spot_img
Homeຂ່າວທ້ອງຖິ່ນEU ສະຫຼອງວັນສາກົນເພື່ອຕໍ່ຕ້ານການຈໍາແນກກຸ່ມຄົນຮັກເພດດຽວກັນ(IDAHO)

EU ສະຫຼອງວັນສາກົນເພື່ອຕໍ່ຕ້ານການຈໍາແນກກຸ່ມຄົນຮັກເພດດຽວກັນ(IDAHO)

Published on

ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ, ໄດ້ຈັດງານລ້ຽງເພື່ອສະຫຼອງວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນທີ່ຮັກເພດດຽວກັນ International Day against Homophobia, Transphobia and Biphobia (IDAHO) ຂຶ້ນໃນຄໍ່າຄຶນວັນທີ 17ພຶດສະພານີ້ທີ່ສານັກງານຕົນ ແລະ ເປັນປີທີ 2 ຕິດຕໍ່ກັນໃນລາວ, ໂດຍການເຂົ້າຮ່ວມຂອງທ່ານອຸປະທູດອີຢູ ມີແຊນ ໂກແຟງ, ມີບັນດາທູຕານຸທູດ, ອົງການຈັດຕັ້ງທາງສັງຄົມ.

ພິທີດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກຳຈັດຂຶ້ນໂດຍສະຫະພາບເອີຣົບໃນທົ່ວໂລກ ເພື່ອສະ ແດງອອກເຖິງຄວາມໝຸ້ງໝັ້ນອັນຕໍ່ເນື່ອງ ແລະ ແຂງແຮງໃນການຢຸດຕິທຸກຮູບການຈຳແນກ ແລະ ການນຳໃຊ້ຄວາມຮຸນແຮງຕໍ່ກຸ່ມຄົນທີ່ຮັກເພດດຽວກັນ.

ທ່ານ ອຸປະທູດ ມີແຊນ ກ່າວວ່າ: ໃນຫຼາຍສະຖານທີ່ການຈຳແນກ ແລະ ໃຊ້ຄວາມຮຸນແຮງຍັງເກີດຂຶ້ນກັບກຸ່ມຄົນຮັກເພດດຽວກັນທຸກໆວັນ.ອີຢູ ຂໍຮຽກຮ້ອງໄປຍັງທຸກປະເທດໃນທົ່ວໂລກໃຫ້ປະຕິ ບັດຕາມຄຳໝັ້ນສັນຍາສາກົນຂອງຕົນວ່າດ້ວຍສິດທິມະນຸດ, ປະຕິເສດທຸກແນວຄິດຄັບແຄບ ແລະ ປະ ກອບສ່ວນເຂົ້າໃນການສົ່ງເສີມຄວາມເທົ່າທຽມຕາມທີ່ລະບຸໄວ້ໃນຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ ແລະ ຜ່ານສ່ອງທາງກົນໄກອື່ນໆ ແລະ ເນື່ອງໃນໂອກາດນີ້, ອີຢູ ຍັງປາຖະໜາທີ່ຈະ ສະແດງຄວາມຊົມເຊີຍຕໍ່ກັບຄວາມພະຍາຍາມອັນກ້າຫານໃນການສົ່ງເສີມສິດທິ ເຊິ່ງຈັດຕັ້ງປະຕິບັດໂດຍນັກປົກປ້ອງສິດ, ນັກເຄື່ອນໄຫວ, ສື່ມວນຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອແກ້ໄຂບັນຫາການໃຊ້ຄວາມຮຸນແຮງທີ່ບັນດາກຸ່ມຄົນ ຮັກເພດດຽວກັນພວມປະເຊີນຢູ່.

ວັນທີ 17 ພຶດສະພາຂອງທຸກໆປີ ໄດ້ຖືວ່າເປັນວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນທີ່ຮັກເພດດຽວກັນ ແລະ ຖືເອົາວັນດັ່ງ ເພື່ອເປັນບ່ອນອິງໃນການຈັດງານລະ ດັບສາກົນ ເພື່ອປຸກລະດົມຄວາມຮັບຮູ້ກ່ຽວກັບການລະເມີດສິດທິກຸ່ມຄົນທີ່ຮັກເພດດຽວກັນ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານດ້ານສິດທິກຸ່ມຄົນທີ່ຮັກເພດດຽວກັນໃນທົ່ວໂລກ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...