Homeນານາສາລະສູດໄລ່ແມງສາບອອກຈາກເຮືອນດ້ວຍພິກໄທ

ສູດໄລ່ແມງສາບອອກຈາກເຮືອນດ້ວຍພິກໄທ

Published on

ສະບັບແລ້ວນີ້ ເຮົານຳສະເໜີກ່ຽວກັບການໄລ່ໜູອອກຈາກເຮືອນດ້ວຍສະໝຸນໄພທຳມະຊາດກັນໄປແລ້ວ ວັນນີ້ເຮົາເລີຍຈະມາເວົ້າກ່ຽວກັບ ສູດໄລ່ແມງສາບອອກຈາກເຮືອນດ້ວຍພິກໄທ ເຊິ່ງວີທີນີ້ຈະບໍ່ເປັນອັນຕະລາຍຕໍ່ຄົນໃນເຮືອນ ໂດຍສະເພາະເຮືອນໃດທີ່ມີເດັກນ້ອຍຢູ່ນຳ

ສິ່ງທີ່ຕ້ອງກຽມ

ພິກໄທປົ່ນ 2 ບ່ວງກາເຟ

ຕຸກສະເປລີດຜ້າ 1 ຕຸກ (ເອົາໂຕເກົ່າທີ່ໃຊ້ນ້ຳຢາມັນໝົດແລ້ວ)

ວິທີເຮັດ

ປະສົມພິກໄທ 2 ບ່ວງກາເຟ ເຂົ້າກັບນ້ຳສະອາດ 1/4 ຖ້ວຍຕວງ ຄົນໃຫ້ເຂົ້າກັນ ແລ້ວເທໃສ່ຕຸກສະເປລີດຜ້າ ຈາກນັ້ນທ່ານກໍ່ນຳໄປສີດຕາມທາງທີ່ແມງສາບມັກທຽວ ຫຼື ຈຸດທີ່ແມງສາບມັກອາໃສຢູ່ເປັນປະຈຳ ແມງສາບກໍ່ຈະຄ່ອຍໆຫາຍໄປ ເພາະແມງສາບບໍ່ມັກກິ່ນຂອງພິກໄທ

ສູດງ່າຍໆພຽງເທົ່ານີ້ກໍ່ສາມາດກຳຈັດແມງສາບທີ່ກວນໃຈທ່ານໄດ້ແລ້ວ ຈັ່ງໃດກໍ່ລອງນຳສູດນີ້ໄປເຮັດເບິ່ງເດີ້

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...