HomePicpost10 ອັນດັບຮູບແຕ້ມທີ່ແພງທີ່ສຸດໃນໂລກ

10 ອັນດັບຮູບແຕ້ມທີ່ແພງທີ່ສຸດໃນໂລກ

Published on

ສະບັບກ່ອນນີ້ເຮົາໄດ້ນຳສະເໜີກ່ຽວເພັດນ້ຳງາມທີ່ລາຄາແພງຕິດໜຶ່ງໃນ 10 ອັນດັບເພັດທີ່ແພງທີ່ສຸດໃນໂລກໄປແລ້ວ ວັນນີ້ເຮົາເລີຍມານຳສະເໜີ 10 ຮູບແຕ້ມທີ່ແພງທີ່ສຸດໃນໂລກ ເຊິ່ງຈະມີຮູບແຕ້ມໃດແນ່ນັ້ນເຮົາມາເບິ່ງພ້ອມກັນເລີຍ

ອັນດັບ 10   Femme aux Bras Croises by Pablo Picasso ລາຄາປະມານ $55,000,000 

Femme aux Bras Croisés  ພາບແມ່ຍິງນັ່ງກອດເອິກຜົນງານຂອງ Picasso ເຊິ່ງວາດຂຶ້ນໃນປີ 1902 ຮູບແຕ້ມນີ້ໃຊ້ໂທນສີນ້ຳເງິນ ເຊິ່ງເປັນໂທນສີທີ່ສະແດງອອກເຖິງຄວາມໂສກເສົ້າ ເສຍໃຈ ແລະ ຄວາມເຢັນຊາ ຈິ່ງເຮັດໃຫ້ພາບນີ້ມີຊື່ວ່າ “ Blue Period ”

er

ອັນດັບ 9  Rideau, Cruchon et Compotier by Paul Cezanne ລາຄາປະມານ $60,500,000 

Rideau, Cruchon et Compotier  ຜົນງານຂອງ Paul Cezanne ຈິດຕະກອນຊາວຝຣັ່ງເຊິ່ງມີສື່ສຽງໃນດ້ານການຂຽນພາບຫຸ່ນນິ້ງ ພາບນີ້ວາດຂຶ້ນໃນປີ 1893-1894

o5

ອັນດັບ 8  Portrait de l’Artiste sans Barbe by Vincent van Gogh  ລາຄາປະມານ$71,590,000 

Portrait de l’Artiste sans Barbe  ຜົນງານຂອງ Vincent van Gogh ຈິດຕະກອນຊາວດັທຊ໌ (ເນເທີແລນດ໌) ເຊິ່ງວາດຂຶ້ນໃນປີ 1889  Van Gogh ເປັນຈິດຕະກອນທີ່ມັກຮູບແຕ້ມເໝືອນຕົວເອງຈາກເງົາສະທ້ອນ ເຊິ່ງໜຶ່ງຜົນງານທີ່ມີຊື່ສຽງຄື “ ພາບເໝືອນທີ່ບໍ່ມີເຄົາ” ເປັນການວາດກັບດ້ານຈາກກະຈົກເງົາ

iu

ອັນດັບ 7  Les Noces de Pierrette by Pablo Picasso  ລາຄາປະມານ $72,690,000

Les Noces de Pierrette  ຜົນງານຂອງ Pablo Picasso ຈິດຕະກອນ ແລະ ປະຕິມາກອນຊາວ ສະເປນ ເຊິ່ງວາດຂຶ້ນໃນຊ່ວງປີ 1901-1905  Picasso ເປັນຈິດຕະກອນ ແລະ ປະຕິມາກອນຊາວ ສະເປນ ເປັນອີກພາບໜຶ່ງທີ່ວາດຂຶ້ນມາໃນຊ່ວງທີ່ເຂົາລຳບາກ ອີກທັງມີຄວາມທຸກທໍລະມານ ແລະ ເສຍໃຈກັບການຈາກໄປຂອງເພື່ອນ

