Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບໂຣກເລືອດຈາງ ແລະ ວິທີຮັກສາ

ຄວາມຮູ້ກ່ຽວກັບໂຣກເລືອດຈາງ ແລະ ວິທີຮັກສາ

Published on

ອາການຂອງພາວະເລືອດຈາງ ຜູ້ເປັນເລືອດຈາງຈະມີສີຜິວທີ່ຊີດ ເຫຼືອງ, ເປືອກຕາຊີດ ເປັນຕົ້ນ ນອກຈາກນັ້ນຍັງມັກມີອາການອື່ນໆ ເຊັ່ນ: ເມື່ອຍງ່າຍຜິດປົກກະຕິ, ອ່ອນເພຍ, ໜ້າມືອ, ເປັນວິນເລື້ອຍໆ, ມີຄວາມເມື່ອຍລ້າຂອງສະໝອງ, ອາດມີອາການຫຼົງລືມໄດ້ງ່າຍ ຫຼື ບາງຄົນທີ່ເປັນແຮງອາດເກີດການທຳງານຂອງຫົວໃຈຫລົ້ມເຫລວຈົນໝົດສະຕິໄດ້

ສາເຫດຂອງການເກີດພາວະເລືອດຈາງ ແບ່ງຕາມກົນໄກໄດ້ 2 ສາເຫດຫຼັກດັ່ງນີ້:
1. ການສ້າງເມັດເລືອດແດງໄດ້ໜ້ອຍ ແບ່ງໄດ້ 2 ສາເຫດຍ່ອຍຄື:
1.1 ເກີດຈາກການຂາດສານອາຫານ ໂດຍສະເພາະທາດເຫຼັກ ວິຕາມິນບີ 12 ແລະ ໂຟເລດ ເປັນຕົ້ນ ຈິ່ງມັກພົບໃນຜູ້ທີ່ກິນອາຫານເຈ
1.2 ເກີດຈາກໂຣກທີ່ເກີດຄວາມຜ່ອຍຂອງໄຂກະດູກທີ່ສ້າງເມັດເລືອດ ເຊັ່ນ: ມະເຮັງເມັດເລືອດຂາວ ເປັນຕົ້ນ
2. ສ່ວນອີກກົນໄກໜຶ່ງຄືການສູນເສຍເມັດເລືອດແດງຈາກກະແສເລືອດເຊັ່ນ: ໂຣກທາລັສຊີເມຍ ຫຼື ການສູນເສຍເລືອດຈາກອຸບັດຕິເຫດເປັນຕົ້ນ

ການຮັກສາອາການເບື້ອງຕົ້ນ ຕ້ອງເບິ່ງທີ່ສາເຫດຮ່ວມນຳເຊັ່ນ: ຫາກເກີດຈາກການສ້າງເມັດເລືອດແດງໄດ້ໜ້ອຍ ເພາະຂາດສານອາຫານ ກໍ່ເໜັ້ນກິນອາຫານທີ່ມີທາດເຫຼັກສູງ ຫຼື ເຄື່ອງໃນສັດທີ່ມີໂຟເລດສູງ ຫຼື ຜັກໃບຂຽວທີ່ມີວິຕາມິນບີ 12 ສູງ ເປັນຕົ້ນ ແລະ ສາມາດພົບແພດເພື່ອຮັບຢາບຳລຸງເລືອດມາກິນໄດ້ ແຕ່ຫາກເກີດຈາກພະຍາດທີ່ຜູ້ກ່ຽວເປັນແລ້ວ ຫ້າມຊື້ຢາມາກິນເອງໂດຍເດັດຂາດ ໂດຍສະເພາະໂຣກທາລັສຊີເມຍມີຂໍ້ຍົກເວັ້ນຄື ບໍ່ຄວາມຮັບປະທານອາຫານທີ່ມີທາດເຫຼັກສູງ ເພາະຮ່າງກາຍມີທາດເຫຼັກເກີນຢູ່ແລ້ວ.

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...