Homeຂ່າວພາຍ​ໃນທີມລ້ານຊ້າງ ຢູໄນເຕັດ ດຶງເອົາ ລີໂອນາໂດ ຄຸມທີມແທນ ເດວິດ ບູດ

ທີມລ້ານຊ້າງ ຢູໄນເຕັດ ດຶງເອົາ ລີໂອນາໂດ ຄຸມທີມແທນ ເດວິດ ບູດ

Published on

ລ້ານຊ້າງ ຢູໄນເຕັດ ຮອງແຊັມເກົ່າ ລາວພຣີເມຍລີກ 2015 ກັບມາສ້າງຄວາມຕື່ນຕາອີກຄັ້ງດ້ວຍການດຶງ ທ່ານ ລີໂອນາໂດ ວິໂຕຣິໂນ (LEONARDO VITORINO) ຄູເຝິກຊາວບຣາຊິນ ອະດີດຄູຝຶກສະໂມສອນ ບູຣີຣຳ ຢູໄນເຕັດ ແຊັມ 5 ລາຍການຈາກປະເທດໄທ ເມື່ອລະດູການຜ່ານມາ ມາຄຸມທີມແທນ ທ່ານ ເດວິດ ບູດ ອະດີດຄູຝຶກ ທີ່ຜົນງານຫຼຸດມາດຕະຖານ ຫຼັງປະກາດແຍກທາງກັນຢ່າງເປັນທາງການ ເພື່ອສືບຕໍ່ລຸຍການແຂ່ງຂັນເຕະບານ ລາວພຣີເມຍລີກ 2016.

514

ອີງຕາມຂໍ້ມູນຈາກເວັບໄຊ ສະໂມສອນ ລ້ານຊ້າງ ຢູໄນເຕັດ ລາຍງານເມື່ອທ້າຍອາທິດທີ່ຜ່ານມາວ່າ: ລ້ານຊ້າງ ຢູໄນເຕັດ ໄດ້ແຍກທາງກັບ ທ່ານ ເດວິດ ບູດ ຄູເຝິກຊາວອັງກິດ ເປັນທີ່ຮຽບຮ້ອຍ ຫຼັງຈາກລົງ ຄຸມທີມລົງສະໜາມໄດ້ພຽງ 6 ນັດ ແລະ ຜົນງານອອກມາກໍ່ໜ້າຜິດຫວັງໃນ 2 ນັດລ່າສຸດຈົນເປັນສາເຫດໃຫ້ຄູ່ຝຶກຊາວອັງກິດ ຕ້ອງລາອອກຈາກຕໍາແໜ່ງດັ່ງກ່າວ ແລະ ລ່າສຸດ ທ່ານ ລີໂອນາໂດ ວິໂຕຣິໂນ ຄູເຝິກຊາວບຣາຊິລ ອະດີດຄູເຝິກສະໂມສອນ ບູຣີຣຳ ຢູໄນເຕັດ ທີມຍັກໃຫຍ່ບານເຕະໃນ ໄທພຣີເມຍລີກ ເຂົ້າມາຮັບໜ້າທີ່ແທນ ເພື່ອສືບຕໍ່ລ່າແຊັມ ລາວພຣີເມຍລີກ ລະດູການ 2016 ດ້ວຍສັນຍາຈົນຈົບລະດູການນີ້.


ຮູບຈາກ Facebook: Lanexang UTD

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...