spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂາຍ​ຢາ​ບ້າ ໄດ້ 3 ປີ ສຸດ​ທ້າຍ​ກໍ​ໄປ​ບໍ່​ລອດ

ຂາຍ​ຢາ​ບ້າ ໄດ້ 3 ປີ ສຸດ​ທ້າຍ​ກໍ​ໄປ​ບໍ່​ລອດ

Published on

ປະ­ຈຸ​ບັນ​ນີ້ຢູ່​ໃນ​ສັງ­ຄົມຢາ​ເສບ​ຕິດ​ຍັງ​ແຜ່​ລະ­ບາດຫຼາຍໂດຍ​ສະ­ເພາະ​ຢູ່​ໃນ​ກຸ່ມໄວ​ໜຸ່ມ​ໄວ​ຄະ­ນອງ ແລະ​ ຜູ້​ຂາຍ ກໍ​ຍັງ​ດຳ­ເນີນ​ເພີ່ມ​ທະ­ວີ​ຂຶ້ນເລື້ອຍໆ​ໂດຍ​ບໍ່​ຄຳ​ນືງ​ເຖິງ​ຜົນສະ­ທ້ອນ​ທີ່​ຕາມ​ມາ ແລະ​ຜົນເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ສ້າງ​ໃຫ້ສັງ­ຄົມ​ບໍ່​ມີ​ຄວາມ​ສະ­ຫງົບ, ບໍ່​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍເກີດ​ມີ​ການ​ຂີ້­ລັກ​ງັດ​ແງະ, ອາ​ລະ​ວາດ​ຕີ​ກັນ, ປຸ້ນ​ຈີ້​ຂ້າ​ເຈົ້າເອົາ​ຂອງ​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນກໍ່​ແມ່ນ​ອາ​ລະ​ວາດ​ຄອບ­ຄົວ​ພໍ່​ແມ່​ບາງຄັ້ງ​ກໍ​ເຖິງ​ຂັ້ນ​ເສຍ​ຊີ­ວິດ.

ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ​ໜ່ວຍ​ງານ​ສະກັດ​ກັ້ນ ແລະ ​ຕ້ານ​ຢາ​ເສບ​ຕິດພ້ອມ​ດ້ວຍພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທຸກ​ຂັ້ນ​ບໍ່​ວ່າ​ຈະຢູ່​ບ່ອນ​ໃດ​ກໍ່​ລ້ວນ​ແລ້ວແຕ່​ສຸມ​ໃສ່​ວຽກ​ງານ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ຢາ​ເສບ​ຕິດຫຼ້າ​ສຸດ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໜ່ວຍ​ງານສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ​ພ້ອມ ດ້ວຍ​ພາກ­ສ່ວນ​ທີ່່​ກ່ຽວ­ຂ້ອງ​ໄດ້​ນຳ​ກຳລັງ​ເຂົ້າ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ (ເຮືອນ) ຂອງ​ນາງ ເຄນ​ນ້ອຍ ອາ­ຍຸ 34 ປີ ປະ­ຊາຊົນ​ບ້ານ​ແຈ້ງ​ສະ­ຫວ່າງ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ຊຶ່ງ​ເປັນ​ເຮືອນ​ເປົ້າ​ໝາຍ ເຄື່ອນ​ໄຫວ​ຄ້າ­ຂາຍ​ຢາ​ເສບ​ຕິດ​ປະ­ເພດ ຢາ​ບ້າ ແລະ​ໃຊ້​ເຮືອນ​ຂອງ​ຕົນ​ເປັນ​ບ່ອນ ມົ້ວ​ສຸມ​ຢາ​ເສບ​ຕິດ​ໃຫ້​ແກ່​ຊາວ​ໜຸ່ມ​ໄວໜຸ່ມ​ສ້າງ​ໃຫ້​ສັງ­ຄົມ​ບ້ານ​ເມືອງ​ບໍ່​ມີ​ຄວາມສະ­ຫງົບ​ຜ່ານ​ການ​ກວດ​ຄົ້ນ​ເຄ­ຫາ​ສະ ຖານ​ພົບ​ເຫັນ​ຢາ​ບ້າ​ທີ່​ນາງ ເຄນ​ນ້ອຍ ຊຸກ­ເຊື່ອງ​ໄວ້​ໃນ​ເຮືອນ​ຈຳ­ນວນ 136 ເມັດ ດັ່ງ­ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈິ່ງ ກັກ​ຕົວ​ຜູ້­ກ່ຽວ​ໄປ ປກສ ເມືອງ​ຄຳ​ເກີດ ເພື່ອ​ດຳ­ເນີນ​ຄະ­ດີ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ ນາງ ເຄນ​ນ້ອຍ ໄດ້​ໃຫ້­ການ​ຮັບ ສາ­ລະ­ພາບ​ວ່າ: ຕົນ​ໄດ້​ເລີ່ມ​ເຄື່ອນ​ໄຫວ ຊື້-ຂາຍ​ຢາ​ບ້າ​ມາ​ໄດ້ 3 ປີ​ແລ້ວ ການ​ພົວ ພັນ​ໃນ​ການ​ຊື້​ຂາຍ​ແມ່ນ​ສັ່ງ​ຊື້​ນຳ​ຄົນ​ຊົນ ເຜົ່າ​ມົ້ງ​ທີ່­ຢູ່​ບ້ານ​ໃກ້​ຄຽງ​ບໍ່​ຮູ້​ຊື່ ແຕ່​ລະ​ຄັ້ງແມ່ນ​ຊື້​ເອົາ​ຄັ້ງ​ລະ 10-20 ເມັດ ໃນ​ລາ ຄາ ເມັດ​ລະ 15 ພັນ​ກີບ ແລ້ວ​ມາ​ຂາຍ​ໃນ ລາ 20 ພັນ​ກີບ ຕົນ​ເອງ​ແມ່ນ​ດຳ­ເນີນ​ມາ ໄດ້ 10 ກວ່າ​ຄັ້ງ​ແລ້ວ ມາ​ໃນ​ວັນ​ທີ 5 ເດືອນ​ເມ­ສາ​ທີ່​ຜ່ານ​ມາ​ນີ້: ຕົນ​ໄດ້​ໂທລະ ສັບ​ສັ່ງ​ຊື້​ນຳ​ຄົນ​ເຜົ່າ​ມົ້ງ ບ້ານ​ໃກ້​ຄຽງ ແຕ່​ບໍ່​ຮູ້​ວ່າ​ຊື່​ຫຍັງ ຕົນ​ໄດ້​ຊື້​ຢາ​ບ້າ 01 ຖົງ ເທົ່າ​ກັບ 2 ຮ້ອຍ​ເມັດ ໃນ​ລາ­ຄາ 1,5 ລ້ານກີບ ແລ້ວ​ເອົາ​ມາ​ຂາຍ​ໃຫ້​ຊາວ​ໜຸ່ມ, ໄວ ໜຸ່ມ​ທີ່​ມາ​ຊື້​ໃນ​ລາ­ຄາ 20 ພັນ​ກີບ​ຕໍ່​ເມັດ ຂາຍ​ໄປ​ແລ້ວ 64 ເມັດ ຍັງ​ເຫຼືອ​ຢູ່ 136  ເມັດ ຕົກ​ມາ​ຮອດ​ວັນ​ທີ 8 ເດືອນ ເມ­ສາ 2016 ນີ້ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກໍ່​ໄດ້​ນຳ​ກຳ ລັງ​ເຂົ້າ​ກວດ​ຄົ້ນ​ເຮືອນ​ຂອງ​ຕົນ​ແລ້ວ​ພົບ ເຫັນ​ຢາ​ບ້າ​ທີ່​ຕົນ​ໄດ້​ເຊື່ອງ​ໄວ້​ໃນ​ເຮືອນຄົວ ຈຳ­ນວນ 136 ເມັດ ພ້ອມ​ນັ້ນ​ກໍ​ຖືກ ກັກ​ຕົວ​ໄປ ປກສ ເມືອງ​ຄຳ​ເກີດ.

ຈາກ​ຄຳ​ໃຫ້­ການ​ຮັບ​ສາ­ລະ­ພາບ ແລະ ຫຼັກ​ຖານ​ຂອງ​ກາງ​ຢາ​ບ້າ​ທີ່​ນາງ ເຄນ ນ້ອຍ ມີ​ໄວ້​ໃນ​ຄອບ​ຄອງ​ຈຳ­ນວນ 136 ເມັດ ຊຶ່ງ​ຜິດ​ຕໍ່​ລະ­ບຽບ​ກົດ­ໝາຍ ຈິ່ງ​ໄດ້ ກັກ​ຕົວ ນາງ ເຄນ​ນ້ອຍ ໄວ້​ດຳ­ເນີນ​ຄະ­ດີ ແລະ​ຂະ­ຫຍາຍ​ຜົນ​ຫາ​ພວກ​ຮ່ວມ​ຂະ ບວນ​ການ​ມາ​ດຳ­ເນີນ​ຄະ­ດີ, ລົງ­ໂທດ​ຕາມລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...