Homeຂ່າວທ້ອງຖິ່ນເລີ່ມ​ກໍ່­ສ້າງໂຮງ­ຮຽນ​ສົງ​ແຂວງ​ຫົວ­ພັນ

ເລີ່ມ​ກໍ່­ສ້າງໂຮງ­ຮຽນ​ສົງ​ແຂວງ​ຫົວ­ພັນ

Published on

ວັນ​ທີ 18 ພຶດ­ສະ­ພາ 2016 ນີ້,ແຂວງ​ຫົວ­ພັນ​ໄດ້​ຈັດ​ພິ­ທີ​ເປີດ​ການ​ກໍ່­ສ້າງໂຮງ­ຮຽນ​ສົງ​ຢູ່​ສະ­ຖານ­ທີ່​ວັດ​ອົງ​ຕື້​ສີ​ບຸນເຮືອງ ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານ ພັນ​ຄຳ ວິ­ພາ​ວັນ ກຳ­ມະ­ການ​ກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະ­ຈຳ­ການ​ເລ­ຂາທິ​ການ​ສູນ​ກາງ​ພັກ, ຮອງ​ປະ­ທານ​ປະເທດ​ແຫ່ງ​ສາ­ທາ­ລະ­ນະ​ລັດ ປະ­ຊາ​ທິ​ປະໄຕ ປະ­ຊາ­ຊົນ​ລາວ, ທ່ານ ວັນ​ໄຊ ແພງຊຸມ​ມາ ກຳ­ມະ­ການ​ສູນ​ກາງ​ພັກ, ເລ­ຂາພັກ​ແຂວງ, ເຈົ້າ­ແຂວງໆ​ຫົວ­ພັນ, ມີ​ບັນດາ​ທ່ານ​ການ​ນຳ​ຂັ້ນ​ແຂວງ, ເມືອງ​ຊຳເໜືອ ພ້ອມ​ດ້ວຍ​ມວນ​ຊົນ ແລະ​ນ້ອງ​ນັກ ຮຽນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ໂຮງ­ຮຽນ​ສົງ​ຫຼັງ​ນີ້​ຈະ​ສ້າງ​ເປັນ​ຕຶກ ອາ­ຄານ 2 ຊັ້ນ, ປະ­ກອບ​ມີ 8 ຫ້ອງ​ຮຽນໂດຍ​ແມ່ນ​ທ່ານ ພັນ​ຄຳ ວິ­ພາ​ວັນ ອົງ­ການພຸດ​ທະ​ສາ­ສະ­ໜາ​ສຳ­ພັນ​ຂັ້ນ​ສູນ​ກາງ, ການນຳ​ຂັ້ນ​ແຂວງ, ການ​ນຳ​ເມືອງ​ຊຳ​ເໜືອ, ອົງ­ການພຸດ​ທະ​ສາ­ສະ­ໜາ​ສຳ­ພັນ​ແຂວງ​ຫົວ­ພັນ, ທ່ານ ເພັດ ພົມ​ພິ​ພັກ ທີ່​ຕາງ­ໜ້າ​ຜູ້​ທີ່​ມີ​ຈິດໃຈ​ປະ­ກອບ­ສ່ວນ​ດ້ານ​ທຶນ­ຮອນໂດຍ​ບໍ​ລິສັດ​ແສງ​ທອງ​ກໍ່­ສ້າງ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ພ້ອມ​ດ້ວຍ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າແຂວງ​ຫົວ­ພັນ ແລະ​ຕ່າງ​ແຂວງ, ພິ­ເສດແມ່ນ​ອົງ­ການ​ສົງ​ເກົາ­ຫຼີ​ທີ່​ໄດ້​ພ້ອມ​ກັນ​ປະກອບ​ທຶນ­ຮອນ, ເຫື່ອ­ແຮງ​ຮ່ວມ​ກັນ​ເປັນເຈົ້າ​ສັດ­ທາ, ລວມ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງໝົດ 2 ຕື້​ກວ່າ​ກີບ.

ຈຸດ­ປະ­ສົງ​ຂອງ​ການ​ກໍ່­ສ້າງ​ໂຮງຮຽນ​ດັ່ງ­ກ່າວກໍ​ເພື່ອ​ໃຫ້​ລູກ​ຫຼານ​ຂອງຊາວ​ແຂວງ​ຫົວ­ພັນ​ຮ່ຳ­ຮຽນ​ຫຼັກ​ທຳ​ຄຳສອນ​ຂອງ​ພະ­ພຸດ­ທະ­ເຈົ້າ ແລະ​ການ​ສຶກ ສາ​ສາຍ​ສາ­ມັນ​ນັບ​ແຕ່ ມ.5 ເຖິງ ມ.7 ເພື່ອຝຶກ​ຝົນ​ໃຫ້​ຢູ່​ໃນ​ສິນ​ກິນ​ໃນ​ທຳ​ກາຍ­ເປັນຜູ້​ສືບ​ທອດ​ທາງ​ພຸດ​ທະ​ສາ­ສະ­ໜາ, ເປັນຄົນ​ທີ່​ມີ​ຄວາມ​ຮູ້​ດ້ານ​ການ​ສຶກ​ສາ ແລະ ເປັນ​ຄົນ​ດີ​ຂອງ​ຊາດ​ໃນ​ອະ­ນາ­ຄົດ​ເພື່ອ​ປົກປັກ​ຮັກ­ສາ ແລະ​ເສີມ​ຂະ­ຫຍາຍ​ວັດ­ທະ­ນະທຳ ແລະ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງຊາດ​ລາວ​ເຮົາ​ໄວ້​ໃຫ້​ຍືນ​ຍົງ​ຄຽງ​ຄູ່​ກັບຄົນ​ລາວ​ຕະ­ຫຼອດ​ໄປໃນ​ຕອນ​ທ້າຍ​ການນຳ​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ ແລະ​ເມືອງຊຳ​ເໜືອ​ກໍ​ໄດ້​ພ້ອມ​ກັນ​ປຸກ​ເສົາ​ຕົ້ນ​ເພື່ອເປັນ​ສິ​ຣິ​ມຸງ­ຄຸນ​ໃຫ້​ແກ່​ການ​ກໍ່­ສ້າງ​ໂຮງຮຽນ​ຫຼັງ​ນີ້​ອີກ​ດ້ວຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...