spot_img
Homeຂ່າວການພັດທະນາຄວາມ​ຄືບ​ໜ້າ​ການ​ພັດທະນາ​ ອ່າງນ້ຳຂອງ​ຕອນ​ລຸ່ມ​

ຄວາມ​ຄືບ​ໜ້າ​ການ​ພັດທະນາ​ ອ່າງນ້ຳຂອງ​ຕອນ​ລຸ່ມ​

Published on

ໂຄງການຄຸ້ມ​ຄອງອ່າງ​ໂຕ່ງ​ນ້ຳ​ແບບ​ຍືນ​ຍົງ​ໃນ​ອ່າງ​ແມ່​ນ້ຳ ຂອງ​ຕອນ​ລຸ່ມເຂດເມືອງ​ສັງ​ທອງ, ນະຄອນຫລວງ​ວຽງ​ຈັນ ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະການ​ທີ່​ໄດ້ຮັບການ​ສະ ໜັບສະໜູນ​ຈາກ​ລັດຖະບານ​ເຢຍລະ​ມັນ ໃນມູນ ຄ່າ 5 ລ້ານ​ຢູ​ໂລ​ ​ແລະ ສົມທົບ​ທຶນຂອງ​ລັດຖະບານ​ລາວ​ 5 ແສນ​ເອີໂຣ, ມີ​ໄລຍະ ເວລາ 7 ປີ (2010-2017), ມາ​ຮອດ​ປັດຈຸບັນການຈັດ​ຕັ້ງ​ປະຕິບັດໂຄງ ການ​ດັ່ງກ່າວມີ​ຄວາມ​ຄືບ​ໜ້າ​ໄປ​​ຕາມ​​ແຕ່​ລະບາດ​ກ້າວແລ້ວ.

​ໂຄງການ​ຄຸ້ມ​ຄອງ​ອ່າງ​ໂຕ່ງ​ນ້ຳ​ແບບ​ຍືນ​ຍົ​ງ​ໃນ​ອ່າງ​ແມ່​ນ້ຳ ຂອງ​ຕອນ​ລຸ່ມ​ເຂດ​ນ້ຳ​ຕອນມີ ເນື້ອ​ທີ່​ທັງ​ໜົດ 80.455 ເຮັກຕາ ກວມ​ເອົາ​ເຂດ​ພື້ນ​ທີ່​ນ້ຳ​ຕອນ​ ແລະ ສ່ວນ​ໜຶ່ງ​ຂອງ​ນ້ຳ​ສັງ​ທີ່ ເປັນສາຂາໜຶ່ງໄຫລ​ລົງ​ສູ່​ນ້ຳ ຂອງ, ​ກວມ​ເອົາ 34 ບ້າ​ນ ເຂດ​ເມືອງ​ສັງ​ທອງ ​ແລະ 9 ​ບ້ານ​ ເມືອງ​ຫີນ​ເຫີບ ​ແຂວງ​ວຽງ​ຈັນ, ທັງນີ້ກໍເພື່ອ​ສະໜັບ​ສະ​ໜູນນະ​ໂຍບາຍ ​ແລະ ການຈັດ​ຕັ້ງ​​ແຜນ​ຍຸດ​ທະ​ສາດ ​ຂອງ​ການ​ພັດທະນາ​ຊັບ​ພະຍາກອນ​ນ້ຳ​ແບບ​ປະສົມ​ປະສານ, ເພື່ອແນໃສ່​ຟື້ນ​ຟູ​ຊັບ​ພະ ຍາກອນ​ທຳ​ມະ​ຊາດ ​ແລະ ສ້າງ​