jd

ອັນດັບ 6  Massacre of the Innocents by Peter Paul Rubens ລາຄາປະມານ $77,900,000 

Massacre of the Innocents  ຜົນງານຂອງ Peter Paul Rubens ຈິດຕະກອນຊາວ ເຟລມມິຊ ພາບນີ້ເປັນໜຶ່ງໃນຮູບແຕ້ມທີ່ຕ້ອງການບອກເລົ່າເລື່ອງອັນໜ້າຫົດຫູ່ໃຈ ແລະ ສະເທືອນໃຈຈາກການສັງຫານກຸ່ມເດັກນ້ອຍທີ່ເມືອງ Bethlehem  ພາບນີ້ວາດຂຶ້ນລະຫວ່າງປີ 1611-1612

bi

ອັນດັບ 5  Irises by Vincent van Gogh ລາຄາປະມານ $78,400,000

Irises ຫຼື ພາບດອກໄມ້ໄອຣີສ ຜົນງານຂອງ Vincent van Gogh ເຊິ່ງວາດຂຶ້ນໃນປີ 1889 ຂະນະທີ່ກຳລັງພັກຮັກສາຕົວຢູ່ໃນສະຖານພັກຟື້ນ Saint Paul-de-Mausole ທີ່ເມືອງ Saint-Remy-de-Provence ປະເທດຝຣັ່ງ ກ່ອນທີ່ຈະເສຍຊີວິດໃນປີ 1890

ຮູບແຕ້ມທີ່ມີຊື່ວ່າ The lightning conductor for my illness  ຫຼື ສາຍລໍ່ຟ້າຂອງຄວາມເຈັບປ່ວຍ Van Gogh ເຊື່ອວ່າ ການຂຽນພາບໄປເລື່ອຍໆ ຈະເປັນວິທີໜຶ່ງທີ່ຊ່ວຍໃຫ້ຈິດໃຈບໍ່ເກີດຄວາມຄຽດຫຼາຍເກີນໄປ

a4

ອັນດັນ 4  Dora Maar au Chat by Pablo Picasso ລາຄາປະມານ $95,216,000 

Dora Maar au Chat  ຜົນງານຂອງ Pablo Picasso ເຊິ່ງວາດຂຶ້ນໃນປີ 1941 ແມ່ຍິງໃນພາບນີ້ຄື Dora Maar ເມຍຂອງ Picasso ເຊິ່ງກຳລັງນັ່ງຢູ່ເທິງຕັ່ງ ແລະ ມີແມວນ້ອຍເກາະຢູ່ເທິງບ່າໄຫລ່

o4

ອັນດັບ 3  Garcon a la Pipe by Pablo Picasso ລາຄາປະມານ $106,910,000

Garcon a la Pipe ຜົນງານຂອງ Pablo Picasso ເຊິ່ງວາດຂຶ້ນໃນປີ 1905 ເມື່ອ Picasso ມີອາຍຸ 24 ปี ຂະນະນັ້ນເຂົາອາໃສຢູ່ທີ່ Montmartre ໃນປາຣີສ

hf

ອັນດັບ 2  Bal au moulin de la Galette by Pierre-Auguste Renoir ລາຄາປະມານ $110,420,000

Bal au moulin de la Galette  ຜົນງານຂອງ Pierre-Auguste Renoir ຈິດຕະກອນຊາວຝຣັ່ງ ເຊິ່ງວາດຂຶ້ນໃນປີ 1876  ເປັນຮູບແຕ້ມທີ່ສະແດງໃຫ້ເຫັນເຖິງບ່າຍວັນອາທິດທີ່ Moulin de la Galette ໃນເຂດຂອງ Montmartre ໃນປາຣີສ ປາຍສັດຕວັດທີ 19

5c

ອັບດັບ 1  Portrait of Dr. Gachet by Vincent van Gogh ລາຄາປະມານ $116,790,000 

Portrait of Dr. Gachet  ຜົນງານຮູບແຕ້ມຂອງ Vincent van Gogh  ເຊິ່ງວດຂຶ້ນໃນປີ 1890 ຂະນະທີ່ເຂົາກຳລັງຮັກສາອາການປ່ວຍຢູ່ທີ່ສະຖານພັກຟື້ນທີ່ Van Gogh ຮູບແຕ້ມເໝືອນຂອງ Dr.Gachet ຈຳນວນ 2 ພາບ ເຊິ່ງມີການລົງສີທີ່ແຕກຕ່າງກັນ

52 (1)

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...