Homeມູມໄອທີລາວສຸດຍອດ ຫູຟັງອັດສະຣິຍະ ແປພາສາໄດ້ທັນໃຈ ຈະຟັງ ຫຼື ຈະເວົ້າພາສາຫຍັງ ກໍ່ຮູ້ເລື່ອງທັນທີ

ສຸດຍອດ ຫູຟັງອັດສະຣິຍະ ແປພາສາໄດ້ທັນໃຈ ຈະຟັງ ຫຼື ຈະເວົ້າພາສາຫຍັງ ກໍ່ຮູ້ເລື່ອງທັນທີ

Published on

ດ້ວຍອຸປະກອນຕົວນີ້ຈະເຮັດໃຫ້ເການລົມກັນໃນພາສາ ແລະ ເຊື້ອຊາດທີ່ແຕກຕ່າງກັນເປັນເລື່ອງທີ່ງ່າຍຂຶ້ນມາທັນທີ ກັບອຸປະກອນທີ່ມີຊື່ວ່າ The Pilot ເຊິ່ງຖືກສ້າງໂດຍບໍລິສັດ Waverly Labs ຂອງປະເທດອາເມລິກາ ມັນເປັນຫູຟັງໄຮ້ສາຍຂະໜາດນ້ອຍ ໂດຍອອກແບບມາໃຫ້ເລືອກ 3 ສີນຳກັນຄື:

ດຳ, ຂາວ ແລະ ແດງ ຊຶ້ງຈຸດເດັ່ນຂອງມັນກໍ່ຄືໃຊ້ສຳລັບຟັງ ແລະ ແປພາສາໄດ້ ໂດຍທີ່ຫູຟັງຕົວນີ້ ຈະມີລະບົບການໃຊ້ງານ ແລະ ປັບຕັ້ງຄ່າຕ່າງໆ ຂອງຕົວອຸປະກອນຜ່ານທາງແອັບພິເຄເຊິນມືຖື ຫຼັງຈາກຕັ້ງຄ່າພາສາຕ່າງໆ ທີ່ຕ້ອງການຮຽບຮ້ອຍແລ້ວ ເມື່ອຫູຟັງໄດ້ຮັບສຽງເວົ້າຕ່າງໆໂດຍຮອບກໍ່ຈະທຳການປະມວນຜົນແລະແປເປັນພາສາຕາມທີ່ເຮົາຕ້ອງການຜ່ານທາງຫູຟັງໃຫ້ເຂົ້າໃຈໄດ້ທັນທີ ຮຽກໄດ້ວ່າເປັນອຸປະກອນຫູຟັງໂຕທຳອິດຂອງໂລກທີ່ມີຟັງເຊິນຮອງຮັບການໃຊ້ງານຂອງລະບົບການແປພາສາໄດ້ໃນຕົວ.

879

ໃນຂະນະນີ້ The Pilot ຍັງເປັນໂຄງການທີ່ກຳລັງກຽມເຂົ້າໂຄງການລະດົມທຶນໃນ indiegogo ຈາກແຫຼ່ງຂ່າວໄດ້ຄາດການໄວ້ວ່າລາຄາຈະຢູ່ທີ່ປະມານ $129  ແຕ່ຍັງບໍ່ທັນມີການຢືນຢັນໃນເລື່ອງຂອງການຈັດສົ່ງສິນຄ້າທີ່ແນ່ນອນ ເຊິ່ງອາດຈະເປັນຊ່ວງປາຍປີນີ້ ໂດຍຫຼາຍໆຄົນກໍ່ຕັ້ງຄຳຖາມວ່າ ມັນໂອເວີເກີນໄປບໍ ? ແລ້ວມັນຈະໃຊ້ງານໄດ້ແທ້ບໍ່ ? ອັນນີ້ອາດຈະໄດ້ຕິດຕາມກັນຕໍ່ໄປ

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...