Homeນານາສາລະ3 ສະໝຸນໄພຮັກສາກິ່ນປາກເໝັນ

3 ສະໝຸນໄພຮັກສາກິ່ນປາກເໝັນ

Published on

ກິ່ນປາກຖືວ່າເປັນບັນຫາໃຫຍ່ຫຼາຍຂອງຄົນເຮົາ ເພາະມັນເຮັດໃຫ້ເຮົາຂາດຄວາມໝັ້ນໃຈ ແລະ ເສຍບຸກຄະລິກກະພາບ ຖ້າຫາກເຮົາມີກິ່ນປາກ ວັນນີ້ເຮົາເລີຍມີ 3 ສະໝຸນໄພຮັກສາກິ່ນປາກມາຝາກກັນ ເຊິ່ງຈະມີຫຍັງແນ່ນັ້ນເຮົາມາອ່ານກັນເລີຍ

1. ນຳໃບໝາກສີດາສົດ 2-3 ໃບ ມາລ້າງໃຫ້ສະອາດ ແລ້ວຢ້ຳໄວ້ປະມານ 3-5 ນາທີ ຈາກນັ້ນກໍ່ບ້ວນປາກຖິ້ມ ມັນຈະຊ່ວຍໃຫ້ປາກຂອງທ່ານສະອາດຂຶ້ນ ແລະ ຊ່ວຍເຮັດໃຫ້ກິນປາກຫຼຸດລົງ ຫຼື ຫາຍຂາດໄດ້

2. ນ້ຳມັນໝາກພ້າວ ໂດຍການອົມນ້ຳມັນໝາກພ້າວກ່ອນກິນເຂົ້າເຊົ້າ 2 ບ່ວງຊາ ເປັນເວລາ 15 ນາທີ ແລ້ວຈິ່ງບ້ວນປາກຖີ້ມ ນ້ຳໝາກພ້າວຈະຊ່ວຍທຳລາຍແບັກທີເຣຍໃນນ້ຳລາຍໃຫ້ອອກມາພ້ອມ ຈິ່ງຊ່ວຍຫຼຸດກິ່ນເໝັນໃນປາກໄດ້

3. ກິນກ້ວຍນ້ຳ ກິນກ້ວຍນ້ຳ 1-2 ໜ່ວຍກ່ອນຖູແຂ້ວກ່ອນເຂົ້ານອນ ແລະ 1-2 ໜ່ວຍ ໃນຕອນເຊົ້າຫຼັງຕື່ນນອນກ່ອນຖູແຂ້ວ ເວລາຢ່າງໜ້ອຍ 15 ວັນ ກໍ່ຈະຊ່ວຍຫຼຸດອາການລົມປາກມີກິ່ນເໝັນໄດ້

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...