Homeຂ່າວການພັດທະນາຈີນມອບເຄື່ອງອຸປະກອນປ້ອງກັນແລະຄວບຄຸມການລະບາດຂອງຕັກແຕນຢູ່ພາກເຫນືອລາວ

ຈີນມອບເຄື່ອງອຸປະກອນປ້ອງກັນແລະຄວບຄຸມການລະບາດຂອງຕັກແຕນຢູ່ພາກເຫນືອລາວ

Published on

ພິທີມອບ—ຮັບເຄື່ອງອຸປະກອນຊ່ວຍເຫລືອລ້າສໍາລັບການປ້ອງກັນແລະຄວບຄຸມການລະບາດຂອງຕັກແຕນຝູງໄມ້ປ່ອງລະຫວ່າງລັດຖະບານ ສປປ ລາວແລະ ລັດຖະບານ ສປ ຈີນໄດ້ຈັດຂຶ້ນຢູ່ກະຊວງກະສິກໍາ ແລະ ປ່າໄມ້ໃນ ວັນທີ20 ພຶດສະພານີ້, ເຊິ່ງເປັນຂີດໝາຍທີ່ຈີນໄດ້ມອບເຄື່ອງອຸປະກອນຊ່ວຍເຫລືອລ້າສໍາລັບການປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງງວດທໍາອິດໃຫ້ແກ່ລາວຢ່າງເປັນທາງການ, ໂດຍທ່ານກວນຮົວປິງ ເອກອັກຄະລັດຖະທູດຈີນປະຈຳລາວ ແລະ ທ່ານ ລຽນ ກິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ລາວໄດ້ຕາງໜ້າສອງຝ່າຍລົງນາມໃນເອກະສານມອບ-ຮັບ.

743

ເພື່ອຊ່ວຍເຫລືອລັດຖະບານລາວປ້ອງກັນແລະ ຄວບຄຸມການລະບາດຂອງຕັກແຕນທີ່ເກີດຂຶ້ນຢູ່ພາກເໜືອຂອງລາວໃນປີ2015, ໂດຍຜ່ານການປຶກສາຫາລືລະຫວ່າງສອງປະເທດ, ລັດຖະບານຈີນເຫັນດີປະຕິບັດໂຄງການເຄື່ອງອຸປະກອນຊ່ວຍເຫລືອລາວປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນ, ໂດຍຈີນສະໜອງເຄື່ອງສີດພົ່ນຢາປາບສັດຕູພືດແຮງສູງ,ເຄື່ອງສີດພົ່ນຢາປາບສັດຕູພືດແບບເປ້ຫລັງ,ຢາປາບສັດຕູພືດ, ຊຸດປ້ອງກັນຄົບຊຸດ ແລະ ອື່ນໆ, ນອກຈາກນີ້,ຈີນຍັງຈັດຊຸດຝຶກອົບຮົມກ່ຽວກັບເຕັກນິກປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນໃຫ້ແກ່ລາວ.

ໂຄງການດັ່ງກາວແມ່ນປະຕິບັດໂດຍບໍລິສັດຂາເຂົ້າຂາອອກເຄື່ອງອຸປະກອນຢູນນານຈໍາກັດ. ເຄື່ອງອຸປະກອນທີ່ກ່ຽວຂ້ອງໄດ້ຂົນສົ່ງໄປຮອດແຂວງຫລວງພະບາງໃນທ້າຍເດືອນມີນາ ປີ2016 ນີ້. ພາຍຫລັງໄດ້ມອບ-ຮັບເຄື່ອງອຸປະກອນແລ້ວ, ລັດຖະບານລາວໄດ້ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະຄວບຄຸມການລະບາດຂອງຕັກແຕນ, ເຊິ່ງໄດ້ຫລຸດຜ່ອນຜົນກະທົບຂອງການລະບາດຂອງຕັກແຕນ.

ການມອບເຄື່ອງອຸປະກອນຊ່ວຍເຫລືອໃນຄັ້ງນີ້, ບໍ່ພຽງແຕ່ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຂອງລາວເທົ່ານັ້ນ, ຍັງໄດ້ສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ການຂະຫຍາຍການຮ່ວມມືດ້ານກະສິກໍາລະຫວ່າງສອງປະເທດລົງສູ່ລວງເລິກ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...