Homeມູມໄອທີລາວຫຼຸດ Samsung Galaxy S5 Active ມາເປັນແບບວີດີໂອແບບຈັດເຕັມ

ຫຼຸດ Samsung Galaxy S5 Active ມາເປັນແບບວີດີໂອແບບຈັດເຕັມ

Published on

ຫຼັງຈາກທີ່ມີຂ່າວຫຼຸດມາດົນໃນທີ່ສຸດ Samsung Galaxy S5 Active ກໍຫຼຸດອອກມາໃຫ້ເຫັນກັນແທ້ໆ ຫຼ້າສຸດນີ້ມີວີດີເທິງ YouTube ອ້າງວ່ານີ້ແມ່ນ Samsung Galaxy S5 Active ທີ່ຄາດວ່າໜ້າຈະເປັນໂຕແທ້ນັ້ນເອງ ແລະໃນວີດີໂອມີການເວົ້າເຖິງໜ້າຈໍວ່າ “ມີຄວາມຄົມຊັດກວ່າ 1080P” ຫຼືຈະເປັນໄປໄດ້ວ່າຈໍ Samsung Galaxy S5 Active ຈະເປັນ 2K

ຖ້າສະເປັກຂອງ Samsung Galaxy S5 Active ເປັນແທ້ ອາດຈະເປັນໄປໄດ້ວ່າສະເປັກນີ້ອາດຈະໄປທຽ-ກັບ Samsung Galaxy S5 Prime ໄດ້ນຳ

ຢ່າງໃດກໍຕາມ Samsung Galaxy S5 Active ນັ້ນເບິ່ງຄືວ່າຈະບໍ່ມີລູກຫຼິ້ນໜຶ່ງຂອງ Samsung Galaxy S5 ນັ້ນກໍຄືລູກຫຼິ້ນສະແກນລາຍນິ້ວມືນັ້ນເອງ ເພາະວ່າປຸ່ມດ້ານລຸ່ມເປັນປຸ່ມແບບຮາດແວນັ້ນເອງ

Samsung-Galaxy-S5-Active-ATT-leaked-03-500x369

ສຳລັບລະຫັດພັດທະນາຂອງ Samsung Galaxy S5 Active ນັ້ນໃນວີດີໂອບອກວ່າເປັນ SM-G870A ນັ້ນເອງ ແລະກໍຄົງຕ້ອງຖ້າເບິ່ງວ່າວີດີໂອນີ້ຈະຖືກປົດອອກໄປຕອນໃດ ເພາະວ່າຊ່ວງຫຼັງໆມານີ້ວີດີໂອພາບຫຼຸດແບບນີ້ມັກຖືກປົດອອກໄວຫຼາຍຈາກ YouTube

ທີ່ມາ: Phone Arena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...