Homeມູມໄອທີລາວຂ່າວດີສຳລັບຜູ້ໃຊ້ Galaxy S5!! Mugen ເປີດໂຕແບັດເຕີຣີຂະໜາດ 5900 ມິນລີແອັມ

ຂ່າວດີສຳລັບຜູ້ໃຊ້ Galaxy S5!! Mugen ເປີດໂຕແບັດເຕີຣີຂະໜາດ 5900 ມິນລີແອັມ

Published on

 

ເວົ້າໄດ້ວ່າໃຜທີ່ກຳລັງວາງແຜນຈະຊື້ Galaxy S5 ໂທລະສັບເຮືອທຸງຈາກ Samsung ຫຼືໄດ້ຊື້ໄປແລ້ວກໍຄົງມີຕົວເລືອກການໃຊ້ງານແບັດເຕີຣີທີ່ໜ້າສົນໃຈໄວ້ພິຈາລະນາເພີ່ມຕື່ມ ໂດຍສະເພາະໃຜ ທີ່ບໍ່ມັກຊາຣດແບັດດຸຫຼືໃຊ້ແລ້ວແບັດຂະໜາດ 2800 ມິນລີແອັມທີ່ມີກັບຊຸດຂາຍມາດຕະຖານບໍ່ຄ່ອຍຈະພຽງພໍກັບຄວາມຕ້ອງການປານໃດ ແຕ່ວ່າມື້ນີ້ທາງ Mugen ບໍລິສັດຜະລິດແບັດເຕີຣີຊື່ດັງໄດ້ເຮັດແບັດຂະໜາດ 5900 ມິນລີແອັມໃຫ້ເປັນອີກໜຶ່ງໃນທາງເລືອກຮຽບຮ້ອຍແລ້ວ

ແຕ່ວ່າການໃຊ້ແບັດຈາກ Mugen ກ້ອນນີ້ຕ້ອງໄດ້ເສຍສະຫຼະໃນຄວາມບາງຂອງໂຕເຄື່ອງ 8 ມິນລີແມັດໜ້ອຍໜຶ່ງ ໄປເປັນຂໍ້ແລກປ່ຽນ ນອກຈາກນັ້ນແລ້ວຍັງຈຳເປັນຕ້ອງໄດ້ປ່ຽນຊຸດຝາຫຼັງທີ່ມີໃຫ້ເລືອກສີຂາວແລະດຳ ເຊິ່ງໄດ້ອອກແບບມາເປັນພິເສດເພື່ອໃຫ້ພໍດີກັບແບັດດັ່ງກ່າວນີ້ ນອກຈາກນັ້ນແລ້ວຝາຫຼັງຍັງຄົງມີຄວາມສາມາດໃນການໃຊ້ງານ NFC ແລະເພີ່ມຄຸນສົມບັດຮອງຮັບການຊາຣດແບບໄຮ້ສາຍເຂົ້າມາເປັນອີກທາງເລືອກຂອງຜູ້ໃຊ້ງານໄດ້ເຊັ່ນກັນ

ໂດຍແບັດເຕີຣີພິເສດສຳລັບ Galaxy S5 ນີ້ລາຄາປະມານ 89.50 ຫຼຽນສະຫະລັດ ສາມາດເບິ່ງລາຍລະອຽດໄດ້ທີ່ (Mugen) http://mugen.co/mugen-power-5900mah-extended-battery-for-samsung-galaxy-s5-with-battery-door.html

ທີ່ມາ: gsmarena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...