Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຫວຽດນາມ ເດີນທາງຢ້ຽມຢາມຣັດເຊຍ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

ນາຍົກລັດຖະມົນຕີຫວຽດນາມ ເດີນທາງຢ້ຽມຢາມຣັດເຊຍ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

Published on

ສຳນັກຂ່າວ vovworld ຂອງຫວຽດນາມ ໄດ້ລາຍງານວ່າ ໃນວັນທີ 16 ພຶດສະພາຜ່ານມານີ້ ທ່ານ ຫງວຽ​ນຊວນ​ຟຸກ ​ນາຍົກລັດຖະມົນຕີ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງຫວຽດນາມ ໄດ້ເດີນທາງເຖິງນະຄອນຫລວງມົດສະກູ ເພື່ອຢ້ຽມຢາມສະຫະພັນຣັດເຊຍ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ ທ່ານ​ ວະລາດີເມຍ ປູຕິນ ປະທາ​ນາ​ທິບໍດີ ແລະ ທ່ານ ດິມິທຣີ ເວດເວເດບ ​ນາຍົກລັດຖະມົນຕີຣັດເຊຍ ແລ​ະ ມີກຳນົດການ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຣັດເຊຍ-ອາ​ຊຽນ ຢູ່​ນະຄອນໂຊຊິ ອີກດ້ວຍ.

​ການ​ຢ້ຽມຢາມສະຫະພັນຣັດເຊຍໃນເທື່ອນີ້ ແມ່ນເປັນການເດີນທາງ ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ ​ຄັ້ງ​ທຳ​ອິດ​ຂອງ ​ທ່ານ​ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຂອງຫວຽດນາມ ຊຶ່ງມີ​ຄວາມ​ໝາຍ​ໃຫຍ່​ຫລວງ​ ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ ຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ໃຫ້ເລິກເຊິ່ງກ່ວາ​ອີກ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...