Homeສຸຂະພາບ ແລະ ສີ່ງແວດລ້ອມວິທີການຮັກສາບາດແຜມີໜອງໃຫ້ດີໄວ

ວິທີການຮັກສາບາດແຜມີໜອງໃຫ້ດີໄວ

Published on

ອານການຂອງຂອງບາດແຜມີໜອງ ຄື ແຜຈະມາອາການປວດ, ບວມ ແດງອ້ອມໆບາດແຜ ແລະ ຈະມີນ້ຳໜອງເຫຼືອງໄຫລອອກມາຈາກບາດແຜ

ການຮັກສາເບື້ອງຕົ້ນ ສິ່ງທຳອິດທີ່ຕ້ອງເຮັດແມ່ນເຮັດຄວາມສະອາດບາດແຜຕ້ອງເຮັດທຸກວັນ ຫາກແຜມີໜອງຕ້ອງເຮັດຄວາມອາດບາດແຜປະມານວັນລະສອງຄັ້ງ  ຫຼື ຕາມອາການ ອາດມີການໃຊ້ຢາຂ້າເຊື້ອ ຫຼຶ ການໃຊ້ຢາປະຕິຊີວະນະເຂົ້າຊ່ວຍ ເພື່ອໃຫ້ບາດແຜດີໄວຂຶ້ນ.

ການຮັກສາບາດແຜມີໜອງດ້ວຍສະໝຸນໄພ

1. ໃບຜັກໜອກ ນຳໃບຜັກໜອກສົດມາ 1 ກຳມືລ້າງໃຫ້ສະອາດຈາກນັ້ນກໍ່ຕຳໃຫ້ແຫຼກລະອຽດ ແລ້ວນຳມາໃສ່ທີ່ບາດແຜມີໜອງ ຈະຊ່ວຍຮັກສາອາການອັກເສບ ເກີດໜອງ ແລະ ຊ່ວຍໃຫ້ບາດແຜດີໄວຂຶ້ນ

2. ວ່ານຫາງແຂ້ ໃຫ້ເລືອກໂຕແກ່ສູດມາໃຊ້ ແລ້ວນຳມາປອກເປືອກສີຂຽວ ແລະ ລ້າງຢາງອອກໃຫ້ໝົດ ເພາະອາດຈະກໍ່ໃຫ້ເກີດອາການແພ້ ແລະ ລະຄາຍເຄືອງໄດ້ ຫຼັງຈາກນັ້ນຝານເອົາວຸ້ນແຜ່ນບາງໆ ແລ້ວນຳມາໃສ່ບາດແຜ ຈະຊ່ວຍເຮັດໃຫ້ແຜຊ້ຳເຮື້ອໂດຍສະເພາະແຜໄຟໄໝ້ ນ້ຳຮ້ອນລວກ ເມື່ອໃສ່ວ່ານຫາງແຂ້ທີ່ບາດແຜແລ້ວໃຫ້ໃຊ້ຜ້າພັນແຜທີ່ສະອາດພັນທັບ ແລະ ຄວນປ່ຽນໃໝ່ວັນລະ 2 ຄັ້ງ ເຊົ້າ-ແລງ ຈົນກວ່າບາດແຜຈະຫາຍດີ ຈະຊ່ວຍປ້ອງກັນການອັກເສບ ແລະ ຕິດເຊື້ອ

3. ຂິມິ້ນຂຶ້ນ ນຳຂິມິ້ນມາລ້າງດີໆ ແລ້ວຝົນໆ ຈາກນັ້ນກໍ່ນຳໄປທາບາດແຜຈະຊ່ວຍເຮັດໃຫ້ບາດແຜດີໄວ ແລະ ລຶບຮອຍແປ້ວໄດ້

4. ເປືອກໝາກມັງຄຸດ ໂດຍນຳເປືອກໝາກມັງຄຸດສົດ ຫຼື ແຫ້ງ 1-2 ໜ່ວຍ ມາຟັກເປັນຕ່ອນນ້ອຍໆ ແລ້ວນຳໄປຕົ້ມກັບນ້ຳ 1 ລິດ ຕົ້ມໃຫ້ເດືອດ ແລະ ປະໄວ້ 15 ນາທີ ເຕີມເກືອລົງປະມານ 1 ບ່ວງຊາ ແລ້ວນຳມາລ້າງບາດແຜຊ້ຳເຮື້ອ, ບາດແຜມີໜອງຈະຊ່ວຍຂ້າເຊື້ອໂຣກໄດ້ດີ ແລະ ເຮັດໃຫ້ແຜດີໄວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...