Homeຂ່າວຕ່າງປະເທດຝົນໄດ້ຖະລົ່ມເມືອງອຸດອນທານີ (ປະເທດໄທ) ນ້ຳຖ້ວມໃນເທສະບານເມືອງບາງຈຸດສູງເຖິງ 50ຊມ

ຝົນໄດ້ຖະລົ່ມເມືອງອຸດອນທານີ (ປະເທດໄທ) ນ້ຳຖ້ວມໃນເທສະບານເມືອງບາງຈຸດສູງເຖິງ 50ຊມ

Published on

ຝົນໄດ້ຖະລົ່ມເມືອງອຸດອນທານີ (ປະເທດໄທ) ໃນວັນທີ 16/5/2016 ທີ່ຜ່ານມາ ປະມານ1 ຊົ່ວໂມງ ແລະ ເຊົ້າວັນນີ້ອີກຄັ້ງໜຶ່ງໃນເວລາ 10:00ໂມງ ປະມານ 1ຊົ່ວໂມງ ເຮັດໃຫ້ນ້ຳຖ້ວມໃນຕົວເທສະບານເມືອງອຸດອນທານີ ເຊັ່ນຖະໜົນໂພສີ ໜ້າສຳນັງານທີ່ດີນຈັງຫວັດອຸດອນທານີ ແລະ ຖະໜົນສີຣິສຸກໜ້າໂຮງຮຽນອາຊີວະສຶກສາ ເກີດນ້ຳຖ້ວມສູງເຖິງ 30 ຊມ ແລະ ບາງຈຸດສູງເຖິງ 50 ຊມ. ແລະ ໄດ້ເຮັດໃຫ້ຕົວອາຄານຂອງໂຮງໝໍອຸດອນ ເກີດນ້ຳຖ້ວມ ເຫດເກີດຈາກຫຼັງຄາຮົ່ວ ແລະ ແວ່ນແຕກຍ່ອນຖືກພາຍຸຖະລົ່ມໃນວັນທີ່ 6 ພຶດສະພາ ທີ່ຜ່ານມາ ເຊິ່ງທາງໂຮງໝໍຍັງສ້ອມແປງບໍ່ທັນແລ້ວ ຈິ່ງເຮັດໃຫ້ດາດຟ້າຂອງໂຮງໝໍມີນ້ຳ ແລະ ລະບາຍນ້ຳບໍ່ທັນ ນ້ຳໄດ້ໄຫລລົງມາຕາມຂັ້ນໄດ ໄຫລເຂົ້າຖ້ວມອາຄານເຈົ້າໜ້າທີ່ ແລະ ພະຍາບານໄດ້ພາກັນກວາດນ້ຳອອກຈາກໂຮງໝໍ

news07

49056_th 1478

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...