spot_img
Homeຄວາມງາມໝາກນາວຊ່ວຍເຮັດໃຫ້ເລັບມືແຂງແຮງບໍ່ຫັກງ່າຍ

ໝາກນາວຊ່ວຍເຮັດໃຫ້ເລັບມືແຂງແຮງບໍ່ຫັກງ່າຍ

Published on

ໝາກນາວມີຄຸນສົມບັດທີ່ດີຕໍ່ເລັບມືຫຼາຍ ເພາະໝາກນາວຈະມີກຣົດອ່ອນໆ ເຮັດໃຫ້ເລັບມືມີສີຂາວອົມບົວອ່ອນ ນ້ຳມັນຈາກເປືອກໝາກນາວ ແລະ ວິຕາມິນຊີ ຊ່ວຍບຳລຸງເລັບໃຫ້ແຂງແຮງ ເງົາງາມ ບໍ່ຫັກງ່າຍ ເຊິ່ງສູດຕ່າງໆມີດັ່ງນີ້

     ນ້ຳໝາກນາວ + ນ້ຳສົ້ມສາຍຊູ: ແກ້ບັນຫາເລັບເຫຼືອງ

     ບີບໝາກນາວໃຫ້ໄດ້ປະມານ 3 ບ່ວງແກງ ໃສ່ລົງຊາມນ້ອຍ ຈາກນັ້ນກໍ່ລ້າງມືຂອງທ່ານໃຫ້ສະອາດ ເຊັດມືໃຫ້ແຫ້ງ ນຳປາຍນິ້ວມືລົງແຊ່ໃນນ້ຳໝາກນາວປະມານ 5 ນາທີ ແລ້ວຍົກມືຂຶ້ນ ຈາກນັ້ນກໍ່ເຕີມນ້ຳສົ້ມຊາຍຊູ 1 ບ່ວງແກງ ແລະ ນ້ຳອຸ່ນປະມານ 3 ບ່ວງແກງ ລົງໄປໃນນ້ຳໝາກນາວ ແລະ ຄົນໃຫ້ເຂົ້າກັນ ແລ້ວໃຊ້ແປງຖູແຂ້ວຈຸ່ມລົງນ້ຳດັ່ງກ່າວແລ້ວນຳມາຖູໆທີ່ເລັບມື ຈາກນັ້ນກໍ່ລ້າງໃຫ້ສະອາດ ເຮັດແບບນີ້ວັນລະ 1 ຄັ້ງ ເປັນປະຈຳເລັບທ່ານກໍ່ຈະຂາວໄດ້

     ນ້ຳໝາກນາວ + ນ້ຳມັນໝາກກອກ: ເພີ່ມຄວາມແຂງແຮງຂອງເລັບ

     ປະສົມນ້ຳໝາກນາວ 1 ບ່ວງແກງ ກັບນ້ຳໝາກກອກ 3 ບ່ວງແກງ ນຳສຳລີມາຈຸ່ມລົງໃນສ່ວນປະສົມ ແລ້ວນຳມາພັນອ້ອມນິ້ວມື ປະໄວ້ 10 ນາທີ ເຮັດວັນລະ 1 ຄັ້ງ ຫາກເລັບມືທ່ານບາງຫຼາຍ ໃຫ້ເຮັດວັນລະ 2 ຄັ້ງ ເຊົ້າ-ແລງ ເລັບມືຈະຄ່ອຍແຂງແຮງຂຶ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...