕຸ່ມຜື່ນດີໄວ

4. ເປືອກກ້ວຍ ນຳເປືອກກ້ວຍມາທາບໍລິເວນເປັນຕຸ່ມຜື່ນ ຈະຊ່ວຍຫລຸດອາການຄັນຈາກຕຸ່ມຜື່ນ ແລະ ຕຸ່ມກໍ່ຈະດີໄວຂຶ້ນ

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...