spot_img
Homeຂ່າວທ້ອງຖິ່ນຄຳມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 67%

ຄຳມ່ວນ ເກັບກ່ຽວເຂົ້ານາແຊງໄດ້ແລ້ວ 67%

Published on

ຊາວ​ກະສິກ​ອນ​ໃນ​ທົ່ວ​ແຂວງ​ຄຳ​ມ່ວນ​ພວມ​ຂຸ້ນຂ້ຽວ​ເກັບ​ກ່ຽວ​ເຂົ້ານາ​ແຊງ ສົກ​ປີ 2013-2014 ​ໃນ​ເນື້ອທີ່ 8.950 ​ເຮັກຕາ ປະຈຸ​ບັນ​ເກັບ​ກ່ຽວ​ໄດ້​​ແລ້ວ 6,1 ​ເຮັກຕາ ​ເທົ່າ​ກັບ 67% ຂອງ​ເນື້ອ​ທີ່​ແຜນການ.

      ທ່ານ ​ເພັດ​ສະ​ໄໝ ພະ​ບໍລິບູນ ຫົວໜ້າຂະ​ແໜງປູກຝັງ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ປະຈຳ​ແຂວງ​ຄຳ​ມ່ວນ ລາຍ​ງານ​​ຕໍ່ນັກ​ຂ່າວທ້ອງ​ຖິ່ນ​ໃນ​ວັນ​ທີ 21 ພຶດສະພາ 2014 ໃຫ້​ຮູ້​ວ່າ: ຊາວ​ກະສິກອນ​ໃນ​ທົ່ວ​ແຂວງ​ຄຳ​ມ່ວນ​ໄດ້​ເລີ້ມ​ລົງມື​ເກັບ​ກ່ຽວ​ເຂົ້ານາ​ແຊງ​ໃນ​ວັນ​ທີ 5 ພຶດສະພາ 2014 ​ໃນ​ເນື້ອ​ທີ່​ປັກ​ດຳ​ຕົວ​ຈິງ 8.950 ​ເຮັກຕາ. ມາ​ຮອດ​ປະຈຸ​ບັນ​ເກັບ​ກ່ຽວ​ໄດ້​ແລ້ວ 6 ພັນ​ກວ່າ​ເຮັກຕາ ​ເທົ່າ​ກັບ 67% ຂອງ​ເນື້ອ​ທີ່​ປັກ​ດຳ​ຕົວ​ຈິງ, ສະ​ເລ່ຍສະມັດ​ຕະພາບ 5,5 ​ໂຕນ​ຕໍ່​ເຮັກຕາ ສຳລັບ​ເມືອງ​ທີ່​​ເກັບ​ກ່ຽວສຳ​ເລັດ 100% ມີ​ເມືອງ​ທ່າ​ແຂກ, ຍົມ​ມະ​ລາດ ​ແລະ ​​ຄູນ​ຄຳ ສ່ວນ​ເມືອງ​ທີ່​ຍັງ​ເຫຼືອ​ແມ່ນ​ຄາດວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ຕົ້ນ​ເດືອນ​ມິຖຸນາ​ນີ້. ສຳລັບ​ການ​ຜະລິດ​ເຂົ້ານາ​ປີ 2014 ຕາມ​ແຜ​ນການ​ຄາດ​ຄະ​ເນ​ເນື້ອ​ທີ່​ເຂົ້ານາ​ປີ​ທົ່ວ​ແຂວງ​ໃຫ້​ໄດ້ 66.320 ​ເຮັກຕາ, ຄາດ​ຄະ​ເນ​ສະມັດ​ຕະພາບ 3,92 ​ໂຕນ​ຕໍ່​ເຮັກຕາ ​ແລະ ຜົນ​ຜະລິດ 259.990 ​ໂຕນ ປະຈຸ​ບັນ​ທາງ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ສົ່ງ​ພະນັກງານ​ລົງ​ຊຸກຍູ້ ​ໃຫ້​ປະຊາຊົນ​ເອົາ​ໃຈ​ໃສ່​ໃນ​ການ​ກະກຽມ​ແນວ​ພັນ​ເຂົ້າ, ​ໃສ່​ຝຸ່ນ​ຊີວະ​ພາບ ລວມ​ໄປ​ເຖິງ​ເຕັກນິກ​ໃໝ່ໆ​​ເຂົ້າໃນ​ການປັກ​ດຳ ​ແລະ ການ​ບົວລະບັດ​ຮັກສາ. ​ເນື້ອ​ທີ່​ປູກ​ພືດ​ສຳຮອງ​ໃນ​ລະດູຝົນ 3.600 ​ເຮັກຕາ, ຜົນຜະລິດ 12,598 ​ໂຕນ. ປະຈຸ​ບັນ​ປະຕິບັດ​ໄດ້ 256 ​ເຮັກຕາ ​ເທົ່າ​ກັບ 7%.

ທີ່ມາ http://www.khammouanenews.com/khao/nalak/2630

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...