spot_img
Homeຂ່າວຕ່າງປະເທດຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ໄປ ສະເໜີໂຕ ທີ່ຄ້າຍທະຫານແລັວ

ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ໄປ ສະເໜີໂຕ ທີ່ຄ້າຍທະຫານແລັວ

Published on

ທ່ານນາງຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ໄປສະເໜີໂຕ ທີ່ຄ້າຍທະຫານແຫ່ງນຶ່ງ
ໃນບາງກອກ ໃນວັນສຸກ ມື້ນີ້ຫລັງຈາກທ່ານນາງ ແລະພວກນັກການເມືອງອື່ນໆ ອີກຫຼາຍຄົນ ໄດ້ຖືກຮຽກໂຕໃຫ້ໄປພົບກັບຄະນະປົກຄອງທະຫານຂອງໄທ.

yingluck
ກອງທັບໄທ ໄດ້ເຂົ້າຍຶດອຳນາດ ໃນການເຮັດລັດຖະທະປະຫານແບບບໍ່ມີ ການນອງເລືອດ ໃນວັນພະຫັດວານນີ້
ໂດຍທີ່ ນາຍພົນ
ປຣະຍຸດ ຈັນໂອຊາກ່າວວ່າ ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເພື່ອຟື້ນຟູ ຄວາມເປັນລະບຽບຮຽບຮ້ອຍ
ແລະ ທຳການປະຕິຮູບ
ທາງດ້ານການເມືອງ. ນອກນັ້ນແລ້ວ ທາງກອງທັບ ຍັງໄດ້ສັ່ງໃຫ້ລະງັບການໃຊ້
ລັດຖະທຳມະນູນ ເປັນ​ການຊົ່ວຄາວ ແລະ ຫ້າມ
ອອກນອກເຮືອນໃນຍາມກາງຄືນ
ແຕ່ 10 ໂມງກາງຄືນຫາ 5 ໂມງເຊົ້າ ແລະສັ່ງໃຫ້ອັດສື່ມວນ ຊົນຫລາຍສະບັບ.

ທ່ານນິວັດທຳຣົງ ບຸນຊົງໄພສານ ນາຍົກລັດຖະມົນຕີຮັກສາການຊົ່ວຄາວຂອງໄທ ບໍ່ໄດ້ຮວມ ຢູ່ໃນຈຳນວນພວກທີ່ໄປຮ່ວມການເຈລະຈາ. ທ່ານເອງ ແລະຄະນະລັດຖະບານຂອງທ່ານກໍ ໄດ້ມີຄຳສັ່ງ ໃຫ້ໄປສະເໜີໂຕ ຕໍ່ພວກທະຫານ.

ວິກິດການ ທາງດ້ານການເມືອງຂອງໄທ ໄດ້ກ້າວສູ່ຈຸດແຕກຫັກ ໃນຕົ້ນເດືອນນີ້ ເວລານ້ອງ ສາວຂອງທ່ານທັກສິນ ຄືທ່ານນາງຍິ່ງລັກແລະສະມາຊິກໃນຄະນະລັດຖະບານອີກຫຼາຍຄົນ ໄດ້ ຖືກປົດ ໂດຍສານລັດຖະທຳມະນູນຂອງປະເທດ ຍ້ອນ ໃຊ້ອຳນາດເກີນຂອບເຂດ.

ໄດ້ມີການແຕ່ງຕັ້ງນາຍົກລັດຖະມົນຕີຮັກສາການຊົ່ວຄາວທີ່ຈົງຮັກພັກດີ ຕໍ່ທ່ານທັກສິນ ແຕ່ ພວກປະທ້ວງຝ່າຍຄ້ານ ທວງໃຫ້ຄະນະລັດຖະບານທັງໝົດລາອອກ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...