Homeສຸຂະພາບ ແລະ ສີ່ງແວດລ້ອມສະໝຸນໄພຮັກສາເລືອດດັງອອກ

ສະໝຸນໄພຮັກສາເລືອດດັງອອກ

Published on

ວັນນີ້ເຮົາຈະມາເວົ້າກ່ຽວກັບອາການເລືອດດັງອອກ ເຊິ່ງສາເຫດຂອງການເລືອດດັງອອກແມ່ນມາຈາກການບາດເຈັບ ຫຼື ການລະຄາຍເຄືອງຕໍ່ເຍື້ອບໍລິເວນໂພ່ງຮູດັງ ເຊິ່ງສາເຫດເຫຼົ່ານີ້ມັກຈະເຮັດໃຫ້ເກີດເລືອກດັງອອກ ອີກສາເຫດໜຶ່ງກໍ່ແມ່ນເກີດຈາກຄວາມດັນເລືອດສູງ ຫຼື ຫຼອດເລືອດແດງແຂງຕົວ ຫຼື ພາວະອື່ນໆ ເຮັດໃຫ້ເກີດເລືອດອອກງ່າຍ ເຊັ່ນ: ເກັດເລືອດຕ່ຳ ເປັນຕົ້ນ ແລະ ບາງຄົນອາດກວດບໍ່ພົບສາເຫດ

ການຮັກສາເບື້ອງຕົ້ນ ໃຫ້ຜູ້ທີ່ມີພາວະເລືອດດັງໄຫຼເງີຍໜ້າຂຶ້ນ ຫຼື ກົ້ມໜ້າລົງ ແລ້ວໃຊ້ນິ້ວມືບີບດັງໄວ້ທັງສອງຂ້າງ ໃຫ້ແໜ້ນ 5-10 ນາທີ ແລ້ວຫາຍໃຈທາງປາກແທນ ຫຼັງຈາກນນັ້ນໃຫ້ນຳຜ້າເຢັນ ຫຼື ຜ້າຫໍ່ນ້ຳກ້ອນປະຄົບບໍລິເວນບໍລິເວນດັງເພື່ອໃຫ້ຫຼອດເລືອດຫົດ ແລະ ຊ່ວຍໃຫ້ເລືອດຢຸດໄວຂຶ້ນ ເມື່ອເລືອດຢຸດແລ້ວກໍ່ຄວນນອນທ່າຫົວສູງ ແລະ ປະຄົບເຢັນຢູ່ບໍລິເວນດັງຕໍ່ໄປ ແລະ ພາຍໃນ 24-48 ຊົ່ວໂມງ ຫຼັງເລືອດດັງອອກຫຼີກລ່ຽງການແກະຫູດັງ ຫຼື ການຈາມແຮງໆ ແຕ່ຫາກເຮັດແລ້ວ 20 ນາທີ ເລືອດຍັງບໍ່ຢຸດ ໃຫ້ຟ້າວໄປພົບແພດທັນທີ

ການອັກສາພາວະເລືອດດັງອອກດ້ວຍສະໝຸນໄພ

1. ການໃຊ້ໃບອີ່ເລີດ ໂດຍນຳໃບອີ່ເລີດມາ 1 ໃບ ຈາກນັ້ນກໍ່ຍີ່ໆປາຍຂ້າງໜຶ່ງ ແລ້ວນຳສ່ວນທີ່ຍີ່ສອດເຂົ້າໄປໃນຮູດັງຮູທີ່ມີເລືອດດັງໄຫລ ປ່ອຍໄວ້ປະມານ 1 ຊົ່ວໂມງເລືອດກໍ່ຈະຢຸດໄຫລ ເພາະໃບອີ່ເລີດມີສັບພະຄຸນໃນການຊ່ວຍສະໝານແຜໄດ້ດີ

2. ນ້ຳໝາກນາວ ໂດຍບີບໝາກນາວເຄິ່ງລູກ ປະສົມກັບນ້ຳອຸ້ນ, ເກືອ ແລະ ນ້ຳຕານເລັກໜ້ອຍ ດື່ມກ່ອນອາຫານທຸກເຊົ້າເຊິ່ງໝາກນາວມີວິຕາມິນຊີສູງ ຈະຊ່ວຍໃນການປ້ອງກັນເລືອດດັງໄຫລໄດ້ ສຳລັບຄົນທີ່ມັກເລືອດດັງອອກເປັນປະຈຳຄວນດື່ມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...