ແຜນ​ຄຸ້ມ​ຄອງ​ແບບ​ມີ​ສ່ວນ​ຮ່ວມ; ພ້ອມປັບປຸງ​ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ພື້ນ​ທີ່ ​ໂດຍ​ການສົ່ງເສີມ​ກະສິກຳ​ແບບ​ຍືນ​ຍົງ ​ແລະ ​ເປັນ​ມິດ​ກັບ​ສະພາບ​ແວດ​ລ້ອມ; ປະສານ​ສົມທົບ​ກັບ​ອົງການ​ແມ່​ນ້ຳຂອງ​ສາກົນ​ເພື່ອ​ເຜີຍ​ແຜ່ ແລະ ​ແລກປ່ຽນ​ບົດ ຮຽນກ່ຽວ​ກັບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ກັບປະ​ເທດ​ພາຄີ​ອື່ນໆ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຜ່ານ​ຈາກ​ການຈັດ​ຕັ້ງ​ປະຕິບັດ​ມາ​ຮອດ​ຕົ້ນ​ປີ 2014 ທາງ​ໂຄງການ​ສາມາດ​ເຮັດ​ສຳ​ເລັດ​ບາງໜ້າ​ວຽກ​ທີ່​ສຳ ຄັນເຊັ່ນ: ກິດຈະກຳ​ການ​ຄຸ້ມ​ຄອງ​ອ່າງ​ແມ່ນໄດ້​ສ້າງ​ຕັ້ງ​ການ​ຈັດ​ຕັ້ງ ​ແລະ ລະບຽບການ​ຄຸ້ມ​ຄອງ​ອ່າງ, ສ້າງ​ຖານ​ຂໍ້​ມູນ, ສ້າງ​ຄວາມ​ອາດ​ສາມາດ ​ແລະ ​ເຜີຍ​ແຜ່​ໂຄສະນາ, ສ້າງ​​ແຜນ​ຄຸ້ມ​ຄອງ​ອ່າງ; ກິດຈະກຳ​ການຈັດ​ສັນ​ທີ່​ດິນ ແລະ ​ແຫ​ລ່ງນ້ຳ​ແບບ​ມີ​ສ່ວນ​ຮ່ວມ​ແມ່ນ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ ແລະ ​ເຂົ້າ​ຮ່ວມ​ການຈັດ​ສັນ​ທີ່​ດິນ​ຂັ້ນ​ບ້ານ​ສຳ​ເລັດ 22 ບ້ານ, ຈັດ​ເວ ທີ​ສົນທະນາຂັ້ນ​ກຸ່ມ​ບ້ານ,​ ສ້າງ​ຄະນະ​ປະສານ​ງານ ແລະ ສາຍ​ລາຍ​ງານ​ຂັ້ນ​ບ້ານ ແລະ ເຝິກ​ການ​ສ້າງ​ແຜນ​ຮ່ວມ​ກັນ​ກັບ​ຊາວ ບ້ານ 3 ຄັ້ງ, ຈັດ​ເວທີ​ສົນທະນາ​ກັບ​ພາກ​ເອກະ​ຊົນ 1 ຄັ້ງ, ສຳ​ເລັດ​ການ​ຕິດ​ຕັ້ງ​ສະຖານີ​ເກັບ​ກຳ​ຂໍ້​ມູນ​ປະລິມານ​ນ້ຳ ແລະ ​ເກັບ​ກຳ​ຂໍ້​ມູນ​ປະຈຳ​ເດືອນ ໄດ້​ຄົບຮອບ 1 ປີ; ກິດຈະກຳການຄຸ້ມ​ຄອງ​ປ່າ​ປ້ອງ​ກັນ​ໄດ້​ຈັດ​ຕັ້ງ​ພະນັກງານ ແລະ ຈັດ​​ເຝິກອົບຮົມ (ສອງ​ເມືອງ) ການວາງ​ແຜນ ແລະ ຄຸ້ມ​ຄອງ​ປ່າ​ປ້ອງ​ກັນ-ນາຍບ້ານ, ຫ້ອງການ​ຊັບພະຍາກອນ ​ແລະ ພະນັກງານ​ແຂວງ​ຈຳນວນ 34 ທ່ານ, ສຳ​ຫລວດ​ກຳນົດ​ຂອບ​ເຂດ ​ແລະ ສ້າງລະບຽບ​ແບບ​ມີ​ສ່ວນ​ຮ່ວມ​ສຳ​ເລັດ 2 ບ້ານ ຈາກ 7 ບ້ານ ເຂດ​ປ່າ​ສະຫງວນ​ພູ​ຂະ​ຍະ, ສຳ​ເລັດ​ປັກ​ຫລັກໝາຍ 1 ບ້ານ, ສຳ​ຫລວດ​ເກັບ​ກຳ​ຂໍ້ມູນ​ເບື້ອງ​ຕົ້ນ ພູ​ອິນ​ຖິ່ນ, ​ໄດ້​ຮັບ​ການ​ເຫັນ​ດີຈາກ​ຂັ້ນ​ແຂວງ​ໃຫ້​ດຳ​ເນີນ​ກອງ​ປະຊຸມ​ປຶກສາ​ຫາລື ແລະ ດຳ​ເນີນ​ການ​ຈັດ​ຕັ້ງ​ປະຕິບັດ​ຂອງ​ພູ​ອິນ​ຖິ່ນ; ກິດຈະກຳ​ວຽກ​ງານ​​ຟື້ນ​ຟູ​ປ່າ ​ໄດ້​ສົ່ງ​ເສີມ​ປະຊາ ຊົນ​ປູກ​ໄມ້​, ຊຶ່ງມາ​ຮອດ​ປັດຈຸບັນ ປູກ​ໄດ້​ແລ້ວ 157​ ​ເຮັກຕາ ​ໃນ​ຈຳ ນວນ 6 ບ້ານຄື:  ນາ​ພົງ, ວຽງ​ຄຳ, ກົ້ວ, ​ເຕົາ​ໄຫ, ​ໄຮ່​ໄຕ້, ນາ​ຕານ; ກິດຈະກຳ​ການ​ສະໜັບ ສະໜູນ​ຊົນລະປະທານ ແລະ ຊັບ​ຊ່າວ​ນາ​ແມ່ນ​ໄດ້​ສຳ​ເລັດ​ການ ກວດກາ​ເຕັກນິກ​ການ​ກໍ່ສ້າງ​ຈາກ​ຜູ້​ໃຫ້​ທຶນ ແລະ ຊ່ຽວຊານ​ພາຍ​ນອກ 2 ຄັ້ງ, ສຳ​ເລັດ​ການ​ໄກ່​ເກ່ຍ ​ແລະ ຈັດ​ຕັ້ງ​ປະຕິບັດ ການ​ຊົດ​ເຊີຍ​ຄອບຄົວ​ຖືກ​ຜົນ​ກະທົບຈາກໂຄງ ການຊົນ ລະປະ ທານ ແລະ ຊັບ​ຊ່າວ​ນາ ບ້ານ​ນາ ສາ​ວນາງ, ສຳ​ຫລວດ​ຄອບຄົວ​ເປົ້າ​ໝາຍການ​ຊັບ​ຊ່າວ​ນາ​ຄັ້ງ​ທີ 2 ສຳ​ເລັດ 17 ບ້ານ. ສຳລັບສົກ​ປີ 2013-2014 ໄດ້ສະໜັບສະໜູນ 8 ບ້ານ, ມີ 104 ຄອບຄົວ, ສຳ​ເລັດ​ການ​ປະ​ມູນ ແລະ ສັນຍາ​ວຽກ​ຊັບ​ຊ່າວ​ນາ, ລິ​ເລີ່​ມ ວຽກ​ພາກ​ສະ ໜາມ; ກິດຈະກຳ​ການ​ສົ່ງ​ເສີມ​ກະສິກຳ ​ແລະ ລ້ຽງສັດ ​ໄດ້​​ກໍ່ ສ້າງ​ສູນ​ ແລະ ສຸມ​ໃສ່​ວຽກ​ສາ ທິດ​ສຳ​ເລັດ 90% (ປູກ​ຫຍ້າ, ລ້ຽງ​ກົບ, ກ້າ​ເບ້ຍ​ໄມ້, ລ້ຽງສັດ​ປີກ, ​ປູກໄມ້ໃຫ້​ໝາກ, ປູ​ກຜັກ​ລະດູ​ແລ້ງ ​ແລະ ​ເຮື​ອນຮົ​່ມ, ຝຸ່ນ​ບົ່ມ ​ຊີວະ​ພາບ ​ແລະ​ ສະ​ໜູນ​ໄພ, ສຳ​ເລັດ​ກາ​ນສ້າງ​ແຜນ​ປະຈຳ​ປີ ແລະ ພາລະ​ບົດບາດ​ຂອງ​ສູນ ເພື່ອ​ສົ່ງ​ໃຫ້​ຫ້ອງການ​ກະສິກຳ​ຕິດຕາມ ​ແລະ ຄຸ້ມ​ຄອງ ​ແລະ ຫາ​ງົບ​ສະໜັບສະໜູນ​ຕໍ່​ຈາກ​ພາກ​ລັດ.

ຜ່ານ​ຈາກ​ການຈັດ​ຕັ້ງ​ປະ ຕິບັດ​ຂອງ​ໂຄງການ​ນີ້ ໃນ​ໄລຍະ 3 ປີ​ກ່ວາ​ຜ່ານ​ມາ​ມີ​ທັງ​ດ້ານ​ດີທີ່​ຈະ​ຕ້ອງ​ສືບຕໍ່​ສົ່ງ​ເສີມ ແລະ ບັນ ຫາສິ່ງ​ທ້າ​ທ້າຍທີ່​ຈະ​ຕ້ອງ​ແກ້​ໄຂຄື: ການ​ໄກ່​ເກ່ຍຂໍ້​ຂັດ​ແຍ່ງ ກັບ​ຜູ້​ຊົມ​ໃຊ້​ທີ່​ດິນເຂດ​ດິນ​ປ່າ​ສະຫງວນຕ້ອງໄຊ້​ເວລາ, ການ​ປູກ​ປ່າ​ຂອງ​ບໍລິສັດ​ຕ່າງໆ​ຍັງ​    ສ​ົ່ງຜົນ​ສະທ້ອນ​ໃຫ້​ປະຊາຊົນ​ມີ​ຄວາມ​ລັງ​ເລ​ໃຈ​ເຂົ້າຮ່ວມ​ຂະ​ບວນການ​, ການ​ປະຕິບັດ​ສັນຍາ​ຂອງ​ຊາວບ້ານ​ບໍ່​ມີ​ຜົນ​ສັກສິດ​ເທົ່າ​ທີ່​ຄວນ ເຮັດ​ໃຫ້​ຕົວ​ເລກ​ມີ​ການ​ປ່ຽນແປງໄປເລື້ອຍໆ.

ບົດຄວາມຫຼ້າສຸດ

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...