spot_img
Homeລວມກົດຫມາຍລາວຖືກສານຕັດສິນ ວ່າເປັນຜູ້ທີ່ເສຍຊີວິດແລ້ວ ຈະໝົດສິດຕໍ່ກັບຊັບສິນຂອງຕົນ ຫຼື ບໍ່?

ຖືກສານຕັດສິນ ວ່າເປັນຜູ້ທີ່ເສຍຊີວິດແລ້ວ ຈະໝົດສິດຕໍ່ກັບຊັບສິນຂອງຕົນ ຫຼື ບໍ່?

Published on

ໃນ​ກໍ­ລະ­ນີ​ທີ່​ບຸກ­ຄົນ​ໃດ​ໜຶ່ງ ຫາກ​ຖືກ​ສານ​ຕັດ­ສິນ​ວ່າ​ເປັນ​ຜູ້​ທີ່ເສຍ​ຊີ­ວິດ​ໄປ​ແລ້ວ​ຕາມ​ກົດ­ໝາຍ, ຊັບ​ສິນ​ທຸກ​ຢ່າງ​ທີ່​ເປັນ​ຂອງ​ບຸກ­ຄົນດັ່ງ­ກ່າວ​ນັ້ນ​ກໍ​ຈະ​ຕົກ​ທອດ​ໄປ​ຫາ​ຜູ້ທີ່​ມີ​ສິດ​ສືບ​ທອດ​ມູນ​ມໍ­ລະ­ດົກ​ຂອງ​ຜູ້​ນັ້ນ​ເຊັ່ນ: ເມຍ ຫຼື ຜົວ ແລະ ຫຼື ບັນ­ດາ​ລູກ​ຂອງ​ບຸກ­ຄົນ​ດັ່ງ­ກ່າວ, ແຕ່​ໃນ​ກໍ­ລະ­ນີ​ທີ່​ບຸກ­ຄົນ​ທີ່​ຖືກ​ສານ ຕັດ­ສິນ​ວ່າ​ເປັນ​ຜູ້​ທີ່​ເສຍ​ຊີ­ວິດ, ແຕ່ຄວາມ​ຈິງ​ຊ້ຳ­ພັດ​ຍັງ​ມີ​ຊີ­ວິດ​ຢູ່ ໂດຍ​ທີ່​ທາງ​ຄອບ­ຄົວ ຫຼື ຍາດ­ຕິ​ພີ່­ນ້ອງ ກໍ​ບໍ່​ຮູ້​ມາ​ກ່ອນ​ວ່າ​ຍັງ​ມີ​ຊີ­ວິດ​ຢູ່​ໃນ​ກໍ­ລະ­ນີ​ນີ້​ບຸກ­ຄົນ​ຜູ້​ທີ່​ຖືກ​ສານ​ຕັດ­ສິນ ແລ້ວ​ກັບ​ມາ​ທວງ​ເອົາ​ມູນ​ມໍ­ລະ­ດົກ ກັບ​ຜູ້​ສືບ​ທອດ​ນັ້ນ​ໄດ້ ຫຼື ບໍ່?  ອີງຕາມ​ມາດ­ຕາ 5 ຂອງ​ກົດ­ໝາຍ​ວ່າ ດ້ວຍ​ການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ຄືມູນ​ມໍ­ລະ­ດົກ​ຂອງ​ຜູ້​ທີ່​ຖືກ​ສານ​ຕັດ­ສິນ​ເປັນ​ຜູ້​ເສຍ​ຊີ­ວິດ​ໄດ້​ລະ­ບຸ​ໄວ້​ວ່າ ເມື່ອ​ບຸກ­ຄົນ​ໃດ​ຫາກ​ຖືກ​ສານ​ຕັດ ສິນ​ວ່າ​ເປັນ​ຜູ້​ເສຍ​ຊີ­ວິດ​ແລ້ວ, ມູນມໍ­ລະ­ດົກ​ຂອງ​ບຸກ­ຄົນ​ນັ້ນ​ກໍ່​ຈະ​ຕົກ ທອດ​ເປັນ​ຂອງ​ຜູ້​ສືບ​ທອດ​ຖ້າ­ວ່າ ພາຍ­ຫຼັງ​ມາ​ຫາກ​ບຸກ­ຄົນ​ນັ້ນ​ຍັງ​ມີ​ຊີ ວິດ​ຢູ່ ຜູ້​ສືບ​ທອດ​ມູນ​ມໍ­ລະ­ດົກ​ຕ້ອງ ສົ່ງ​ຊັບ​ສິນ​ທີ່​ຍັງ​ຄົງ​ຢູ່​ຊຶ່ງ​ຄົນ​ໄດ້​ຮັບ​ນັ້ນ​ຄືນ​ແຕ່​ເຈົ້າ​ຂອງ​ຊັບ​ສິນ​ຕ້ອງ ໃຊ້​ແທນ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃນ​ການ​ປົກ​ປັກ​ຮັກ­ສາ​ມູນ​ມໍ­ລະ­ດົກ​ນັ້ນ​ຄືນ ໃຫ້​ແກ່​ຜູ້​ສືບ​ທອດ​ໃນ​ກໍ­ລະ­ນີ​ທີ່​ບຸກ ຄົນ​ທີ່​ຖືກ​ສານ​ຕັດ­ສິນ​ວ່າ​ເປັນ​ຜູ້ ເສຍ​ຊີ­ວິດ​ຍັງ​ຄົງ​ມີ​ຊີ­ວິດ​ຢູ່, ແຕ່​ບໍ່​ມາ​ທວງ​ທາວ​ເອົາ​ຊັບ​ສົມ­ບັດ​ຂອງ ຕົນ​ເອງ​ຄືນ ພາຍ​ໃນ​ກຳ­ນົດ​ເວ­ລາ ສາມ​ປີ ສຳ­ລັບ​ຊັບ​ເຄື່ອນ​ທີ່ ແລະ ກຳ­ນົດ​ເວ­ລາ​ຫົກ​ປີ​ສຳ­ລັບ​ຊັບ​ຄົງ​ທີ່ ນັບ​ແຕ່​ວັນ​ທີ່​ຜູ້­ກ່ຽວ​ຮັບ​ຊາບ​ຄຳ  ຕັດ­ສິນ​ເປັນ­ຕົ້ນ​ໄປ, ຊັບ​ສົມ­ບັດ​ດັ່ງ ກ່າວ​ກໍ​ຈະ​ຕົກ​ເປັນ​ຂອງ​ຜູ້​ສືບ​ທອດ.

     ຍົກ​ຕົວ­ຢ່າງ ທ້າວ ກ. ກາຍເປັນ​ບຸກ­ຄົນ​ທີ່​ຖືກ​ສານ​ຕັດ­ສິນ​ເປັນຜູ້​ເສຍ​ຊີ­ວິດ ຊຶ່ງ​ລາວ​ບໍ່​ມີ​ເມຍ ແລະບໍ່​ມີ​ລູກ, ທ້າວ ກ. ມີ​ແຕ່​ພໍ່ ແລະ​ແມ່, ດັ່ງ­ນັ້ນ​ຊັບ​ສົມ­ບັດ​ທັງ​ໝົດ ຂອງ​ທ້າວ ກ. ກໍ​ຄື​ເຮືອນ ແລະ​ດິນ ໜຶ່ງ​ຕອນ, ລົດ​ເກ໋ງ​ໜຶ່ງ​ຄັນ ແລະ ເງິນ​ທີ່​ຝາກ​ທະ­ນາ­ຄານ​ອີກ​ຈຳ­ນວນ​ຊາວ​ລ້ານ​ກີບ​ກໍ​ຈະ​ຕົກ​ເປັນ​ຂອງ​ພໍ່ ແລະ​ແມ່​ຂອງ​ທ້າວ ກ. ແຕ່​ເວ­ລາ​ຜ່ານ​ໄປ​ໃນ​ໄລ­ຍະ​ໜຶ່ງ ທ້າວ ກ. ພັດ​ຖືກ​ພົບ​ເຫັນ​ວ່າ​ຍັງ​ມີ​ຊິ­ວິດ​ຢູ່ ແລະ​ສຸດ​ທ້າຍ​ລາວ​ກໍ​ກັບ​ມາ​ບ້ານ ພໍ່​ແມ່​ຂອງ​ທ້າວ ກ. ກໍ​ບອກ​ກັບ ທ້າວ ກ. ວ່າ​ໃນ​ຊ່ວງ​ໄລ­ຍະ​ເວ­ລາ​ທີ່ລາວ​ບໍ່​ຢູ່​ນັ້ນ, ທ້າວ ກ. ໄດ້​ຕົກ​ເປັນຜູ້​ທີ່​ຖືກ​ສານ​ຕັດ­ສິນ​ເປັນ​ຜູ້​ເສຍ​ຊີ­ວິດ​ແລ້ວ ແລະ​ຊັບ​ສິນ​ທັງ​ໝົດ​ກໍ ແມ່ນ​ພໍ່​ແມ່​ເປັນ​ຜູ້​ຄຸ້ມ​ຄອງ ແລະທ້າວ ກ. ກໍ​ໄດ້​ຂໍ​ເອົາ​ຊັບ​ສິນ​ທັງໝົດ​ດັ່ງ­ກ່າວ​ກັບ​ພໍ່​ແມ່​ຄືນ.

ແຕ່​ອີກ​ກໍ­ລະ­ນີ, ຄື​ທ້າວ ພະ­ຫັດ ເປັນ​ບຸກ­ຄົນ​ທີ່​ຖືກ​ສານ​ຕັດ­ສິນ​ເປັນ ຜູ້​ເສຍ​ຊີ­ວິດ​ຢູ່ ຊຶ່ງ​ທ້າວ ພະ­ຫັດ ບໍ່ມີ​ລູກ, ບໍ່​ມີ​ເມຍ  ແລະ​ບໍ່​ມີ​ພໍ່​ແມ່​ທ້າວ ພະ­ຫັດ ມີ​ແຕ່​ນ້ອງ​ຊາຍ​ໜຶ່ງ​ຄົນ, ທ້າວ ພະ­ຫັດ ມີ​ລົດ­ຈັກ​ໜຶ່ງ​ຄັນ, ລົດກະ­ບະ​ໜຶ່ງ​ຄັນ, ເຮືອນ ແລະ​ດິນ​ອີກ ໜຶ່ງ​ຕອນ ແລະ​ຕາມ​ກົດ­ໝາຍ​ກໍ​ຄື ນ້ອງ​ຊາຍ​ຂອງ​ລາວ​ຈະ​ເປັນ​ຜູ້​ສືບ ທອດ​ພາຍ­ຫຼັງ​ຈາກ​ນັ້ນ, ທ້າວ ພະ ຫັດ ກັບ​ມາ ແລະ​ລາວ​ເອງ​ກໍ​ຮູ້​ວ່າ ຄົນ​ນັ້ນ​ກາຍ­ເປັນ​ຜູ້​ທີ່​ຖືກ​ສານ​ຕັດສິນ​ແລ້ວ​ວ່າ​ເປັນ​ຜູ້​ເສຍ​ຊີ­ວິດ​ແຕ່ ລາວ​ກັບ​ບໍ່​ທວງ​ທາວ​ຊັບ​ສົມ­ບັດ ດັ່ງ­ກ່າວ​ໃດໆກັບ​ນ້ອງ​ຊາຍ​ຂອງ ລາວ, ຈົນ​ຕົກ​ມາ​ຮອດ​ປີ​ທີ​ສີ່​ທ້າວ ພະ­ຫັດ ຈິ່ງ​ຄິດ​ຢາກ​ໄດ້​ຊັບ​ສິນ ຂອງ​ຕົນ​ເອງ​ນັ້ນ​ຄືນ, ດັ່ງ­ນັ້ນ​ຈິ່ງ ຂໍ​ທວງ​ທາວ​ເອົາ​ກັບ​ນ້ອງ​ຊາຍ,ແຕ່ ນ້ອງ​ຊາຍ​ບໍ່​ໃຫ້ ແລະ​ອ້າງ​ວ່າ​ທ້າວ ພະ­ຫັດ ບໍ່​ເອົາ​ແລ້ວ ແລະ​ຕົນ​ກໍ​ໄດ້ ສິດ​ສືບ​ທອດ​ຕາມ​ກົດ­ໝາຍ​ການ ສືບ​ທອດ​ມູນ​ມໍ­ລະ­ດົກ​ນັ້ນ­ແລ້ວ, ໃນ ກໍ­ລະ­ນີ​ດັ່ງ­ກ່າວ​ນີ້​ຕາມ​ກົດ­ໝາຍ​ກໍ ໄດ້​ລະ­ບຸ​ວ່າ​ເຈົ້າ​ຂອງ​ຊັບ​ມີ ສິດ​ທວງ ທາວ​ເອົາ​ຊັບ​ທີ່​ເປັນ​ຂອງ​ຕົນ​ໄດ້ ພາຍ​ໃນ​ກຳ­ນົດ​ເວ­ລາ​ສາມ​ປີ​ຫາກ ເປັນ​ຊັບ​ເຄື່ອນ​ທີ່ ແລະ​ພາຍ​ໃນ​ກຳ­ນົດ​ເວ­ລາ​ຫົກ​ປີ ຫາກ​ຊັບ​ດັ່ງ­ກ່າວ ນັ້ນ​ເປັນ​ຊັບ​ຄົງ​ທີ່ ແລະ​ກ່ຽວ​ກັບ ກໍ­ລະ­ນີ​ຂອງ​ທ້າວ ພະ­ຫັດ ນີ້​ຕາມ ກົດ­ໝາຍ​ແລ້ວ ທ້າວ ພະ­ຫັດ  ໝົດ ສິດ​ໃນ​ການ​ທວງ​ທາວ​ເອົາ​ລົດ­ຈັກ ແລະ​ລົດ​ກະ­ບະ​ຂອງ​ຕົນ​ຄືນ​ຈາກ ນ້ອງ​ຊາຍ​ເນື່ອງ​ຈາ​ກວ່າ​ຊັບ​ສິນ​ທັງສອງ​ຢ່າງ​ນັ້ນ​ເປັນ​ຊັບ​ເຄື່ອນ​ທີ່ ຊຶ່ງ ມີ​ກຳ­ນົດ​ເວ­ລາ​ໃນ​ການ​ທວງ​ທາວ ເອົາ​ຄືນ​ພາຍ​ໃນ​ສາມ​ປີ, ແຕ່​ສຳ­ລັບ ເຮືອນ ແລະ​ດິນ​ໜຶ່ງ​ຕອນ​ນັ້ນ​ແມ່ນ ນ້ອງ​ຊາຍ​ຂອງ​ທ້າວ ພະ­ຫັດ ຕ້ອງ ໄດ້​ສົ່ງ​ຄືນ​ໃຫ້ ທ້າວ ພະ­ຫັດ ເນື່ອງ ຈາ​ກວ່າ​ເຮືອນ ແລະ​ດິນ​ແມ່ນ​ຊັບ ຄົງ​ທີ່ ຊຶ່ງ​ມີ​ອາ­ຍຸ​ຄວາມ​ໃນ​ການ ຮ້ອງ​ຟ້ອງ​ແມ່ນ​ຫົກ​ປີ ແລະ​ການ​ທີ່ ທ້າວ ພະ­ຫັດ ໄດ້​ທວງ​ທາວ​ເອົາ​ນຳ ນ້ອງ​ຊາຍ​ໃນ​ປີ​ທີ​ສີ່​ນັ້ນ​ກໍ​ຍັງ​ຖື​ວ່າ​ຢູ່ ໃນ​ອາ­ຍຸ​ຄວາມ​ຢູ່.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...