Homeສຸຂະພາບ ແລະ ສີ່ງແວດລ້ອມດອກດາວເຮືອງ ແລະ ວ່ານຫາງແຂ້ ມີສັບພະຄຸນຮັກສາແຜຮ້ອນໃນໄດ້

ດອກດາວເຮືອງ ແລະ ວ່ານຫາງແຂ້ ມີສັບພະຄຸນຮັກສາແຜຮ້ອນໃນໄດ້

Published on

ອາການຂອງແຜຮ້ອນໃນ ເລີ່ມທຳອິດຈະເປັນຈຸດແດງ ຫຼື ຕຸ່ມໃນບໍລິເວນຊ່ອງປາກ ຕໍ່ມາຈະມີການພັດທະນາຈົນກາຍເປັນແຜເຊິ່ງມີລັກສະນະເປັນສີຂາວຂອບວົງເປັນສີບົວ ຜູ້ທີ່ເປັນຈະຮູ້ສຶກປວດແສບຮ້ອນບໍລິເວນທີ່ເປັນ ກິນອາຫານກໍ່ຍາກໂດຍສະເພາະອາຫານປະເພດທີ່ມີຣົດຊາດເພັດ ແລະ ຂອງຮ້ອນແມ່ນມີຄວາມລຳບາກຫຼາຍ ວັນນີ້ເຮົາເລີຍມານຳສະເໜີ 2 ສະໝຸນໄພທີ່ມີສັບພະຄຸນຮັກສາແຜຮ້ອນໃນໄດ້ ແຖມຍັງບໍ່ເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ

ດອກດາວເຮືອງ ໂດຍນຳດອກດາວເຮືອງໄປລ້າງໃຫ້ສະອາດແລ້ວນຳໄປຕາກແດດໃຫ້ແຫ່ງ ຈາກນັ້ນກໍ່ນຳມາຊົງໃສ່ນ້ຳອຸ່ນດື່ມຄືຊາ ມັນຈະຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແລະ ຍັງສາມາດນຳນ້ຳທີ່ຊົງດື່ມມາບ້ວນປາກເພື່ອຮັກສາແຜຮ້ອນໃນໄດ້ອີກດ້ວຍ ແຕ່ດອກດາວເຮືອງທີ່ນຳມາແຊ່ນັ້ນທ່ານຕ້ອງໝັ້ນໃຈກັບທີ່ມາຂອງມັນວ່າບໍ່ມີການໃຊ້ສານເຄມີສີດໃສ່ທີ່ດອກ

ວ່ານຫາງແຂ້ ໂດຍນຳວ່ານຫາງແຂ້ມາປອກເປືອກ ລ້າງໃຫ້ສະອາດແລ້ວຄັ້ນເອົາແຕ່ນ້ຳ ໃຫ້ໄດ້ປະມານ 1-3 ບ່ວງກາເຟ ນຳມາບ້ວນປາກເປັນປະຈຳທຸກວັນ ວັນລະ 3 ຄັ້ງ ກໍ່ຈະຊ່ວຍໃຫ້ແຜຮ້ອນໃນດີໄວຂຶ້ນ

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...